ຮອງ​ນາຍົກລັດຖະມົນຕີກຳປູ​ເຈຍ​ກ່າ​ວວ່າ​ຈະ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ໄມຕີຈິດ​ມິດຕະພາບ ລະຫວ່າງ​ກຳປູ​ເຈຍ​ກັບ​ຈີນ​​ເຂົ້າສູ່​ລວງ​ເລິກ

(GMT+08:00) 2013-07-31 15:10:30     cri
ຕາມ​ຂ່າວCRI: ວັນ​ທີ30ກໍລະກົດ​ນີ້, ທ່ານ​ເຕຍ ບັນ, ຮອງ​ນາຍົກລັດຖະມົນຕີທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ກຳປູ​ເຈຍ​ກ່າວ​ວ່າ, ການ​ພົວພັນ​ລະຫວ່າງກຳປູ​ເຈຍ​ກັບ​ຈີນ​ໄດ້ມີ​ການ​ພັດທະນາ​​ເປັນຢ່າງ​ດີ, ກຳປູ​ເຈຍ​ຈະ​ພະຍາຍາມ​ຊຸກຍູ້​ຢ່າງ​ບໍ່​ຢຸດ​ຢັ້ງ​ເພື່ອການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດສືບ​ຕໍ່​ເຂົ້າສູ່​ລວງ​ເລິກ.

ທ່ານ ​​ເຕຍ ບັນ ​ແມ່ນກ່າວ​ຄວາມ​ເວົ້າ​ດັ່ງກ່າວ​ໃນ​ຕ້ອນຮັບ​ການ​​ເຂົ້າ​ຢ້ຽມ​ຄຳນັບ​ຂອງທ່ານ​ນາງ​ ປູ້ ຈ້ຽນກົວ, ​ເອກ​ອັກຄະ​ລັດຖະທູດ​ຈີນຄົນ​ໃໝ່​ປະຈຳ​ກຳປູ​ເຈຍ​. ທ່ານ ​ເຕຍ ບັນ ​ກ່າວ​ວ່າ, ທ່ານ​​ເພິ່ງພໍ​ໃຈຕໍ່​ການ​ພົວພັນ​ໄມຕີ​ຈິດ​ມິດຕະພາບລະຫວ່າງປະ​ເທດ​ທັງສອງ​ກຳປູ​ເຈຍ​​ຈີນ​ໃນ​ປະຈຸ​ບັນ​ນີ້, ສອງ​ປະ​ເທດມີ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​​ແຟ້ນ​ໃນ​ທຸກດ້ານຄື​ການ​ເມືອງ, ​ເສດຖະກິດ, ການ​ທະຫານ​ແ​ລະ​ອື່ນໆ, ທ່ານ​ເຊື່ອ​ວ່າ​ພາຍ​ໃຕ້​ຄວາມ​ພະຍາຍາມ​ຂອງ​ສອງ​ຝ່າຍ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຈະ​ສືບ​ຕໍ່​ເຂົ້າສູ່​ລວງ​ເລິກ​ໃນ​ຕໍ່ໜ້າ.

ທ່ານ​ ​ເຕຍ ບັນ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈຕໍ່ລັດຖະບານ​ແລະ​ປະຊາຊົນ​ຈີນທີ່​ໄດ້​ສະໜອງການ​ຊ່ວຍ​ເຫຼືອ​ໃຫ້​ແກ່​ລັດຖະບານ​ແລະ​ປະຊາຊົນ​ກຳປູ​ເຈຍ​​ໃນ​ເວລາ​ດົນ​ນານ​ມາ​ນີ້​, ​ແລະ​ກ່າວ​ວ່າ​ກໍາປູ​ເຈຍສຸດທິ​ເອົາ​ໃຈ​ໃສ່ນຳ​ການ​ແລກປ່ຽນ​ແລະການ​ຮ່ວມ​ມື​ໃນ​ຂົງ​ເຂດການ​ທະ​ຫານ​ກັບ​ຈີນ, ທ່ານ​ຈະ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນດ້ານ​ການ​​ຮ່ວມ​ມື​ລະຫວ່າງສອງ​ກອງທັບ​​ໃຫ້ພັດທະນາ​ຕື່ມ​ອີກ.

ທ່ານ​ນາງ​ ປູ້ ຈ້ຽນກົວ ກ່າວ​ວ່າ, ການ​ພົວພັນ​ລະຫວ່າງ​ຈີນ​​ກຳປູ​ເຈຍ​ໄດ້​ຖືກ​ຍົກ​ລະດັບຂຶ້ນ​ເປັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ, ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍໃນ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ການ​ທະ​ຫານ​ແລະ​ຂົງ​ເຂດ​ອື່ນ​ລະຫວ່າງ​ສອງ​ຝ່າຍໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ບໍ່​ເຄີຍ​ມີ​ມາ​ກ່ອນ, ​ໃນ​ໄລຍະ​ດຳລົງ​ຕຳ​ແໜ່​ງປະຕິບັດ​ໜ້າ​ທີ່​ທ່ານຈະ​ພະຍາຍາມ​​ສຸດ​ຂີດ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ການ​ພົວພັນ​ມິດຕະພາບ​​ແລະ​ການ​ຮ່ວມ​ມືລະຫວ່າງຈີນ​ກຳປູ​ເຈຍ, ຊຸກຍູ້​ການ​ຮ່ວມ​ມື​ແລະ​ການພັ​ດທະນາ​ໃນ​ທຸກ​ຂົງ​ເຂດ​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ບໍ່​ຢຸດ​ຢັ້ງ.