ສິງກະ​ໂປ​ກັບ​ຫວຽດນາມ​ຍົກ​ລະດັບ​ການ​ພົວພັນລະຫວ່າງ​ສອງ​ຝ່າຍ

(GMT+08:00) 2013-08-02 13:55:00     cri
ຕາມ​ຂ່າວCRI: ວັນ​ທີ1ສິງຫາ​ນີ້, ທ່ານ​ໂຕ​ນີ ຕານ ​ເຄງ ຢາມ, ປະທານາທິບໍດີ​ສິງກະ​ໂປ​ກ່າວ​ວ່າ, ສິງກະ​ໂປ​ກັບ​ຫວຽດນາມ​ໄດ້​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດຄົບຮອບ40ປີ​ໃນ​ມື້​ດຽວກັນ, ສອງ​ຝ່າຍ​ຕົກລົງ​ຍົກ​ລະດັບການ​ພົນ​ພັນລະຫວ່າງ​ສອງ​ຝ່າຍ​ຂຶ້ນ​ເປັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ.