ທໍ່​ສົ່ງ​ແກັສຈີນ-ມຽນມາ​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ພັດທະນາ​ຂອງ​ມຽນມາ​ໃນໄລຍະ​ຍາວນານ​

(GMT+08:00) 2013-07-29 14:43:31     cri
ຕາມ​ຂ່າວCRI: ວັນ​ທີ28ກໍລະກົດ​ນີ້, ທໍ່​ສົ່ງ​ແກັສຈີນ-ມຽນມາ​​ເຊິ່ງຮ່ວມ​ກັນລົງທຶນ​ກໍ່ສ້າງ​​ໂດຍ6ຝ່າຍ​ຂອງ4ປະ​ເທດ ຄື: ຈີນ, ມຽນມາ, ສ.​ເກົາຫຼີ​ ແລະ ອິນ​​ເດຍໄດ້​ເລີ່​ມສົ່ງ​ແກັສທຳ​ມະ​ຊາດສູ່​ຈີນ​ແລ້ວ. ທ່ານ​ຢຽນຕຸ​ນ, ຮອງ​ປະທານາທິບໍດີ​ມຽນມາ​ທີ່​​​ໄປເຂົ້າ​ຮ່ວມ​ພິທີ​ໂດ​ຍສະ​ເພາະ​ນັ້ນ​ໄດ້​ກ່າວ​ວ່າ, "ທໍ່​ສົ່ງ​ນ້ຳມັນ​ເຊື້ອ​ໄຟ​ແລະແກັສຈີນ-ມຽນມາ​ແມ່ນ​ໂຄງການ​ທີ່​ມີ​ຜົນ​ປະ​ໂຫຍ​ດ​ຮ່ວມກັນ​​​ຂອງ4ປະ​ເທດ​ທີ່​​ລົງທຶນຮ່ວມມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ພັດທະນາ​ຂອງ​ມຽນມາໃນ​ໄລຍະ​ຍາວນານ​."

ທ່ານ​ວາງ ​ຕົ່ງ ຈິ້ນ, ຮອງ​ຜູ້ອຳນວຍການ​ໃຫຍ່​ກຸ່ມ​ບໍລິສັດນ້ຳມັນ​ເຊື້ອ​ໄຟ​ແລະ​ແກັສທຳ​ມະ​ຊາດ​ຈີນ​ກ່າວ​ຕໍ່​ນັກຂ່າວ​ວ່າ, ທໍ່​ສົ່ງ​​ແກັສຈີນ-ມຽນມາ​ທີ່​ຮ່ວມ​ລົງທຶນ​ໂດຍ4ປະ​ເທດ​ໄດ້​ເຮັດ​ໃຫ້​ຝ່າຍ​ຕ່າງໆ​​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ຮ່ວມ​ກັນ, ​ເຊິ່ງ​ໄດ້​ເ​ສີມຂະຫຍາຍ​ບົດບາດ​ອັນ​ຕັ້ງໜ້າ​ເຂົ້າ​ໃນ​ການ​ແກ້​ໄຂ​ຄວາມ​ຮຽກຮ້ອງຕ້ອງການ​ດ້ານ​ພະລັງງານ​ຂອງ​ມຽນມາ​ຢ່າງ​ແທ້​ຈິງ, ບໍ່​ພຽງ​ແຕ່​ບໍລິການ​ການ​ພັດທະນາ​​ເສດຖະກິດ​ສັງຄົມ​ຂອງ​ມຽນມາ​ເທົ່າ​ນັ້ນ, ​ແຕ່ຍັງ​ສາມາດ​ຊັກ​ນຳ​​ໃຫ້​ເສດຖະກິດ​ພາກ​ພື້ນ​ນີ້​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ.

​ເລຂາທິການ​ໃຫຍ່​ສະມາຄົມ​ອຸດ​ສາ​ຫະກຳ​-ການ​ຄ້າ​ມຽນມາ​ກ່າວ​ວ່າ, ຄາດ​ຄະ​ເນ​ວ່າ​ໃນ20ປີ​ຕໍ່ໜ້າ​ນີ້, ກາ​​ເຕີບ​ໂຕ​ດ້ານ​ເສດຖະກິດຂອງ​ມຽນມາ​​ສະ​ເລ່ຍຕໍ່ປີຈະ​​ບັນລຸ7%-8%, ອຸດສາຫະກຳ​ນ້ຳມັນ​ເຊື້ອ​​ໄຟ​ແລະ​ອາຍ​ແກັສທຳ​ມະ​ຊາດ​ແມ່ນ​ພື້ນຖານ​ແລະ​ສິ່ງ​ຄ້ຳ​ຊູ​ອັນ​ສຳຄັນ​​ໃນ​ການ​ພັດທະນາ​ເສດຖະກິດ, ທໍ່​ສົ່ງ​ແກັສ​ແລະ​ນ້ຳມັນ​ເຊື້ອ​ໄຟຈີນ​-ມຽນມາຈະ​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ຊັກນຳ​ແລະ​ຊຸກຍູ້ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ມຽນມາ.

