ຫົວໜ້າ​ຫ້ອງການກະຊວງ​ການ​ຕ່າງປະ​ເທດ​ໄທກ່າວ​ວ່າ ກອງ​ປະຊຸ​ມ​ເວທີ​ປຶກສາ​ຫາລື​ຂັ້ນສູງ​ລະຫວ່າງ​ຈີນ-ອາ​ຊຽນຈະ​ເຈາະ​ຈົງ​ອວ່າຍໜ້າ​ໄປ​ສູ່​ອະນາຄົດ

(GMT+08:00) 2013-07-31 15:21:31     cri

ຫວ່າງ​ມໍ່ໆ​ນີ້, ທ່ານ​ສີ​ຫາ​ສັກ ພວງ​ເກດ​ແກ້ວ, ຫົວໜ້າ​ຫ້ອງການ​ກະຊວງ​ການ​ຕ່າງປະ​ເທດ​ໄທ​ໄດ້​ໃຫ້​ສຳພາດຕໍ່​ນັກ​ຂ່າວ ​ໂດຍ​ກ່າວ​ວ່າ: ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​​ຂັ້ນສູງລະຫວ່າງ​ຈີນ-ອາ​ຊຽນທີ່​ຈະ​ຈັດ​ຂຶ້ນຢູ່​ນະຄອນຫຼວງບາງກອກ​ຂອງ​ໄທ​ໃນ​ວັນ​ທີ 2 ສິງຫາ​ໜ້າ​ນີ້ ​ແມ່ນ​ກິດຈະກຳ​ສະຫຼອງອາ​ຊຽນ-ຈີນສ້າງ​ການ​ພົວພັນ​ຄູ່​ຍຸດ​ທະ​ສາດ​ຄົບຮອບ 10 ປີ ​ເຊິ່ງ​ແມ່ນ​ໄທ​ເປັນ​ເຈົ້າພາບ, ຈະ​ວາງ​ແຜນກ່ຽວ​ກັບ​ທິດ​ທາງ​ແລະ​ໂຄຈອນການ​ພັດທະນາການ​ພົວພັນ​ຄູ່​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ຝ່າຍ​​ໃນ 10 ປີ​ຂ້າງ​ໜ້າ​ຈົນກະທັ້ງ​ໃນ​ໄລຍະ​ຍາວ​ກວ່າ​ນີ້​ອີກ.

ນອກຈາກ​ກອງ​ປະຊຸມເວທີ​ປຶກສາ​ຫາລື​ຂັ້ນສູງ​ຈີນ-ອາ​ຊຽນ​ແລ້ວ, ​ໃນ 6 ​ເດືອນ​ທ້າຍ​ປີ​ນີ້ຍັງ​ຈະ​ຈັດ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດສະ​ໄໝ​ວິສາມັນຈີນ-ອາ​ຊຽນອີກ, ​ເພື່ອ​ທຳ​ການ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມຜູ້ນຳ​ອາ​ຊີ​ຕາ​ເວັນ​ອອກ​ຕ່າງໆ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ຕຸລາ​ປີ​ນີ້. ທ່ານ​ສີ​ຫາ​ສັກ ພວງ​ເກດ​ແກ້ວກ່າວ​ວ່າ: ຫວັງ​ວ່າ​ກອງ​ປະຊຸມ​ເຫຼົ່ານີ້​ສາມາດ​ວາງ​ແຜນການ​ໄລຍະ​ຍາວ​ໃຫ້​ແກ່​ອະນາຄົດ​ຂອງ​ການ​ພົວພັນ​ຄູ່​ຍຸດ​ທະ​ສາດ​ອາ​ຊຽນ-ຈີນ, ສະ​ແດງ​ຕໍ່​ທົ່ວ​ໂລກ​ວ່າ ການ​ພົວພັນ​ຄູ່​ຮ່ວມ​ມືລະຫວ່າງ​ສອງ​ຝ່າຍ​ພວມ​ນັບ​ມື້​ນັບ​ສຸກ​ງອມ​​ຂຶ້ນ​​ແລະ​ມີ​ຄວາມ​ໝັ້ນຄົງ, ສອງ​ຝ່າຍ​ມີ​ຄວາມ​ສາມາດ​ແກ້​ໄຂ​ບັນຫາ​ໃດໆ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ.

ທ່ານ​ສີ​ຫາ​ສັກ ກ່າວ​ຕື່ມ​ວ່າ: ​ໃນ​ຖານະ​ເປັນ​ປະ​ເທດ​ປະສານ​ງານ​ການ​ພົວພັນ​ລະຫວ່າງ​ອາ​ຊຽນ-ຈີນ, ​ໄທ​ຫວັງ​ວ່າ​ຈະ​ສາມາດ​ຊຸກ​ຍູ້​ການ​ພົວພັນ​ຄູ່​ຍຸດ​ທະ​ສາດ​ລະຫວ່າງ​ອາ​ຊຽນ-ຈີນ ​ໃນ​ອາຍຸ​ຕຳ​ແໜ່​ງຂອງ​ຕົນ, ​ຊຸກ​ຍູ້​ການ​ຄ້າ​​ແລະການລົງທຶນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ແລະ​ການ​ແລກປ່ຽນ​ລະຫວ່າງ​ປະຊາຊົນ​ສອງ​ຝ່າຍ, ຊຸກ​ຍູ້​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.