ຟິລິບ​ປິ​ນ​ຈະ​ຍ້າຍ​ຖານ​ທັບ​ເຮືອ​ແລະ​ອາກາດ​ໄປ​ສູ່​ອ່າວ​ຊູ​ບິ​ກ

(GMT+08:00) 2013-07-29 11:02:51     cri

ໜັງສືພິມ "ຫຼຽນ​ເຫີ​ຈາວ​ປ້າວ" ຂອງ​ສິງກະ​ໂປ​ລາຍ​ງານ​ວ່າ: ວັນ​ທີ 28 ກໍລະກົດ​ນີ້, ທ່ານ​ວອນ​ຕາ​ເຣ ກາສມິນ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຟິລິບ​ປິນກ່າວ​ວ່າ: ລັດຖະບານ​ຟິລິບ​ປິນມີ​ແຜນ​ຈະ​ຍ້າຍ​ຖານ​ທັບ​ອາກາດ​ແລະ​ຖານ​ທັບ​ເຮືອ​ທີ່​ສຳຄັນຢູ່​ພາຍ​​ໃນ​ປະ​ເທດ​ໄປ​ສູ່​ອ່າວ​ຊູ​ບິ​ກ, ອະດີດ​ຖານ​ທັບ​ເຮືອ​ອາ​ເມ​ລິ​ກາ, ​ເພື່ອ​ຈະ​ສາມາດ​ເຂົ້າສູ່​ເຂດ​ນ້ຳ​ທະ​ເລ​ຈີນ​ໃຕ້​ຢ່າງ​ວ່ອງ​ໄວ​ກວ່າ​ເກົ່າ.

ນອກ​ນີ້, ລັດຖະບານ​ຟິລິບ​ປິນຍັງ​ມີ​ແຜນການ​ຈະເປີດ​ຖານ​ທັບຫຼາຍກວ່າ​ເກົ່າ​ໃຫ້​ແກ່​ກອງທະຫານ, ກຳ​ປັ່ນ​ຮົບ ​ແລະ ຍົນ​ຮົບ​ຂອງອາ​ເມ​ລິ​ກາ, ​ຈັດການ​ຊ້ອມ​ຮົບ​ຮ່ວມ​ລະຫວ່າງ​ສອງ​ປະ​ເທດ​ໃນ​ແຕ່ລະ​ປີ​ໃຫ້ຫຼາຍຂຶ້ນ. ກອງທັບ​ເຮືອ​ຟິລິບ​ປິນ​ແລະ​ກອງທັບ​ເຮືອ​ອາ​ເມ​ລິ​ກາ​ຈະ​ຈັດການ​ຊ້ອມ​ຮົບ​ຍົກ​ພົນ​ຂຶ້ນບົກ​ຢູ່ຫຼາຍບ່ອນ​ພາກ​ເໜືອ​ຟິລິບ​ປິນ​ໃນ​ເດືອນ​ຕຸລາ​ປີ​ນີ້.