ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ຈັດ​ກອງ​ປະຊຸມ​ເພື່ອ​ຄົ້ນຄວ້າ​ປຶກສາ​ຫາລື​ສະຖານະ​ການ​ເສດຖະກິດ​ໃນ​ປະຈຸ​ບັນ​ແລະ​ວຽກ​ງານ​ເສດຖະກິດ​ໃນ 6 ​ເດືອນ​ທ້າຍ​ປີ​ນີ້

(GMT+08:00) 2013-07-31 16:35:36     cri
ວັນ​ທີ 30 ກໍລະກົດ​ນີ້, ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ຈັດ​ກອງ​ປະຊຸມ, ຄົ້ນຄວ້າ​ແລະ​ວິ​ເຄາະ​ສະຖານະ​ການ​ເສດຖະກິ​ດໃນ 6 ​ເດືອນ​ຕົ້ນ​ປີ​ນີ້​ແລ​ະວຽກ​ງານ​ເສດຖະກິດ​ໃນ 6 ​ເດືອນ​ທ້າຍປນີ້. ​ໂດຍ​ການ​ເປັນ​ປະທານ​ຂອງທ່ານ​ສີ​ຈິນຜີງ, ​ເລຂາ​ທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ.

ກອງ​ປະຊຸມ​​ໄດ້ຮຽກຮ້ອງ​ໃຫ້ພາກສ່ວນ​ແລະ​ອົງການ​ປົກຄອງ​ວ່າ​ທຸກ​ຂັ້ນຄວນ​ຄຸ້ມ​ຄອງ​ "ທິດ​ທາງ, ຄວາມ​ແຮງ, ​ແລະ​ຈັງຫວະ​ຂອງ​ການ​ດັດສົມ​ຄວບ​ຄຸມມະຫາ​ພາກ, ​ເ​ຮັດ​ໃຫ້​ເສດຖະກິດ​ຈີນ​ໝູນ​ເດີນ​ຢູ່​ໃນ​ຂອບ​ເຂດ​ທີ່​ສົມ​ເຫດ​ສົມ​ຜົນ. ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍ​ການ​ເງິນ​ອັນ​ຕັ້ງໜ້າ​ແລະ​ນະ​ໂຍບາຍ​ເງິນ​ຕາ​ທີ່​ໝັ້ນ​ທ່ຽງ, ​ເພີ່ມ​ການ​ສະໜັບສະໜູນ​ດ້ານ​ການ​ເງິນ​ເພື່ອການ​ພັດທະນາ​ດ້ານ​ເສດຖະກິ​ດຕົວ​ຈິງ, ຕັ້ງໜ້າ​ຊຸກຍູ້​ໃຫ້ການ​ບໍລິ​ໂພ​ກຂອງ​ປະຊາຊົນ​ເພີ່ມ​ຂຶ້ນ, ຮັກສາ​ໃຫ້ການ​ລົງ​ທຶນ​ເພີ່ມ​ຂຶ້ນ​ຢ່າງ​ສົມ​ເຫດ​ສົມ​ຜົນ, ຕັ້ງໜ້າ​ຊຸກຍູ້​ການ​ຫັນ​ເປັນ​ຕົວ​ເມືອງ​ແບບ​ໃໝ່​ທີ່​ຖື​ຄົນ​ເປັນ​ໃຈກາງ​ຢ່າງ​ໜັກ​ແໜ້ນ, ຊຸກຍູ້​ຕະຫຼາດ​ອະ​ສັງ​ຫາ​ລິ​ມະ​ຊັບ​ໃຫ້​ມີ​ການ​ພັດທະນາ​ຢ່າງ​ປອດ​​ໃສ​ແລະ​ໝັ້ນ່ທ່ຽງ, ​ເລັ່ງລັດ​ຊຸກຍູ້​ການ​ປັບປຸງ​ໂຄງ​ປະກອບອຸດສາຫະກຳ, ຊຸກຍູ້​​ໃຫ້​ຂະ​ແໜງ​ການ​ເກົ່າ​ຍົກ​ລະດັບ​ໃຫ້​ສູງ​ຂຶ້ນ, ຕັ້ງໜ້າ​ສ້າງ​ແລະ​ພັດທະນາ​ຂະ​ແໜງ​ການ​ໃໝ່​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ; ​ເລັ່ງລັດ​ພັດທະນາ​ອຸດສາຫະກຳ​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວສານ, ອອກ​ແຮງ​ພັດທະນາ​ຂະ​ແໜງ​ການ​ປະຢັດ​ພະລັງງານ​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມກັບ​ຂະ​ແໜງ​ການ​ພະລັງງານ​ໃໝ່, ຊຸກຍູ້​ການພັດທະນາ​ຂະ​ແໜງ​ການ​ບໍລິການ​ທີ່​ພັດທະນາ​ໃໝ່​ແລະ​ຂະ​ແໜງ​ການ​ບໍລິການ​ດ້ານ​ຊີວິດ​ການ​ເປັນ​ຢູ່; ພະຍາຍາມ​ເຮັດ​ໃຫ້ການ​ຄ້າ​ຕໍ່​ຕ່າງປະ​ເທດມີ​ຄວາມ​ໝັ້ນ​ທ່ຽງ, ​ເຮັດ​ໃຫ້​ນະ​ໂຍບາຍ​ແລະການ​ບໍລິການ​ມີ​ຄວາມສົມບູນ​ຂຶ້ນ, ​ເປີດ​ກວ້າງ​ຊອງທາງ​ການ​ສົ່ງ​ອອກ​ສິນຄ້າ, ​ຕັ້ງໜ້າ​ເພີ່ມ​ການນຳ​ເຂົ້າ​ສິນຄ້າ, ຮັບ​ມື​ກັບ​ຄວາມ​ຂັດ​ແຍ່ງ​ດ້ານ​ການ​ຄ້າ​ຢ່າງ​ມີ​ປະສິດທິ​ຜົນ, ສົ່ງ​ເສີມ​ວິ​ສາ​ຫະກິດ​ທີ່​ມີ​ຄວາມ​ສາມາດ​ໄປ​ລົງທຶນ​ຢູ່​ຕ່າງປະ​ເທດ.