ຈີນ​ຮຽກຮ້ອງ​ໃຫ້​ຍີ່​ປຸ່ນ​ເຄົາ​ລົບ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ​ໃນ​ບັນ​ຫາ​ປະ​ຫວັດ​ສາດ

(GMT+08:00) 2013-08-01 15:33:25     cri

ວັນ​ທີ 31 ກໍລະກົດ​ຜ່ານ​ມາ​ນີ້, ທ່ານ​ຫົງ​ເຫຼີຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​​ໃຫ້​ຄຳ​ຕອບ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ຖ້ອຍ​ຄວາມ​ຂອງ​ທ່ານ​ຕາ​ໂຣ ອາ​ໂຊ, ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນຍີ່ປຸ່ນ ​ໂດຍ​ກ່າວ​ວ່າ: ​ຈີນ​ຮຽກຮ້ອງ​ໃຫ້​ຍີ່ປຸ່ນ ຕັ້ງໜ້າສຳນຶກ​ຄືນ​ການ​ກະທຳ​ຄວາມ​ຜິດ​ຂອງ​ຕົນ​ໃນ​ປະຫວັດສາດ, ​ເຄົາລົບ​ຄຳ​ໝັ້ນສັນຍາ​ຂອງ​ຕົນໃນ​ບັນຫາ​ປະຫວັດສາດ.

ນັກ​ຂ່າວ​ຖາມ​ວ່າ: ວັນ​ທີ 29 ກໍລະກົດ​ຜ່ານ​ມາ​ນີ້, ທ່ານ​ຕາ​ໂຣ ອາ​ໂຊ, ຮອງ​ນາ​ຍົກ​ລັດຖະມົນຕີ​ຍີ່ປຸ່ນ​ໄດ້​ກ່າວ​ຄຳ​ປາ​ໄສ​ວ່າ: ຍີ່ປຸ່ນ​ຄວນຮ່ຳ ຮຽນ​ນຳ​ການ​ກະທຳ​ຂອງ​ນາ​ຊີ​ເຢຍລະ​ມັນ​ກ່ອນ​ສົງຄາມ​ໂລກ​ຄັ້ງທີ 2, ຊຸກ​ຍູ້​ໃຫ້​ບັນລຸ​ການ​ດັດ​ແກ້​ລັດຖະທຳ​ມະນູນ​ໃນ​ສະພາບ​ແວດ​ລ້ອມ​ທີ່​ມິດ​ງຽບ. ທ່ານ​ຕາ​ໂຣ ອາ​ໂຊ ຍັງ​ກ່າວ​ວ່າ: ບໍ່​ສະ​ແດງ​ຄວາມ​ເຄົາລົບ​ນັບຖື​ແລະ​ຄວາມ​ຂອບ​ໃຈ​ຕໍ່ຜູ້​ເສຍສະຫຼະ​ເພື່ອ​ຊາດ​ນັ້ນ​ແມ່ນ​ບໍ່​ປົກກະຕິ, ຄວນ​​ໄປ​ເຄົາລົບຫໍ​ໄຫວ້​ຢາ​ຊູ​ຄູ​ນີ​ແບບ​ມິດ​ງຽບ. ຝ່າຍ​ຈີນ​ມີ​ການ​ວິຈານ​ແນວ​ໃດຕໍ່​ຖ້ອຍ​ຄວາມ​ນີ້?

