ນາຍົກລັດ​ຖະມົນຕີ​ມະ​ເລ​ເຊຍ​ພົບ​ປະກັບ​ທ່ານ​ຫວາງ ອີ້

(GMT+08:00) 2013-08-02 13:53:58     cri
ຕາມ​ຂ່າວCRI: ວັນ​ທີ1ສິງຫາ​ນີ້, ທ່ານ​ນາ​ຈິບ ຕູນ ຣາສັກ, ນາຍົກລັດຖະມົນຕີມະ​ເລ​ເຊຍ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂໍ່ານັບ​ຂອງ​ທ່ານ​ ຫວາງ ອີ້, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຢູ່​ສໍານັກງານ​ນາຍົກລັດຖະມົນຕີທີ່​ເມືອງ​ປູຕຼາຈາ​ຢາ.


ທ່ານ​ນາ​ຈິບ​ກ່າ​ວວ່າ, ການ​ພົວພັນ​ລະຫວ່າງ​ມະ​ເລ​ເຊຍ-ຈີນ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ຮອບ​ດ້ານ, ມີ​ຄວາມບົ່ມ​ຊ້ອນ​ຢ່າງ​ໃຫຍ່​ຫຼວງ, ມີ​ອະ​ນາດ​ຄົດ​ຢ່າງ​ກວ້າງຂວາງ. ກາ​ນພົວພັນ​ລະຫວ່າງ​ມະ​ເລ​ເຊຍ-ຈີນ​ໄດ້​ກາຍ​ເປັນ​ຕົວ​ແບບທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ຈີນ​ຈະ​​ເສີມ​ຂະຫຍາຍ​ບົດບາດ​​ນັບ​ມື້​ນັບ​ສຳຄັນ​​ໃນ​ເສ​ດຖະກິດ​ແລະ​ພາລະກິດສັງຄົມ​ຂອງ​ມະ​ເລ​ເຊຍ. ລັດຖະບານ​ມະ​ເລ​ເຊຍ​ຍິນ​ດີ​ພະຍາຍາມ​ຮ່ວມ​ກັບ​ລັດຖະບານ​ຊຸດໃໝ່​ຂອງ​ຈີນ, ຖື​ປີໜ້າ​ເຊິ່ງ​ເປັນ​ປີ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ດ້ານ​ການ​ທູດລະຫວ່າງ​ມະ​ເລ​ເຊຍ-ຈີນ​ຄົບຮອບ40ປີ​ເປັນ​ໂອກາດ, ຊຸກຍູ້​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ໃຫຍ່​ຫຼວງກວ່າ​ເກົ່າ.

ທ່າ​ນ ຫວາງ ​ອີ້ກ່າວ​ວ່າ, ການ​ພົວພັນ​ລະຫວ່າງ​ຈີນ-​ມະ​ເລ​ເຊຍ​ພາຍ​ໃຕ້​ຄວາມ​ພະຍາຍາມ​ຮ່ວມຂອງ​ຜູ້ນຳ​ຫຼານ​ລຸ້ນ, ການ​ຮ່ວມມື​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດລະຫວ່າງ​ສອງ​ຝ່າຍ​ກໍ່​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​​ເຖິງ​ຈຸດ​ພິ​ເສດ​ຕ່າງໆ​ຄື, ດຳ​ເນີນ​ໄປ​ຢ່າງ​ຮອບດ້ານ, ໝັ້ນ​ທ່ຽງ, ​ແລະ​ກ້າວ​ເດີນ​ໄປ​ໜ້າ​ຢ່າງ​ແທ້​ຈິງ, ​ເຊິ່ງ​​ໄດ້​ນຳ​ມາ​ແຫ່ງຜົນ​ປະ​ໂຫຍ​ດສຳຄັນ​ແກ່​ສອງ​ປະ​ເທດ, ກໍ່​ໄດ້​ປະ​ກອບ​ສ່ວນອັນ​ຕັ້ງໜ້າ​ເຂົ້າ​ໃນ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​. ສອງ​ຝ່າຍ​ຕ້ອງ​ຮັກສາການ​ໄປມາຫາສູ່​ກັນ​ລະຫວ່າງ​ການ​ນຳຂັ້ນສູງ, ບຸກ​ເບີກ​ຂົງ​ເຂດ​ໃໝ່ດ້ານ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ຮ່ວມ​ກັນ​ຊຸກຍູ້​ໃຫ້ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ອາຊີ​ພັດທະນາ​ຢ່າງ​ປອດ​ໃສ, ​ເພີ່ມ​​ເນື້ອ​ໃນອັນ​ໃໝ່​ເຂົ້າ​ໃນ​ການ​ຮ່ວມ​ມື​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ​ລະຫວ່າງ​ຈີນ​-ມະ​ເລ​ເຊຍ.