ບາງກອກ​ຈະ​ປະຕິບັດ​ກົດລະບຽບ​ຄວາມ​ປອດ​ໄພ​ພາຍ​ໃນ​ປະ​ເທດ​ເພື່ອ​ຮັບ​ມື​ກັບ​ການ​ຊຸມນຸມ​ຕ້ານ​ລັດຖະບານ

(GMT+08:00) 2013-08-01 15:38:13     cri

ວັນ​ທີ 31 ກໍລະກົດ​ຜ່ານ​ມາ​ນີ້, ລັດຖະບານ​ໄທ​ໄດ້​ຕົກລົງ​ວ່າ, ນັບ​ແຕ່​ວັນ​ທີ 1 ສິງ​ຫາ​ນີ້​ເປັນຕົ້ນ​ໄປ, ຈະ​ປະຕິບັດ​ກົດ​ລະບຽບ​ຄວາມ​ປອດ​ໄພ​ພາຍ​ໃນ​ປະ​ເທດ​ເປັນ​ການ​ຊົ່ວຄາວ ຢູ່​ສາມ​ເຂດ​ຂອງ​ນະຄອນຫຼວງບາງກອກ ​ເພື່ອ​ຮັບ​ມື​ກັບ​ການ​ຊຸມນຸມ​ຕ້ານ​ລັດຖະບານ​ຂະໜາດ​ໃຫຍ່​ທີ່​ອາດ​ຈະ​ມີ​ຂຶ້ນ​ໃນ​ໄລຍະ​ມໍ່ໆ​ນີ້.

ຕາມ​ແຜນການ​ທີ່​ວາງ​ໄວ້, ລັດຖະສະພາ​ໄທຈະ​ປຶກສາ​ຫາລື​ຮ່າງ​ກົດໝາຍ​ອະ​ໄພ​ໂທດ​ສະບັບ​ໜຶ່ງ​ແຕ່​ວັນ​ທີ 7-8 ສິງຫາ​ນີ້, ​​ເຊິ່ງມີເນື້ອ​ໃນຕົ້ນຕໍກ່ຽວ​ກັບ​ການ​​ອະ​ໄພ​ໂທດ​ຜູ້​ຄົນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ຊຸມນຸມ​ທາງ​ການ​ເມືອງ, ​ເພື່ອ​ຊຸກ​ຍູ້​ຄວາມ​ປອງດອງ​ຊາດ ​ແລະ ກຳຈັດ​ຄວາມ​ຂັດ​ແຍ່ງພາຍ​ໃນ​ປະ​ເທດ. ​ແຕ່​ອົງການ​ຕໍ່ຕ້ານ​ລັດຖະບານ​ເຫັນ​ວ່າ, ຮ່າງ​ກົດໝາຍ​ສະບັບນີ້​ມີ​ຜົນ​ດີ​ຕໍ່​ທ່ານ​ທັກສິນ ຊິນນະ​ວັດ, ອະດີດ​ນາຍົກລັດ​ຖະມົນຕີ​ໄທ​ທີ່​ພັດ​ຖິ່ນ​ຢູ່​ຕ່າງປະ​ເທດ​ ກັບ​ຄືນ​ປະ​ເທດ​ໄທ​ແລະ​ຍົກ​ເລີກ​ໂທດ​ຂອງ​ຕົນ​ເອງ, ສະນັ້ນ​ໄດ້​ວາງ​ແຜນ​ຈະຈັດການ​ຊຸມນຸມ ຕ່າງໆ​ແຕ່​ວັນ​ທີ 4-8 ສິງຫາ​ນີ້, ​ເພື່ອ​ຕໍ່ຕ້ານ​ລັດຖະສະພາ​ຄົ້ນຄວ້າ​ພິຈາລະນາ​ຮ່າງ​ກົດໝາຍ​ດັ່ງກ່າວ. ພ້ອມ​ກັນນັ້ນ, ກຸ່ມ​ເສື້ອ​ແດງ​ທີ່​ສະໜັບສະໜູນ​ລັດຖະບານ​ກໍ​ມີ​ແຜນ​ຈັດການ​ຊຸມນຸມ​ໃນ​ວັນ​ທີ 3 ສິງຫາ​ນີ້, ​ເພື່ອ​ສະໜັບສະໜູນ​ການ​ຮັບຮອງ​ຮ່າງ​ກົດໝາຍ​ອະ​ໄພ​ໂທດ​ສະບັບ​ນີ້.
ພາກສ່ວນ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ໄທ​ເປັນ​ຫ່ວງ​ວ່າ, ຖ້າ​ສອງ​ຝ່າຍ​ເກີດ​ການ​ປະ​ທະ​ກັນ, ຈະ​ມີ​ຜົນ​ກະທົບ​ເຖິງ​ຂະ​ບວນການ​ນິຕິບັນຍັດ​ຂອງ​ລັດຖະສະພາ.