ຫວຽດນາມ​ແລະ​ຍີ່ປຸ່ນ​ບັນລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ການ​ຊຸ​ກຍູ້​ການຂະຫຍາຍ​ການ​ພົວພັນ​ຄູ່​​ຮ່ວມ​ມືຍຸດ​ທະ​ສາດ​ລະຫວ່າງ​ສອງ​ຝ່າຍ

(GMT+08:00) 2013-08-02 15:17:29     cri

ວັນ​ທີ 1 ສິງຫາ​ນີ້, ທ່ານ​ຫງວຽນ​ເຕີນ​ຢຸງ, ນາຍົກລັດຖະມົນຕີຫວຽດນາມ​ໄດ້​ໂທລະສັ​ບ ສົນທະນາ​ກັບທ່ານ​ຊິນ​ໂຈ ອາ​ເບະ, ນາຍົກລັດຖະ ມົນຕີຍີ່ປຸ່ນ, ສອງ​ຝ່າຍ​ໄດ້​ບັນລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນກ່ຽວ​ກັບການ​ຊຸກ​ຍູ້​ການ​ພົວພັນ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ​ລະຫວ່າງ​ຫວຽດນາມ-ຍີ່ ປຸ່ນ​​ໃຫ້​ໄດ້​ຮັບ​ການ​ຂະຫຍາຍຕົວ​ຢ່າງຮອບດ້ານ.

ຂ່າວສານ​ຫວຽດນາມ​ລາຍ​ງານ​ວ່າ: ຫົວໜ້າ​ລັດຖະບານ​ສອງ​ປະ​ເທດ​ໄດ້​ກ່າວ​ເນັ້ນວ່າ ຈະ​ສືບ​ຕໍ່​ປະສານ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ຊຸກ​ຍູ້​ໃຫ້ການ​ພົວພັນ​ຄູ່ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຫວຽດນາມ-ຍີ່ປຸ່ນ​ນັບ​ມື້​ນັບ​ຂະຫຍາຍຕົວ​ຢ່າງຮອ​ບດ້ານ, ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ຊາດ, ປະກອບສ່ວນ​ອັນຕັ້ງໜ້າເຂົ້າ​ໃນ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ຂອງ​ພາກ​ພື້ນ​ອາຊີ​ປາຊີ​ຟິກ ກໍ​ຄື​ຂອງ​ໂລກ. ສອງ​ຝ່າຍ​ເປັນ​ເອກະ​ສັນ​ກັນ​ເຫັນ​ດີ​ຮັກສາ​ການ​ຢ້ຽມຢາມ​ແລະ​ຕິດ​ຕໍ່​ກັນ​ລະຫວ່າງ​ຄະນະ​ຜູ້​ແທນ​ຂັ້ນສູງ​ສອງ​ປະ​ເທດ, ປະຕິບັດ​ກົນ​ໄກ​ສົນທະນາ​ໃນ​ຂົງ​ເຂດ​ການ​ຮ່ວມ​ມື​ທີ່​ລະອຽດ​ຢ່າງ​ມີ​ປະສິດທິ​ຜົນ, ທຳ​ຄວາມ​ພະຍາຍາມ​ເພື່ອ​ຈັດ​ກອງ​ປະຊຸມ​ຄະນະ​ກຳມະການ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ-ຍີ່ປຸ່ນ​ຢ່າງສຳ​ເລັດຜົນ, ຈັດຕັ້ງປະຕິບັດ​ຕາມ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ລະຫວ່າງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ຕ່າງໆ, ​ເຊັ່ນ: ​ເສດຖະກິດ​ການຄ້າ, ການ​ລົງທຶນ ​ແລະ ການ​ຊ່ວຍ​ເຫຼືອທາງ​ການ​ເພື່ອ​ການ​ພັດທະນາ ຫຼື ODA.