ນ້ຳມັນ​ດິບ​ຮົ່ວ​ໄຫຼຢູ່​ໄທສືບ​ຕໍ່​ແຜ່​ກະຈາຍ ຈະ​ຂໍ​ຊ່ວຍ​ເຫຼືອນຳປະ​ເທດ​ໃກ້​ຄຽງ

(GMT+08:00) 2013-08-01 15:36:57     cri

ໜັງສືພິມຫຼຽນ​ເຫີ​ຈາວ​ປ້າວ ຂອງສິງກະ​ໂປ​ລາຍ​ງານ​ວ່າ: ຫວ່າງ​ມໍ່ໆ​ນີ້, ລັດຖະບານ​ໄທ​ກ່າວ​ວ່າ, ​ໃນ​ອຸບັດ​​ຕິເຫດນ້ຳມັນ​ດິບ​ຮົ່ວ​ໄຫຼທີ່​ເກີດ​ຂຶ້ນຢູ່​ອ່າວ​ໄທ​ນັ້ນ, ປັດຈຸບັນ ຄາບ​ນ້ຳມັນ​ໄດ້​ແຜ່​ກະຈາຍ​ໄປ​ຮອດ​ເກາະດອນ​ນ້ອຍ​ທີ່ຢູ່​ບໍລິ​ເວນ​ອ້ອມ​ຂ້າງ​ເກາະ​ສະ​ເໝັດ ​ເຊິ່ງ​ແມ່ນ​ແຫຼ່ງທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ໄທ. ທ່ານ​ປອດ​ປະສົບ ສຸ​ລັດ​ສະວະ​ດີ, ຮອງ​ນາຍົກລັດຖະມົນຕີ​ໄທ​ເຫັນ​ວ່າ, ​ເຄື່ອງ​ອຸປະກອນ​ຂອງ​ໄທ​ທີ່​ມີ​ຢູ່​ໃນ​ປັດຈຸບັນ​ບໍ່​ພໍທີ່ສາມາດຮັບ​ມື​ກັບ​ວິ​ກິດ​ການ​ນ້ຳມັນ​ຮົ່ວ​​ໄຫຼ​ໃນ​ຄັ້ງນີ້, ລັດຖະບານ​ຄວນ​ຂໍຊ່ວຍ​ເຫຼືອນຳ​ສິງກະ​ໂປປະ​ເທດ​ໃກ້​ຄຽງ ທີ່ມີ​ເຄື່ອງ​ອຸປະກອນ​ທີ່​ກ່ຽວຂ້ອງ.

ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ, ນາຍົກລັດຖະມົນຕີ​ໄທ ກໍ່​ກ່າວ​ວ່າ, ນາງ​ເອງ​ໄດ້​ອອກ​ຄຳ​ສົ່ງ​ຕໍ່​ອົງການ​ທີ່​ກ່ຽວຂ້ອງວ່າ, ຖ້າມີ​ຄວາມຈຳ​ເປັນ​ກໍ​ຂໍ​ຊ່ວຍ​ເຫຼືອນຳ​ປະ​ເທດ​ໃກ້​ຄຽງ​ທີ່​ມີ​ເຄື່ອງ​ອຸປະກອນ​ທີ່​ກ່ຽວຂ້ອງ. ບໍລິສັດ​ນ້ຳມັນ​ເຊື້ອ​ໄຟ​ແຫ່ງ​ຊາດ​ໄທ​ຈະ​ເປັນ​ຜູ້​ຮັບຜິດຊອບ​ຄ່າ​ໃຊ້​ຈ່າຍ​ທັງ​ໝົດໃນ​ການ​ກຳຈັດ​ຄາບ​ນ້ຳມັນ​ໃນ​ອຸບັດ​ຕິ​ເຫດ​ຄັ້ງນີ້.