ໄທ​ເກີດ​ອຸບັດເຫດ​ນ້ຳມັນ​ດິບ​ຮົ່ວ​ໄຫຼ​ແຜ່​ກະຈາຍ​ໄປ​ຮອດ​ແຫຼ່ງທ່ອງ​ທ່ຽວ

(GMT+08:00) 2013-07-30 16:01:04     cri

ວັນ​ທີ 27 ກໍລະກົດ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ຢູ່​ເຂດ​ທະ​ເລ​ພາກ​ຕາ​ເວັນ​ອອກ​ຂອງ​ໄທ​ໄດ້​ເກີດ​ອຸບັດເຫດ​ນ້ຳມັນ​ດິບ​ຮົ່ວ​ໄຫຼ, ມີ​ນ້ຳມັນ​ດິບປະມານ 5 ໝື່ນ​ລິດ​ຮົ່ວ​ໄຫຼລົງທະ​ເລ, ​ເຮັດ​ໃຫ້​ຫາດຊາຍ​ຝັ່ງ​ທະ​ເລຍາວ 20 ກິ​ໂລ​ແມັດ​​ທີ່​ໃກ້​ກັບ​ຈັງຫວັດ​ຣະຍອງຖືກ​​ເປິ​​ເປື້ອນ. ຂ່າວ​ແຈ້ງວ່າ, ມາຮອດ​ວັນ​ທີ 29 ກໍລະກົດ​ນີ້, ນ້ຳມັນ​ດິບ​ທີ່​ຮົ່ວ​ໄຫຼລົງທະ​ເລນັ້ນ ​ໄດ້​ແຜ່​ກະຈາຍ​ໄປ​ຮອດ​ເກາະ​ສະ​ເໝັດ ​ເຊິ່ງ​ແມ່ນ​ແຫຼ່ງທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງທີ່ອ່າວ​​ໄທ.

ຕາມ​ສະພາບຫຼ້າສຸດ​ທີ່​ນັກ​ຂ່າວ​ໄດ້​ຮັບ​ຊາບ, ນ້ຳມັນ​ດິບ​ທີ່​ຮົ່ວ​ໄຫຼລົງທະ​ເລ​ຍັງ​ແຜ່​ກະຈາຍ​ກວ້າງອອກ​ຕື່ມ​ອີກ, ຢູ່​ບໍລິ​ເວນ​ໃກ້​ຝັ່ງ​ທະ​ເລ​ເກາະ​ສະ​ເໝັດ ຈັງຫວັດຣະຍອງ, ​ເຊິ່ງ​ແມ່ນ​ແຫຼ່ງທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ທີ່​ພາກ​ຕາ​ເວັນ​ອອກ​ອ່າວ​ໄທ ​ໄດ້​ປະກົດ​ເຫັນຄາບ​ນ້ຳມັນ​​ໃນ​ບໍລິ​ເວນ​ກວ້າງ, ປັດຈຸບັນ, ອົງການ​ທ່ອງ​ທ່ຽວ​ທ້ອງ​ຖິ່ນ ​ໄດ້​ປິດຫາດ​ຊາຍ​ສ່ວນ​ໜຶ່ງ​ແລ້ວ, ​ເພື່ອ​ແກ້​ໄຂ​ບັນຫາ​ຄາບ​ນ້ຳມັນ​ດັ່ງກ່າວ.

ວັນ​ທີ 29 ກໍລະກົດ​ນີ້, ທ່ານ ອານົນ ສິຣິ​ແສງ​ທັກສິນ, ຜູ້​ບໍລິ​ຫານສູງ​ສຸດ ຫຼື CEO ຂອງ​ບໍລິສັດ​ອຸດສາຫະກຳ​ເຄມີ​ທົ່ວ​ໂລກ ທີ່​ສັງກັດ​ບໍລິສັດ​ນ້ຳມັນ​ເຊື້ອ​ໄຟ​ແຫ່ງ​ຊາດ​ໄທ ກ່າວ​ວ່າ: ​ໃນ​ຖານະ​ເປັນຜູ້​ຮັບຜິດຊອບ​ສູງ​ສຸດ​ຂອງ​ບໍລິສັດ, ທ່ານ​ຮູ້ສຶກ​ຄື​ວ່າ​ເປັນ​ການ​ກະທຳຕ້ອງ​ໂທດ​ໃນ​ເຫດການ​ນ້ຳມັນ​ດິບ​ຮົ່ວ​ໄຫຼ​​ຄັ້ງນີ້, ​ແລະ​ກ່າວ​ວ່າ​ຈະ​ໃຊ້​ແທນ​ຄວາມ​ເສຍ​ຫາຍ​ທັງ​ໝົດ. ທ່ານ​ກ່າວ​ຕື່ມ​ວ່າ: ທາງ​ບໍລິສັດ​ຈະ​ສຳຫຼວດສາ​ເຫດ​ທີ່​ພາ​ໃຫ້​ເກີດ​ເຫດການ​ເທື່ອ​ນີ້​ຢ່າງ​ເຖິງ​ຖອງ.