ທ່ານ​ຫົງ​ເຫຼີຍ ກ່າວ​ວ່າ: ຜູ້ນຳ​ສຳຄັນຂອງ​ຍີ່ປຸ່ນ​ກ່າວຄຳ​ປາ​ໄສ​ຢ່າງ​ບັງອາດ​ວ່າ​ຄວນຮ່ຳຮຽນ​ນຳ​ການ​ກະທຳ​ຂອງ​ນາ​ຊີ​ເພື່ອ​ຊຸກຍູ້​ຂະ​ບວນການ​ດັດ​ແກ້​ລັດຖະທຳ​ມະນູນ, ນີ້​ເຮັດ​ໃຫ້​ປະ​ເທດ​ໃກ້​ຄຽງ​ໃນ​ອາຊີ ​ແລະ​ ປະຊາ​ຄົມ​ໂລກ​ໃຫ້​ຄວາມ​ສົນ​ໃຈ ​ແລະ ມີ​ຄວາມ​ລະມັດລະວັງ​ຕໍ່​ທິດ​ທາງ​ຂະຫຍາຍຕົວ​ຂອງ​ຍີ່ປຸ່ນ. ບັນຫາ​ຫໍ​ໄຫວ​ຢາ​ຊູ​ຄູ​ນີ ​ໄດ້​ກ່ຽວ​ພັນ​ເຖິງ​ຍີ່ປຸ່ນ​ຈະ​ສາມາດປະ​ເຊີນ​ກັບ​ປະຫວັດຮັກ​ຮານ​ຢ່າງ​ຖືກຕ້ອງຫຼືບໍ່, ​ເຄົາລົບ ຈິດ​ໃຈ​ຂອງ​ປະຊາຊົນ​ຂອງປະ​ເທດທີ່​ປະສົບຄວາມ​ເສຍ​ຫາຍ​​ໃນອາຊີ ຫຼືບໍ່. ພວກ​ຂ້າພະ​ເຈົ້າຮຽກຮ້ອງ​ໃຫ້​ຍີ່ປຸ່ນຕັ້ງໜ້າ​ສຳນຶກ​ຄືນການ​ກະທຳ ຄວາມ​ຜິດ​ຂອງ​ຕົນ​ໃນ​ປະຫວັດສາດ, ​ເຄົາລົບ​ຄຳ​ໝັ້ນສັນຍາ​ຂອງ​ຕົນໃນ​ບັນຫາ​ປະຫວັດສາດ, ສ້າງ​ຄວາມ​ເຊື່ອ​ໝັ້ນ​ໃຫ້​ແກ່​ປະ​ເທດ​ໃກ້​ຄຽງ​ໃນ​ອາຊີ ​ແລະ ປະຊາ​ຄົມ​ໂລກ​ດ້ວຍ​ການ​ກະທຳ​ຕົວ​ຈິງ.

​ໂດຍ​ແນ​ໃສ່​​ຖ້ອຍ​ຄວາມ​ຂອງ​ທ່ານ​ຕາ​ໂຣ ອາ​ໂຊ, ​ວັນ​ທີ 31 ກໍລະກົດ​ຜ່ານ​ມາ​ນີ້,​​ທ່ານ ມາ​ຕາ​ອີ​ຊີ ​ເຊ​ອີ​ຈີ, ເລຂາທິການ​ໃຫຍ່​ພັກ​ສັງຄົມ​ປະຊາທິປະ​ໄຕ ​ເຊິ່ງ​ແມ່ນ​ພັກ​ບໍ່​ກຳ​ອຳນາດ​ຂອງ​ຍີ່ປຸ່ນ ​ໄດ້​​ໃຫ້​ສຳພາດ ​ໂດຍ​ຮຽກຮ້ອງ​ໃຫ້​ທ່ານ​ຕາ​ໂຣ ອາ​ໂຊ, ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ​ຍີ່ປຸ່ນ ຈົ່ງ​ຖອນ​ຄືນຄຳ​ເວົ້າຂອງ​ຕົນ​ທີ່​ເວົ້າຍ້ອມ​ການ​ກະທຳ​ດັດ​ແກ້​ລັດຖະທຳ​ມະນູນຂອງ​ນາ​ຊີ​ເຢຍລະ​ມັນ ​ແລະ ລາ​ອອກ​ຈາກ​ຕຳ​ແໜ່​ງ.

ວັນ​ທີ 30 ກໍລະກົດ​ແລ້ວ​ນີ້, ທ່ານ​ໂຈ​ເທ​ຢົງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ສ.​ເກົາຫຼີ ຊີ້​ອອກ​ວ່າ: ຖ້ອຍ​ຄວາມ​ຂອງ​ທ່ານ​ຕາ​ໂຣ ອາ​ໂຊ ຈະ​ເປັນ​ການ​ທຳຮ້າຍ​ຈິດ​ໃຈ​ຂອງ​ຄົນ​ຈຳນວນຫຼວງຫຼາຍ​ຢ່າງ​ຈະ​ແຈ້ງ, ຜູ້ນຳ​ຍີ່ປຸ່ນ​ຄວນ​ພິຈາລະນາ​​ເຖິງຈິດ​ໃຈ​ຂອງ​ປະຊາຊົນ​ປະ​ເທດ​ອ້ອມ​ຂ້າງ​ທີ່​ຖືກ​ຍີ່ປຸ່ນ​ຮຸກ​ຮານ​ໃນ​ປະຫວັດສາດ, ຄຳ​ເວົ້າ​​ແລະການ​​ປ​ະພຶດຕ້ອງ​ມີ​ຄວາມ​ລະມັດລະວັງ.