​ກອງ​ປະຊຸມເວທີ​ປຶກສາ​ຫາລື​ຂັ້ນ​ສູງ​ຈີນ-ອາ​ຊຽນ​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ບາງກອກ

(GMT+08:00) 2013-08-02 13:53:11     cri
ຕາມ​ຂ່າວCRI: ​ເພື່ອ​ສະ​ເຫຼີມສະຫຼອງ​ຈີນ​-​ອາ​ຊຽນ​ໄດ້​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຄົບຮອບ10ປີ, ​ໃນ​ວັນ​ທີ2ສິງຫາ​ນີ້, ​ກອງ​ປະຊຸມເວທີ​ປຶກສາ​ຫາລື​ຂັ້ນ​ສູງຈີນ-ອາ​ຊຽນຈະ​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ບາງກອກ​ຂອງ​ໄທ, ທ່ານ ຫວາງ ອີ້, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ, ທ່ານ​ສຸຣະພົງ ​ໂຕ​ວິຈັກ​ໄຊ​ກຸນ, ຮອງ​ນາຍົກລັດຖະມົນຕີ​ທັງເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ໄທ​​ແລະ​ທ່ານ​ອື່ນ​ໆຈະ​ເຂົ້າ​ຮ່ວມກອງ​ປະຊຸມ​ເວທີ​ປຶກສາ​ຫາລື​​ໃນ​ຄັ້ງ​ນີ້.

ປີ2013​ແມ່ນ​ປີ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຈີນ​-​ອາ​ຊຽນຄົບຮອບ10ປີ, ​​ກອງ​ປະຊຸມເວທີ​ປຶກສາ​ຫາລື​ຂັ້ນ​ສູງ​​ຈີນ​ກັບ​ອາ​ຊຽນ​ແມ່ນ​ໜຶ່ງ​ໃນກິດຈະກຳ​ສະ​ເຫຼີ​ມສະຫຼອງ​ທີ່​ໄທ​ເປັນ​ຝ່າຍ​ເຈົ້າພາບ. ​ກອງ​ປະຊຸມເວທີ​ປຶກສາ​ຫາລື​ຄັ້ງ​ນີ້ມີ​ສາມ​ຫົວ​ຂໍ້, ຄື: ຫວນ​ຄືນ​ຜົນສຳ​ເລັດ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຈີນ​-ອາ​ຊຽນ. ມຸ່ງໜ້າ​ສູ່​ອະນາຄົດຂອງ​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ຈີນ​-​ອາ​ຊຽນ. ໜ້າ​ທີ່​ແລະ​ບົດບາດຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ທ່ານ​ສຸຣະພົງ ​ໂຕ​ວິຈັກ​ໄຊ​ກຸນ, ຮອງ​ນາຍົກລັດຖະມົນຕີທັງ​ເປັນ​ລັດຖມະ​ນົນ​ຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​​ໄທ​ເປັນ​ປະ​ເທດ​ກອງ​ປະຊຸມ, ຜູ້​ຕາງ​ແທນ​ໃນວົງ​ການ​ຕ່າງໆ​ຈາກ​10ປະ​ເທດ​ສະມາຊິ​ກອາ​ຊຽນຈະ​ດຳ​ເນີນ​ການ​ປຶກສາ​ຫາລື​ກ່ຽວ​ກັບ3ຫົວຂໍ້​ດັ່ງກ່າວ.