ຟິລິບ​ປິນ​ແລະ​ອາ​ເມ​ລິ​ກາ​ຜູ​ກ​ເປັນ​ກຸ່ມ​ເປັນ​ການ​ຂັດຂວາງ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ

(GMT+08:00) 2013-07-30 15:58:07     cri

ຫວ່າງ​ມໍ່ໆ​ນີ້, ຟິລິບ​ປິນ​ໄດ້​ຊື້​ກຳ​ປັ່ນ​ຮົບ​ຈາກອາ​ເມ​ລິ​ກາ ​ແລະ ຍີ່ປຸ່ນ, ​ແລະ​ຈະ​ຍ້າຍ​ກອງທັບ​ເຮືອ​ແລະ​ກອງທັບ​ອາກາດ​ໄປ​ປະຈຳຢູ່ອ່າວ​ຊູ​ບິ​ກອີກ, ອະນຸຍາດ​ໃຫ້​ກຳ​ປັ່ນ​ແລະ​ທະຫານ​ອາ​ເມ​ລິ​ກາ​ຫຼາຍກວ່າ​ເກົ່າ​ເຂົ້າປະຈຳ​ຖານ​ທັບ​ຂອງ​ຕົນ, ພິຈາລະນາ​ດຳ​ເນີນ​ການ​ຊ້ອມ​ຮົບ​ຮ່ວມ​ໃຫ້​ມີ​ຂຶ້ນຖີ່​ກວ່າ​ເກົ່າ ​ແລະ​ອື່ນໆ. ນັກວິ​ເຄາະ​ເຫັນ​ວ່າ, ພາຍ​ໃຕ້​ການ​ຊ່ວຍ​ເຫຼືອຈາກ​ປະ​ເທດ​ທີ່ວ່າ "ຄູ່ຍຸດ​ທະ​ສາດ" ​ແລະ "ພັນທະ​ມິດ​ຍຸດ​ທະ​ສາດ" ຄື ຍີ່ປຸ່ນ ​ແລະ ອາ​ເມ​ລິ​ກາ, ຟິລິບ​ປິນພວມ​ຂຸ້ນຂ້ຽວ​ຂະຫຍາຍ​ກຳລັງ​ທະຫານ​ຂອງ​ຕົນ, ​ເພື່ອສາມາດນາບ​ຂູ່​ຈີນ​​ໃນ​ບັນຫາ​ທະ​ເລ​ຈີນ​ໃຕ້. ຜູ້​ຊ່ຽວຊານ​ຂອງ​ບາງ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ເຫັນ​ວ່າ, ການ​ກະທຳ​ຂອງ​ຟິລິບ​ປິ​ນອາດ​ຈະ​ພາ​ໃຫ້​ຄວາມ​ຂັດ​ແຍ່ງ​ກັນ​ດຸ​ເດືອດ​ຂຶ້ນຕື່ມ​ອີກ, ບໍ່​ມີ​ຜົນ​ດີ​ຕໍ່​ການ​ແກ້​ໄຂ​ບັນຫາ​ທະ​ເລ​ຈີນ​ໃຕ້​ ແລະ ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.

ທ່ານ​ເມິ້ງ​ສຽງ​ຊິ່ງ, ຮອງ​ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ຍຸດ​ທະ​ສາດ ມະຫາວິທະຍາ​ໄລ​ປ້ອງ​ກັນ​ປະ​ເທດ​ຈີນ ​ກ່າວ​ວ່າ: ​ໃນ​ສອງ​ປີຜ່ານມາ​ນີ້, ອາ​ເມ​ລິ​ກາ​ກັບ​ຄືນ​ສູ່​ອ່າວ​ຊູ​ບິ​ກອີກ, ​ແລະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ທະຫານ​ກັບ​ຟິລິບ​ປິນຢ່າງ​ບໍ່​ຢຸດ​ຢັ້ງ, ນີ້​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດ ຂອງ​ອາ​ເມ​ລິ​ກາ.

