ຕຳຫຼວດຂອງ​ຈີນ​​ແ​ລະ​ອິນ​ໂດ​ເນ​ເຊຍຮ່ວມ​ກັນມ້າງ​ຄະດີຫຼອກຕົ້ມ​ໂດຍ​ຜ່ານທາງ​​ໂທລະ​ຄົມ​ລະຫວ່າງ​ຊາດ "16​ພຶດສະພາ"

(GMT+08:00) 2013-08-01 11:34:40     cri
ຕາມ​ຂ່າວCRI: ວັນ​ທີ31ກໍລະກົດ​​ແລ້ວນີ້, ຜູ້​ຕ້ອງສົງ​ໄສ​54ຄົນ​ໃນ​ຄະດີ​ຫຼອກ​ຕົ້ມ​ໂດຍ​ຜ່ານ​ທາງໂທລະ​ຄົມ​ລະຫວ່າງ​ປະ​ເທດ "16ພຶດສະພາ​" ທີ່​ຖືກ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຈີນ​ຈັບ​ຕົວ​ຢູ່​ອິນ​ໂດ​ເນ​ເຊຍ​ໄດ້ຖືກນຳ​ສົ່ງ​ກັບ​ຄືນ​ຈີນ​ແລ້ວ. ​ໃນຄັ້ງ​ນີ້​​ເຈົ້າ​ໜ້າ​ທີ່​ຕຳຫຼວດຂອງ​ຈີນ​​ແລະ​ອິນ​ໂດ​ເນ​ເຊຍໄດ້ປະສານສົມທົບ​ກັນຢ່າງແໜ້ນແຟ້ນ, ໄດ້ຈັບຕົວຜູ້​ຕ້ອງສົງ​ໄສ63ຄົ​ນຢູ່​ນະຄອນຫຼວງ​ຈາກ​າ ຕາ(​ເຊິ່ງ​ໃນ​ນັ້ນ​ມີ​ຄົນ​ຈີນແຜ່ນດິນ​​ໃຫຍ່​54ຄົນ, ຄົນ​ຈີນໃຕ້​ຫວັນຈີນ9ຄົນ), ຍັງ​ໄດ້​ມ້າງ​ຄະດີ​ຫຼອກ​ຕົ້ມ​ໂດຍ​ຜ່ານ​ທາງໂທລະ​ຄົມ​ທີ່​ກ່ຽວ​ພັນ​ກັບ​ຈີນ​ພ້ອມ​ກັນ​ເກືອ​ບຮ້ອຍ​ຄະດີ, ມູນ​ຄ່າ​​ໃນຄະດີ​ລວມມີ40ກວ່າ​ລ້ານ​ຢວນ.

ນີ້​ແມ່ນ​ທີ່​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຈີນ​​ເດີນທາງ​ໄປ​ອິນ​ໂດ​ເນ​ເຊຍ​ເພື່ອ​ໂຈມ​ຕີ​ອາ​ຊະ​ຍາ​ກຳ​​ໂດຍ​ຜ່ານ​ທາງໂທລະ​ຄົມ​ຄັ້ງ​ທີ5ນັບ​ແຕ່​ປີ2011​ເປັນ​ຕົ້ນ​ມາ. ​ໃນ2ປີຜ່ານມາ, ​ເຈົ້າ​ໜ້າ​ທີ່ຕຳຫຼວດ​ສອງ​ປະ​ເທດ​ໄດ້​ປະສານສົມທົບ​ກັນ​ຢ່າງ​​ແໜ້ນ​​ແຟ້ນ, ​ໄດ້​ຈັບ​ຕົວ​ຜູ້​ຕ້ອງສົງ​ໄສ​ກໍ່​ອາ​ຊະ​ຍາ​ກຳຈາກຈີນ​ແຜ່ນດິນ​ໃຫຍ່​​ແລະຈີນ​ໃຕ້​ຫວັນຈີນ​ທັງ​ໝົດລວມ426ຄົນ, ​ແລະ​ໄດ້​ນຳ​ສົ່ງ​ຜູ້​ຕ້ອງ​ສົງ​ໄສ​ຂອງ​ຈີນ​​ແຜ່​ນດິນ​ໃຫຍ່​192ຄົນ​ກັບ​ຄືນ​​ຈີນ.