ອັດກອງ​ປະຊຸມ​ສຳ​ມະ​ນາທິດ​ສະ​ດີ​ສອງ​ພັກ​ຈີນ​ຫວຽດນາມ​ຄັ້ງທີ9

(GMT+08:00) 2013-07-30 14:31:13     cri
ຕາມ​ຂ່າວCRI: ວັນ​ທີ29ກໍລະ​ກົດ​ນີ້, ກອງ​ປະຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ການສອງ​ພັກ​ຈີນ​ຫວຽດນາມ​ຄັ້ງ​ທີ9ທີ່​ມີ​ຫົວ​ຂໍ້​ວ່າ "ບົດຮຽນກ່ຽວ​ກັບການ​ເພີ່ມ​ທະວີ​ການ​ສ້າງສາ​ແບບ​ແຜນ​ຂອງ​ພັກ​ແລະການປົກຄອງທີ່ປອດໄສຂາວ ສະອາດຂອງ​ຈີນ​ແລະ​ຫວຽດນາມ​ພາຍ​ໃຕ້​ສະຖານະ​ການ​ໃໝ່"​ ​ໄດ້ອັດ​ລົງ​ແລ້ວ​ຢູ່​ທີ່​ນະຄອນ​ຕ້າ​ຫຼຽນ​ແຂວງ​ຫຼຽວ​ໜິງຈີນ​.

ຜູ້​ແທນທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​​ເປັນ​ເອກະສັນ​ກັນ​​ເຫັນວ່າ, ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ນີ້​ແມ່ນ​ກອງ​ປະຊຸມ​ທີ່ດຳ​ເນີນ​ການ​ແລກປ່ຽນກັນ, ​ໄຂຊ່ອງ​ທາງຄວາມ​ຄິດ​ແລະ​ຊຸກຍູ້​ເຊິ່ງກັນ​ແລະ​ກັນ. ​ທັງ​ສອງ​ຝ່າຍຈີນ ຫວຽດນາມ​ລ້ວນ​ແຕ່​ກ່າວ​ເນັ້ນ​ວ່າ, ການ​ເພີ່ມ​ທະວີ​ການ​ສ້າງ​​ແບບ​ແຜນ​ຂອງ​ພັກ​ແລະການ​ປົກຄອງ​ທີ່ປອດ​ໄສ​ຂາວ​ສະອາດ, ການ​ຮັກສາ​ລັກ​ຊະ​ນະ​ທັນ​ສະ​ໄໝ​​ແລະ​ຂາວ​ສະອາດຂອງ​ພັກ​ແມ່ນ​ວິທີ​ສຳຄັນ​ແລະ​ບົດຮຽນປະຫວັດສາດ​ທີ່​ສອງ​ພັກ​ຈີນ​ຫວຽດນາມ​ສາມັກຄີ​ແລະນຳພາ​ປະຊາຊົນ​ປະ​ເທ​ດຕົນ​ປັບປຸງອຳນາດ​ການ​ປົກຄອງ​ໃຫ້​ໝັ້ນຄົງ​ກວ່າ​ເກົ່າ​ແລະ​ພັດທະນາ​ພາລະກິດ. ຜູ້​ແທນ​ສອງ​ຝ່າຍ​ລ້ວນ​ແຕ່​ກ່າວ​ວ່າ, ຍິນ​ດີ​ສືບ​ຕໍ່ນຳ​ໃຊ້​ກອງ​ປະຊຸມ​ສຳ​ມະ​ນາ​​ທິດ​ສະ​ດີ​ຂອງ​ສອງ​ພັກ​ໃຫ້​ເຕັມທີ່, ​ເພື່ອ​ເພີ່ມ​ທະວີ​ການ​ແລກປ່ຽນ, ຮ່ຳຮຽນ​ແລະຖອດ​ຖອນ​ບົດຮຽນ​ເຊິ່ງກັນ​ແລະ​ກັນ.