ນອກຈາກ​ພື້ນຖານ​ໂຄງ​ລ່າງ​ແລ້ວ, ທໍ່​ສົ່ງ​ແກັສ​ແລະ​ນ້ຳມັນ​ເຊື້ອ​ໄຟຈີນ-ມຽນມາ​ຍັງ​ຈະສາມາດ​ເຝິກອົບຮົມ​ພະນັກ​ງານ​ວິຊາ​ການ​ຈຳນວນ​​ຫຼວງ​ຫຼາຍ​ແກ່​ຂະ​ແໜງ​ການ​ອຸດສາຫະກຳ​ພະລັງງານ​ມຽນມາ, ຈະພະຍາຍາມ​ເຮັດ​ໃຫ້ພະນັກງານ​ກຳມະກອນທ້ອງ​ຖິ່ນ​ບັນລຸ75%​ໃນ5ຫາ6ປີ​ຕໍ່ໜ້າ​ນີ້.

ນັກ​ວິ​ເຄາະ​ເຫັນວ່າ, ທໍ່​ສົ່ງ​ນ້ຳມັນ​ເຊື້ອ​ໄຟ​ແລ​ະແກັສຈີນ​-ມຽນມາຈະ​ເຮັດ​ໃຫ້​ຄວາມ​ຕ້ອງການ​ດ້ານການ​ສະໜອງ​ພະລັງງານ​ລະຫວ່າງ​ຈີນ​ກັບ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ແລະ​ອາຊີ​ໃຕ້ແໜ້ນ​ແຟ້ນກວ່າ​ເກົ່າ​ດ້ວຍ​ເຄືອ​ຄ່າ​ຍນ້ຳມັນ​ເຊື້ອ​ໄຟ​ແລະ​ອາຍ​ແກັສທຳ​ມະ​ຊາດ, ມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ຮ່ວມ​ກັນ​ໃນ​ພາກ​ພື້ນ​ນີ້.

ນັກ​ເສດຖະສາດ​ກຳປູ​ເຈຍ​ກ່າວ​ວ່າ, "ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ມຽນມາ​ແລະ​ປະ​ເທດອື່ນໆ​ບໍ່​ພຽງ​ແຕ່​ມີ​ຜົນ​ດີ​ຕໍ່​ການ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ​ຕົນ​ເທົ່າ​ນັ້ນ, ​ແຕ່ຍັງ​ສາມາດ​ຊັກ​ນຳ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ໃນ​ພາກ​ພື້ນອີກ​ດ້ວຍ, ຊັກ​ນຳ​ການ​ຮ່ວມ​ມື​ລະຫວ່າງບັນ​ດາ​ປະ​ເທດ​ອາຊີ​, ຊຸກຍູ້​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ໃນ​ພາກ​ພື້ນ​ນີ້​ແລະ​​ໃນທົ່ວ​ໂລກ."

ປະທານສະ​ມາ​ຄົມ​ຊ່ວຍ​ເຫຼືອ​ການ​ຄ້າ​ມຽນມາ​ກ່າວ​ວ່າ, "​ໂຄງການ​ທໍ່​ສົ່ງນ້ຳມັນ​ເຊື້ອ​ໄຟ​ແລະ​ແກັສຈີນ-ມຽນມາ​ຈະ​ນຳ​ເອົາ​ຜົນ​ປະ​ໂຫຍ​ດອັນແທ້​ຈິງມາ​ໃຫ້​ແກ່​ມຽນມາ, ​ເມື່ອມຽນມາ​ໄດ້​ພັດທະນາ​ແລ້ວ, ກໍ​ຈະ​​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ໄທ​ກັບ​ອິນ​ເດຍ​ໃນ​ການ​ພັດທະນາ, ນຳ​ເອົາ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ມາສູ່​ພາກ​ພື້ນ​ນີ້, ​ແລະ​ຊຸກຍູ້​ການ​ກໍ່ສ້າງ​ແລ້ວທາງ​ເສດຖະກິດ​ຈີນ, ອິນ​ເດຍ, ມຽນມາ​ແລະບັງ​ກະລາ​ເດັດ."