ທ່ານ​ທິຕິ​ນັນ ພົງ​ສຸ​ດີຣັກ, ຫົວໜ້າ​ພະ​ແນ​ກການ​ເມືອງ ມະຫາວິທະຍາ​ໄລ​ຈຸລາ​ລົງ​ກອນ​ໄທ ກ່າວ​ວ່າ: ການ​ກະທຳ​ຂອງ​ຟິລິບ​ປິນ​ໃນ​​ໄລຍະຜ່ານ​ມາ​ນີ້​ກໍ​ເປັນ​ສິ່ງ​ທ້າ​ທາຍ​ຕໍ່​ຄວາມ​ສາມັກຄີ​ຂອງ​ອາ​ຊຽນ, ​ເມື່ອ​ເບິ່ງ​​ໂດຍ​ລວມ​ແລ້ວ, ຍ້ອນ​ຜົນ​ປະ​ໂຫຍ​ດມີຄວາມ​ຂັດ​ແຍ່ງ​ກັນ, ອາ​ຊຽນຈະ​ຍິ່ງ​ແຕກ​ແຍກ​ກັນ​ໃນ​ບັນຫາ​ທະ​ເລ​ຈີນ​ໃຕ້.

ທ່ານທິຕິ​ນັນ ​ພົງ​ສຸ​ດີຣັກ ​ເຫັນ​ວ່າ, ການ​ເຈລະຈາ​ລະຫວ່າງ​ຈີນ-ອາ​ຊຽນ​ໂດຍ​ປິ່ນ​ອ້ອມ​ກົດ​ບັດແຫ່ງ​ການ​ປະພຶດ​ໃນ​ທະ​ເລ​ຈີນ​ໃຕ້ ຫຼື COC ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ຕັ້ງໜ້າ. ​​ເມື່ອ​ເບິ່ງ​ຈາກ​ອາ​ຊຽນ​ແລ້ວ, ​ໄທ, ອິນ​ໂດ​ເນ​ເຊຍ ​ແລະ ປະ​ເທດ​ອື່ນ ຄວນ​ເຕືອນ​ໃຫ້​ຟິລິບ​ປິນ​ໃຊ້​ທ່າ​ທີ​ ​ລະມັດລະວັງ​​ກວ່າ​ເກົ່າ​ໃນ​ບັນຫາ​ທະ​ເລ​ຈີນ​ໃຕ້, ​ແກ້​ໄຂ​ບັນຫາ​ຄວາມ​ຂັດ​ແຍ່ງ​ດ້ວຍ​ຮູບ​ແບບ​ການ​ເຈລະຈາ; ສ່ວນ​ອາ​ເມ​ລິ​ກາ​ຄວນຊ່ວຍ​ເຫຼືອປະ​ເທດ​ທີ່​ກ່ຽວຂ້ອງ​ໃຊ້​ຮູບ​ແບບ​ການ​ສົນທະນາ​ເພື່ອ​ຊຸກຍູ້​ການ​ເຈລະຈາກົດບັດແຫ່ງ​ການ​ປະພຶດ​ໃນ​ທະ​ເລ​ຈີນ​ໃຕ້ ຫຼື COC.

ທ່ານ​ລີ​ມິງຈຽງ​, ຜູ້​ຮັບ​ຜິດຊອບ​ໂຄງການອາ​ຊີສະ​ຖາ​ບັນ​ຄົ້ນຄວ້າ​ສາກົນຣາຈາຣັດນາມ ມະຫາວິທະຍາ​ໄລ​ວິທະຍາສາດ​ເຕັກນິກນານ​ຢາງ ຫຼື NTU ສິງກະ​ໂປ ກ່າວ​ວ່າ: ປັດຈຸບັນ, ຝ່າຍ​ຕ່າງໆ​ລ້ວນ​ແຕ່​ຕ້ອງຫຼີກ​ເວັ້ນບໍ່​ໃຫ້​ຄວາມ​ຂັດ​ແຍ່ງ​ດຸ​ເດືອດ​ຂຶ້ນ, ຄວນ​ບັນລຸ​ຄວາມ​ເຫັນ​ທີ່​ເປັນ​ເອກະ​ພາບ​ກັນ​ເປັນ​ກ້າວໆ, ​ເພື່ອ​ຊຸກຍູ້​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ທະ​ເລ​ຈີນ​ໃຕ້.