ທ່ານ​ຫວາງ​ອີ້ ກ່າວ​ວ່າ ການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ໃນ​ບັນຫາ​ທະ​ເລ​ຈີນ​ໃຕ້​ສາມາດ​ດຳ​ເນີນ​ໄປ​ຄຽງ​ກັນ​ໄດ້​ໃນ​ສາມ​ດ້ານ

(GMT+08:00) 2013-08-03 15:24:07     cri

ທ່ານ​ຫວາງ​ອີ້, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ພົບ​ປະ​ທ່ານ​ສຸລະ​ກຽດ ສະຖຽນ​ໄທ, ອະດີດ​ຮອງ​ນາຍົກລັດຖະມົນຕີ​ໄທ, ປະທານ​ສະພາ​ມົນຕີ​ສັນຕິພາບ​ແລະ​ຄວາມ​ປອງ​ດອງ​ອາຊີ ທີ່​ນະຄອນຫຼວງບາງກອກ​ໃນວັນ​ທີ 2 ສິງຫາ​ນີ້, ສອງ​ຝ່າຍ​ໄດ້​ແລກ ປ່ຽນຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ເຮັດ​ແນວ​ໃດ​ຈຶ່ງ​ສາມາດ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ລະຫວ່າງ​ປະ​ເທດ​ທີ່​ກ່ຽວຂ້ອງ​ໃນ​ບັນຫາ​ທະ​ເລ​ຈີນ​ໃຕ້​ໄດ້​ຢ່າງ​ເໝາະ​ສົມ.

ທ່ານ​ຫວາງ​ອີ້ ກ່າວ​ວ່າ: ການ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກ່ຽວ​ກັບເກາະດອນ​ໜານ​ຊ່າ​ທີ່​ກ່ຽວຂ້ອງ ສາມາດ​ດຳ​ເນີນ​ໄປ​ຄຽງ​ກັນ​​ໄດ້​ໃນ​ສາມ​ດ້ານ. ໜຶ່ງ, ຍຶດໝັ້ນ​ໃຫ້​ຝ່າຍ​ທີ່​ມີ​ຄວາມ​ຂັດ​ແຍ່ງ​ກັນ​ດຳ​ເນີນ​ການ​ປຶກສາ​ຫາລື​ກັນ​ເພື່ອ​ບັນລຸ​ແຜນການ​ແກ້​ໄຂ. ນີ້​ແມ່ນ​ຊ່ອງ​ທາງ​ພື້ນຖານ​ທີ່​ສຸດ, ກໍ​ແມ່ນ​ຊ່ອງ​ທາງ​ແກ້​ໄຂ​ບັນຫາ​ໃນ​ຂັ້ນ​ສຸດທ້າຍ. ຈີນ​​ເປີດ​ປະຕູ​ການ​ສົນທະນາ​ຕໍ່​ບັນດາ​ຝ່າຍ​ທີ່​ມີ​ຄວາມ​ຂັດ​ແຍ່ງ​ກັນ​ມາໂດຍ​ຕະຫຼອດ, ຄຳ​ເວົ້າທີ່​ວ່າ​ການ​ເຈລະຈາ​ລະຫວ່າງ​ສອງ​ຝ່າຍ​ບໍ່​ສາມາດ​ດຳ​ເນີນ​ຕໍ່​ໄປ​ໄດ້​ອີກ​ແລ້ວນັ້ນ ​ບໍ່​​ຖືກ​ຕາມ​ມູນ​ຄວາມ​ຈິງ ​ແລະ ກໍ​ບໍ່​ມີຫຼັກອ້າງ​ອີງ. ສອງ, ສືບ​ຕໍ່ປະຕິບັດ​ຕາມ"ຖະແຫລງການແຫ່ງການປະພຶດຂອງບັນດາຝ່າຍໃນທະເລຈີນໃຕ້", ​ພ້ອມ​ທັງຊຸກຍູ້ການ​ປຶກສາ​ຫາລື​ກ່ຽວ​ກັບ "ກົດ​​ແຫ່ງ​ການ​ປະພຶດ​ໃນ​ທະ​ເລ​ຈີນ​ໃຕ້" ຫຼື COC ​ເປັນ​ກ້າວໆ. ສ່ວນ "ຖະແຫລງການແຫ່ງການ ປະພຶດຂອງບັນດາຝ່າຍໃນທະເລຈີນໃຕ້" ​ແລະ COC ບໍ່​ແມ່ນ​ເພື່ອ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທີ່​ລະອຽດ, ຫາກ​ແມ່ນ​ເພື່ອ​ສຸມ​ໃສ່​ການ​​ຮ່ວມ​ກັນປົກ​ປ້ອງສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ເຂດ​ທະ​ເລ​ຈີນ​ໃຕ້​. ມາ​ຮອດ​ປັດຈຸບັນ, ການ​ຊຸກ​ຍູ້​ COC ​ເຄີຍ​ຖືກ​ລົບ​ກວນ​ຍ້ອນ​ການ​ກະທຳ​ບໍ່​ຮ່ວມ​ມືຂອງ​ຝ່າຍ​ໃດ​ໜຶ່ງ, ຝ່າຍ​ຈີນ​ບໍ່​ຢາກ​ໄດ້​ເຫັນ​ການ​ກະທຳ​ແບບ​ນີ້​ມີ​ຂຶນອີກ. ສາມ, ຕັ້ງໜ້າ​ຊອກຄົ້ນ "ການ​ບຸກ​ເບີກພັດທະນາຮ່ວມ​ກັນ". ການ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ໃນ​ທະ​ເລ​ຈີນ​ໃຕ້​ໃຫ້​ຕົກ​ໃນ​ທີ່​ສຸດ​ຍັງ​ຕ້ອງການ​ເວລາ​ຍາວ​ສົມຄວນ, ​ກ່ອນ​​ໄດ້​ຮັບ​ການ​ແກ້​ໄຂ​, ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຄວນ​ເລີ່​ມຈາກ​ການ​ບັນລຸ​ການ​ຮ່ວມ​ມື​ແບບຕ່າງ​ຝ່າຍຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ຮ່ວມ​ກັນ​ຊອກ​ຄົ້ນຊ່ອງ​ທາງຊຸກຍູ້ "ການ​ບຸກ​ເບີກ​ພັດທະນາ​ຮ່ວມ​ກັນ". "ການ​ບຸກ​ເບີກ​ພັດທະນາ​ຮ່ວມ​ກັນ" ມີ​ຄວາມ​ໝາຍ​ບໍ່​ພຽງ​ແຕ່​ໃນ​ດ້ານ​ຜົນ​ປະ​ໂຫຍ​ດທາງ​ເສດຖະກິດ​ເທົ່າ​ນັ້ນ, ​ແຕ່​ຍັງ​ຈະ​ເປັນ​ການ​ສົ່ງ​ສັນຍານ​ອັນ​ຈະ​ແຈ້ງ​ຕໍ່​ພາຍ​ນອກ​ວ່າ, ປະ​ເທດ​ໃນ​ພາກ​ພື້ນ​ນີ້​ຍິນ​ດີ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ ​ລະຫວ່າງ​ຝ່າຍ​ຕ່າງໆ​​ຢ່າງເໝາະ​ສົມດ້ວຍຮູບ​ແບບ​ການ​ຮ່ວມ​ມື.