ທ່ານ​ຮຸນ​ແຊນ​ປະກາດ​ວ່າ​ໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຂອງ​ກຳປູ​ເຈຍຄັ້ງ​ທີ5​ພັກ​ຝ່າຍ​ຄ້ານ​ໄດ້​ຮັບການ​ບຸກທະ​ລຸ​ໃຫຍ່

(GMT+08:00) 2013-07-29 11:06:25     cri
ຕາມ​ຂ່າວCRI: ຕອນ​ຄ່ຳວັນ​ທີ28ກໍລະກົດ​ນີ້​ຕາ​ມ​ເວລາ​ທ້ອງ​ຖິ່ນ, ພັກ​ປະຊາຊົນ​ທີ່​ນຳພາ​ໂດຍທ່ານ​ຮຸນ​ແຊນ, ນາຍົກລັດຖະມົນຕີກຳປູ​ເຈ​ຍປະກາດ​ວ່າ​ໄດ້ຮັບ​ທີ່​ນັ່ງ​ຫຼາຍ​ກວ່າ​ເຄິ່ງໜຶ່ງ​ໃນ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຄັ້ງ​ທີ5ທີ່​ໄດ້​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ.

ທ່ານ​ສຳ ສຳ​ສີ, ປະ​ທານ​ພັກ​​ກູ້​ຊາດ​ກຳປູ​ເຈຍ​ອອກ​ຖະ​ແຫຼ​ງການ​ໃນ​ຕອນຄ່ຳວັນ​ທີ28ກໍ​ລະ​ກົດ​ນີ້​ວ່າ, ຂອບ​ໃຈ​ນຳ​ປະຊາຊົນ​ກຳປູ​ເຈຍ​ໄດ້​ປ່ອນ​ບັດ​ສະໜັບສະໜູນ​ເຊິ່ງ​ເຮັດ​ໃຫ້​ພັກ​​ກູ້​ຊາດ​ໄດ້​ຮັບ​ຜົນສຳ​ເລັດ​ຄັ້ງປະຫວັດສາດ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້. ​ໃນ​ເວລາ​ດຽວ​ກັນທ່ານ​ຍັງ​ຮຽກຮ້ອງ​ໃຫ້​ປະຊາຊົນ​ຈົ່ງຮັກສາ​ຄວາມ​ໃຈ​ເຢັນ, ຫຼີກ​ເວັ້ນບໍ່​ໃຫ້​ເກີດ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ຮຸນ​ແຮງ.

ຕາມ​ຂ່າວ​ລາຍ​ງານ​ວ່າ, ​ຕອນ​ບ່າຍ​ມື້​ດຽວ​ກັນ, ຢູ່​ບໍລິ​ເວນໜ່ວຍປ່ອນ​ບັດ​ແຫ່ງ​ໜຶ່ງ​ທີ່​ນະຄອນຫຼວງ​ພະນົມ​ເປັນ​ໄດ້​ເກີດຄວາມ​ວຸ້ນວາຍ​ຂະໜາດ​ນ້ອຍ, ຜູ້​ສະໜັບສະໜູນຈຳນວນ​ໜຶ່ງ​ຂອງ​ຝ່າຍ​ຄ້ານຈຳນວນ​ໜຶ່ງໄດ້ຍູ້​​​ລົດ​ຂວ້ຳ​ແລະ​ເຜົາ​ລົດຍົນ, ​​ໃນ​ນັ້ນ​ມີລົດຕຳຫຼວດ2ຄັນ. ຫຼັງ​ຈາກ​​ເຫດການ​ນີ້​ເກີດ​ຂຶ້ນ​ແລ້ວ​, ຕຳ​ຫຼວດທ້ອງ​ຖິ່ນ​ໄດ້ໃຊ້​ມາດ​ຕະການ​ສຸກ​ເສີນ, ປິດ​ລ້ອມ​ບ່ອນ​ເກີດ​ເຫດ, ຍັງ​ໄດ້ອັດ​ທາງ​ຫ້າມ​ສັນ​ຈອນ​ຢູ່​ເຂດ​ທີ່​ມີ​ເຮືອນພັກຂອງຜູ້ນຳ​ປະ​ເທດ​ແລະ​ອົງການ​ສຳ​ນັກ​ງານທີ່ສຳຄັນ, ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ.

​ໃນ​ການ​ເລືກ​ຕັ້ງ​ຄັ້ງ​ນີ້, ພັກ​ປະຊາຊົນ​ໄດ້​ຈາກ90ທີ່​ນັ່ງຫຼຸດ​ລົງ​ເປັນ68​ທີ່​ນັ່ງໃນ​ປະຈຸ​ບັນ​ນີ້, ​​ເສຍ22ທີ່​ນັ່ງ, ​ສ່ວນ​ພັກກູ້​ຊາດ​ເຊິ່ງ​ເປັນພັກ​ຝ່າ​ຍຄ້ານ​ໄດ້ຈາກ29​ທີ່​ນັ່ງ​ເພີ່ມ​ຂຶ້ນ​​ເປັນ55ທີ່ນັ່ງ, ພັກຟຸນຊິນ​​ເປັກເສຍ​ທີ່​ນັ່ງ​​ໄປໝົດ. ນັກ​ວິ​ເຄາະ​ເຫັນ​ວ່າ, ນີ້​ແມ່ນ​ການ​ບຸກທະລຸ​ຢ່າງ​ໃຫຍ່​ຂອງ​ຝ່າຍ​ຄ້ານ​ກຳປູ​​ເຈຍ, ​ໃນ​ເບື້ອງ​ຫຼັງ, ​ແມ່ນສັງຄົມ​ແລະ​ປະຊາຊົນ​ກຳປູ​ເຈຍ​ມີ​ຄວາມ​ຕ້ອງການ​ນັບ​ມື້​ນັບ​ຮີບດ່ວນ​​ຕໍ່​ການ​ປະຕິ​ຮູບ​​ສັງ​ຄົມ, ​ລັດຖະບານ​ຮຸນ​ແຊນ​ຈຳ​ເປັນຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຮຽກຮ້ອງຕ້ອງການ​ນີ້​.