ທ່ານ​ຮຸນ​ແຊນກ່າວ​ວ່າ ການ​ພົວພັນ​ລະຫວ່າງ​ກຳປູ​ເຈຍ-ຈີນ​ຈະ​ໝັ້ນຄົງ​ຍິ່ງ​ຂຶ້ນ​ໃນ​ອະນາຄົດ

(GMT+08:00) 2013-08-02 15:19:20     cri

ວັນ​ທີ 1 ສິງຫາ​ນີ້, ທ່ານ​ນາງ ປູ້​ຈ້ຽນ​ໂກ, ​ເອກ​ອັກຄະ​ລັດຖະທູດ​ຈີນ​ຄົນ​ໃໝ່​ປະຈຳ​ກຳປູ​ເຈຍ ​ໄດ້​ເຂົ້າຢ້ຽມ​ຂ່ຳນັບ​ທ່ານ ຮຸນ​ແຊນ, ນາຍົກລັດ ຖະມົນຕີກຳປູ​ເຈຍ, ທ່ານ​ຮຸນ​ແຊນ​ຮູ້ສຶກ​ເພິ່ງ​ພໍ​ໃຈຫຼາຍຕໍ່​ການ​ພົວພັນ​ລະຫວ່າງ​ກຳປູ​ເຈຍ-ຈີນທີ່​ໄດ້​ຮັບ​ການ​ພັດທະນາ​ເລື້ອຍ​ໆມາ, ​ແລະ​ເຊື່ອ​ໝັ້ນວ່າການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຈະ​ໝັ້ນຄົງ​ຍິ່ງ​ຂຶ້ນພາຍ​ໃຕ້​ຄວາມ​ພະຍາຍາມ​ຂອງ​ສອງ​ຝ່າຍ.

ທ່ານ​ນາງ ປູ້​ຈ້ຽນ​ໂກ ກ່າວ​ວ່າ: ຈະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ພາຍ​ໃນ​ອາຍຸ​ຕຳ​ແໜ່​ງຄັ້ງນີ້, ຈັດຕັ້ງປະຕິບັດ​ຕາມຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນລະຫວ່າງ​ຜູ້ນຳ​ສອງ​ປະ​ເທດ, ຊຸກ​ຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ກ້າວ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ. ທ່ານ​ນາງ ປູ້​ຈ້ຽນ​ໂກ ກ່າວ​ຕື່ມ​ວ່າ: ລັດຖະບານ​ແລະ​ປະຊາຊົນ​ຈີນ ຈະ​ສືບ​ຕໍ່​ສະໜອງ​ການ​ຊ່ວຍ​ເຫຼືອ​ແກ່ກຳປູ​ເຈຍ​ເພື່ອ​ການ​ພັດທະນາ​ແລະ​ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ກຳປູ​ເຈຍ​ໃຫ້​ສູງ​ຂຶ້ນ.

ມື້​ດຽວ​ກັນ, ທ່ານ​ນາງ ປູ້​ຈ້ຽນ​ໂກ ຍັງ​ໄດ້​ເຂົ້າຢ້ຽມ​ຂ່ຳນັບ​ທ່ານ​ເຮັງ​ຊຳຣິນ, ປະທານ​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ.

ປີ​ນີ້​ແມ່ນ​ປີ​ສ້າງຕັ້ງການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຈີນ-ກຳປູ​ເຈຍ​ຄົບຮອບ 55 ປີ, ສອງ​ຝ່າຍ​ຈະ​ຈັດ​ກິດຈະກຳ​ຕ່າງໆ​, ຮ່ວມ​ກັນສະ ຫຼອງການ​ພົວພັນ​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງສອງ​ປະ​ເທດ​ຈີນ-ກຳປູ​ເຈຍ.