ງານ​ມະຫະ​ກຳ​ຮູບ​ເງົາ​ຫວຽດນາມ​ຄັ້ງ​ທີ18ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ຕຸລາປີ​ນີ້

(GMT+08:00) 2013-07-31 15:12:38     cri
ຕາມ​ຂ່າວCRI: ​ງານ​ມະຫະກຳຮູບ​ເງົາ​ຫວຽດນາມ​ຄັ້ງທີ18ຈະ​ຈັດ​ຂຶ້ນຢູ່​ແຂວງກວາງ ມິ​ງຂອງ​ຫວຽດນາມແຕ່ວັນ​ທີ11ຫາ​ວັນ​ທີ15ຕຸລາ​ປີ​ນີ້,. ​ເພື່ອ​ສະ​ເຫຼີ​ມສະຫຼອງ​​ແຂວງ​ກວາງ ມິ​ງສ້າງ​ຕັ້ງ​ຂຶ້ນ​ຄົບຮອບ50ປີ​ແລະ​ຖືເປັນໜຶ່ງ​ໃນ​ກິດຈະກຳ​ຕ່າງໆ​ຂອງ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ທົ່ງພຽງ​​ແມ່​ນ້ຳ​ຊົງ​ຮົງ2013, ​ເຊິ່ງມີ​ຈຸດປະສົງ​ເພື່ອຍ້ອງຍໍ​ຮູບ​​ເງົາ​ທີ່​ມີ​ຊັກ​ຊະນະ​ຊົ​ນຊາດ, ວັດທະນະທຳ​ແລະ​ມີ​ຫົວຄິດປະດິດ​ສ້າງ​ໃໝ່ແລະຜູ້​ປະຕິບັດ​ງານ​ດີ​ເດັ່ນ​ໃນ​ຂະ​ແໜງການ​ຮູບ​ເງົາ​.

ງານ​ມະຫະກຳຮູບ​ເງົາ​ຫວຽດນາມ​ແມ່ນ​ງານ​ມະ​ໂຫລານໃນ​ວົງ​ການ​ຮູບ​ເງົາ​ຫວຽດນາມ, ​ໄດ້​ດຶງ​ດູດ​ນັກສະ​ແດງ​ແລະ​ຜູ້​ຜະລິດ​ຮູບ​ເງົາ​ຈຳນວນ​ຫຼວງ​ຫຼາຍ​ເຂົ້າ​ຮ່ວມ, ຜົນງານທີ່​ເຂົ້າ​ຮ່ວມ​ງານ​ມະຫະກຳ​ມີ ຮູບ​ເງົາ​ດີ​ເດັ່ນ​ປະ​ເພດ​ຕ່າງໆ, ຄື:ຮູບ​ເງົາ​ສາລະ​ຄະດີ, ຮູ​ບ​ເງົາ​ວິ​ທະຍາ​ສາດ​ແລະຮູບ​ເງົາ​ກາ​ຕຸ​ນ​​ເປັນ​ຕົ້ນ.