ລັດ​ຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ຈະ​​​ໄປເຂົ້າ​ຮ່ວມ​ເວທີ​ປຶກສາ​ຫາລືຂັ້ນ​ສູງ​ຈີນ-ອາ​ຊຽນ​ແລະ​ຢ້ຽມຢາມມະ​ເລ​ເຊຍ, ລາວ​ແລະ​ຫວຽດນາມ

(GMT+08:00) 2013-07-31 15:08:44     cri
ຕາມ​ຂ່າວCRI: ວັນ​ທີ30ກໍລະກົດ​ນີ້, ທ່ານ​ຫົງ​ເຫຼີ​ຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ເປີດ​ເຜີຍວ່າ, ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ສຸຣາພົງ ​​ໂຕ​ວິຈັກ​ໄຊ​ກຸນ, ຮອງ​ນາຍົກລັດຖະມົນຕີທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທ​ດ​ໄທ, ທ່ານ​ດາ​ຕຸກ ອາ​ນີຟາ ອາ​ມານ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ມະ​ເລ​ເຊຍ, ທ່ານ​ທອງລຸນ ສີ​ສຸ​ລິດ, ຮອງ​ນາຍົກລັດຖະມົນຕີທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ລາວ​ແລະ​ທ່ານ​ຟາ​ມ ບິ່ງ​ມິ​ງ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ, ທ່ານ​ຫວາງ ອີ, ລັດ​ຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທ​ດ່ຈີນ​ຈະ​ເດີນທາງ​ໄປ​​​ໄທ​ເພື່ອເຂົ້າ​ຮ່ວມກອງ​ປະຊຸມ​ເວທີ​ປຶກສາຫາລື​ຂັ້ນ​ສູງຈີນ-ອາ​ຊຽນ​ແລະ​ຢ້ຽມຢາມມະ​ເລ​ເຊຍ, ລາວ​ແລະ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ​ແຕ່ວັນ​ທີ1ຫາ​ວັນ​ທີ6ສິງຫາ​ໜ້າ​ນີ້.