ສະຖານທູດ​ຈີນ​ປະຈຳ​ອິນ​ໂດ​ເນ​ເຊຍ​ຈັດ​ງານ​ລ້ຽງ​ຕ້ອນຮັບ​ນັກຂ່າວໃນ​ວັນ​ອອກກຳມຸສລິ​ມ

(GMT+08:00) 2013-07-31 15:20:00     cri

ຕອນ​ຄ່ຳ​ວັນ​ທີ 30 ກໍລະກົດ​ນີ້, ສະຖານ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ອິນ​ໂດ​ເນ​ເຊຍ ​ໄດ້​ຈັດ​ງານ​ລ້ຽງ​ຕ້ອນຮັບ​ນັກ​ຂ່າວ​​ເນື່ອງໃນ​ໂອກາດ​ວັນ​ອອກ​ກຳ​ມຸສລິ​ມວຽນມາ​ເຖິງ, ທ່ານ ຫຼິວຈ້ຽນຊາວ, ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ອິນ​ໂດ​ເນ​ເຊຍ ​ໄດ້​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນກັບ​ນັກ​ຂ່າວ​ສື່​ມວນ​ຊົນ​​ແຫ່ງຕ່າງໆ​ທີ່​ສຳຄັນ​ຂອງ​ອິນ​ໂດ​ເນ​ເຊຍຢ່າງ​ສະໜິດສະໜົມ ​ແ​ລະ​ ຮັບ​ປະທານອາຫານ​ຮ່ວມ​ກັນ.

​​ໃນ​ໂອກາດ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ຫຼິວຈ້ຽນຊາວ ກ່າວ​ວ່າ: ​ໃນ 6 ​ເດືອນ​ຕົ້ນປີ​ນີ້, ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອິນ​ໂດ​ເນ​ເຊຍ ​ໄດ້​ມີ​ການ​ຂະຫຍາຍຕົວ​ຕື່ມ​ອີກ, ທ່ານ​ຫວາງ​ອີ້, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຄົນ​ໃໝ່ ​ໄດ້​ຖື​ອິນ​ໂດ​ເນ​ເຊຍ​ເປັນ​ໜຶ່ງ​ໃນ​ປະ​ເທດ​ທີ່​ອອກ​ຢ້ຽມຢາມ​ຄັ້ງທຳ​ອິດ​ຂອງ​ທ່ານ, ​ແລະ​ໄດ້​ພົບ​ປະ​ກັບ​ທ່ານ​ມາຕີ ນາ​ຕາ​ເລ​ກາ​ວາ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍຫຼາຍ​ເທື່ອ​ໃນ​ກໍລະ​ນີສາກົນ, ສອງ​ຝ່າຍເນັ້ນໜັກຊຸກ​ຍູ້​ກົນ​ໄກ​ການ​ສົນທະນາ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດຕ່າງໆ, ​ເປັນຕົ້ນ​ແມ່ນ ​ການ​ເມືອງ, ການ​ຕ່າງປະ​ເທດ, ​ວຽກ​ງານ​ທາງ​ທະ​ເລ ​ແລະ ວຽກ​ງານການ​ປ້ອງ​ກັນ​, ​ເພີ່ມ​ທະວີ​ກົນ​ໄກ​ການ​ສົນທະນາ, ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ລະຫວ່າງ​ສອງ​ຝ່າຍ.

ທ່ານຫຼິວຈ້ຽນຊາວ ກ່າວ​ຕື່ມ​ວ່າ: ການ​ຮ່ວມ​ມື​ລະຫວ່າງ​ຈີນ-ອິນ​ໂດ​ເນ​ເຊຍ ​ແມ່ນດຳ​ເນີນ​ໄປ​ຢ່າງຮອບດ້ານ,​ ໄດ້​ລວມທັງ​ຂົງ​ເຂດ​ຕ່າງໆ​ໃນທາງບົກ, ທາງ​ທະ​ເລ ​ແລະ ທາງ​ອາກາດ. ​ໃນ​​ດ້ານການ​ແລກປ່ຽນ​ສັງຄົມ​ແລະ​ວັດທະນະທຳ, ທ່ານຫຼິວຈ້ຽນຊາວ ​ໃຫ້​ຮູ້​ວ່າ, ​ໃນ 6 ​ເດືອນ​ທ້າຍ​ປີ​ນີ້, ຈະ​ມີ​ຊາວ​ໜຸ່ມ​ອິນ​ໂດ​ເນ​ເຊຍຈຳນວນ 100 ຄົນ​ໄປ​ຢ້ຽມຢາມ​ຈີນ​ຕາມ​ຄຳ​ເຊີນ, ນອກ​ນີ້, ອິນ​ໂດ​ເນ​ເຊຍ​ຍັງ​ຈະ​ຈັດ​ກິດຈະກຳ​ໂຄສະນາ​ການທ່ອງທ່ຽວ​ຂະໜາດ​ໃຫຍ່​ຢູ່​ຈີນ​ນຳ​ອີກ.