ທ່ານ​ຢູ ຈື້ງ ​ເສິ່ງພົບ​ປະ​ກັບ​ທ່ານ​ພັນ​ດວງ​ຈິດ ວົງສາ

(GMT+08:00) 2013-07-30 14:26:36     cri
ຕາມ​ຂ່າວCRI: ວັນ​ທີ29ກໍລະກົດ​ນີ້, ທ່ານ ​ຢູ ​ຈື້ງ​ເສິ່ງ, ປະທານ​ສະພາ​ປຶກສາ​ການ​​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ພັນ​ດວງ​ຈິດ ວົງສາ, ປະທານສູນ​ກາງ​ແນວ​ລາວ​ສ້າງ​ຊາດ​ທີ່​ນະຄອນຫຼວງ​ປັກ​ກິ່ງ.


ທ່ານ​ ຢູ ຈື້ງ​ເສິ່ງ ກ່າວ​ວ່າ, ຈີນ​ລາວ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​​ໃຈ​ດ້ານ​ການ​ເມືອງ​​​ໃນລະດັບ​ສູງ, ​ໃນ​ດ້ານເສດຖະກິດ​ສອງ​ຝ່າຍ​ຮ່ວມ​ມື​ກັນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນປະ​ໂຫຍ​ດ, ​ໃນດ້ານ​ວັດທະນະທຳ​ສອງ​ຝ່າຍ​ໄດ້​ແລກປ່ຽນ​ກັນ​ຢ່າງ​ໃກ້ຊິດ, ​ໄດ້ສະໜັບສະໜູນ​ເຊິ່ງກັນ​ແລະ​ກັນ​ໃນ​ກໍລະນີ​ຫຼາຍ​ຝ່າຍ. ສາຍ​ພົວພັນ​ລະຫວ່າງ​ຈີນ​ລາວ​ໄດ້​ກາຍ​ເປັນ​ຕົວ​ແບບດ້ານ​ການ​ພັດທະນາ​ກາ​ນພົວພັນ​ໄມຕີ​ຈິດ​ມິດຕະພາບລະຫວ່າງ​ຈີນ​ກັບບັນດາ​ປະ​ເທດ​ໃກ້​ຄຽງ. ຈີນ​ເອົາ​ໃຈ​ໃ​ສ່ນຳການ​ພົວພັນ​ກັບ​ລາວ, ຍິນ​ດີ​ພະຍາຍາມ​ຮ່ວມ​ກັນ​ກັບ​ລາວ, ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຈີນລາວ​ໃຫ້​​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ໃຫຍ່ຫຼວງ​ກວ່າ​ເກົ່າ.

ທ່ານ​ ຢູ ຈື້ງ​ເສິ່ງ​ກ່າວຕື່ມ​ວ່າ, ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​​ແລະ​ແນວ​ລາວ​ສ້າງ​ຊາດລ້ວນ​ແຕ່​ເປັນ​ອົງການ​ແນວ​ໂຮມ​ເອກະ​ພາບ​ທີ່​ນຳພາ​ໂດຍ​ພັກ​ກອມ​ມູນິດ, ​ເຊິ່ງ​ໄດ້​ເສີມ​ຂະຫຍາຍ​ບົດບາດອັນ​​ສຳຄັນ​ໃນ​ຊີ​ວິດການ​ເມືອງ​ຂອງ​ປະ​ເທດ​ຕົນ​ເອງ. ​ໃນ​ຫຼາຍ​ປີ​ມາ​ນີ້, ສອງ​ຝ່າຍ​ໄດ້​ຮັກສາ​ການ​ໄປມາຫາສູ່​ກັນ​ຢ່າງ​ມີ​ໄມຕີ​ຈິດມິດຕະພາບ, ການ​ແລກປ່ຽນ​ໃນ​ທຸກ​ຂົງ​ເຂດ​ໄດ້​ຮັບ​ຜົນສຳ​ເລັດຢ່າງ​ອຸດົມສົມບູນ. ຫວັງ​ວ່າສອງ​ຝ່າຍຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຕື່ມ​ອີກ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

 ທ່ານ​ ພັນ​ດວງ​ຈິດ ວົງສາ ​ໄດ້​ຕີ​ລາຄາ​ສູງຕໍ່​ການ​ພົວພັນ​ລະຫວ່າງ​ລາວ​ຈີນ​ແລະ​ການ​ພັດທະນາ​ດ້ານ​ເສດຖະກິດ​ສັງຄົມ​ຂອງ​ຈີນ, ຫວັງ​ໃຫ້​ເພີ່ມ​ທະວີ​ການ​​ແລກປ່ຽນ​ແລະ​ການຮ່ວມ​ມື​ລະຫວ່າງ​ແນວລາວ​ສ້າງ​ຊາດ​ກັບ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຕື່ມອີກ.