ທ່ານ​ຮຸນ​ແຊນ​ກ່າວ​ວ່າ ກຳປູ​ເຈຍຈະ​ບໍ່​ຕົກ​ຢູ່​ໃນ​ສະພາບ​ທາງ​ຕັນ​ທາງການ​ເມືອງ

(GMT+08:00) 2013-08-03 15:27:55     cri

ວັນ​ທີ 2 ສິງຫາ​ນີ້, ທ່ານ​ຮຸນ​ແຊນ, ນາຍົກລັດຖະມົນຕີກຳປູ​ເຈຍ ກ່າວ​ວ່າ: ພັກ​ປະຊາຊົນ​ຊີງ​ໄດ້ບ່ອນ​ນັ່ງ​ຂອງສະພາ​ແຫ່ງ​ຊາດ​ກວ່າ​ເຄິ່ງໜຶ່ງ​ແລ້ວ, ການ​ເລືອກ​ຕັ້ງທົ່ວ​ໄປ​ໃນ​ປີ​ນີ້​ຈະ​ບໍ່​ຕົກ​ຢູ່​ໃນ​ສະພາບ​ທາງ​ຕັນ​ທາງ​ການ​ເມືອງ, ປະຊາຊົນ​ຄວນສືບ​ຕໍ່​ດຳລົງ​ຊີວິດ​ຕາມ​ສະພາບ​ປົກກະຕິ.

ທ່ານ​ຮຸນ​ແຊນ ກ່າວ​ວ່າ: ພາຍຫຼັງການ​ເລືອກ​ຕັ້ງທົ່ວ​ໄປ​ 60 ວັນ, ສົມເດັດ​ໂນ​ໂຣດົມ ສີ​ຫາ​ໂມ​ນີ, ມະຫາ​ກະສັດ​ກຳປູ​ເຈຍ ຈະ​ຮຽກ​ໄຂ​ກອງ​ປະຊຸມ​ຄັ້ງປະຖົມມະ​ເລີກ​ຂອງ​ສະພາ​ແຫ່ງ​ຊາດ​ສະ​ໄໝ​ໃໝ່ດ ຖ້າ​ສະມາຊິກ​ສະພາ​ທີ່​ສັງກັດ​ພັກ​ຝ່າຍ​ຄ້ານ​ບໍ່​ເຂົ້າຮ່ວມ​ກອງ​ປະຊຸມ, ກໍ​ໝາຍ​ຄວາມ​ວ່າ​ໄດ້​​​ປະລະບ່ອນ​ນັ່ງ​ຂອງ​ຕົນ, ຄະນະ​ກຳມະການ​ເລືອກ​ຕັ້ງ​ແຫ່ງ​ຊາດ ຈະ​ແບ່ງປັນ​ບ່ອນ​ນັ່ງ​ທີ່​ຖືກ​ປະນັ້ນ​ໃຫ້​ພັກ​ການ​ເມືອງ​ອື່ນ​ໆທີ່​ຊີງ​ໄດ້​ບ່ອນ​ນັ່ງ​ໃນ​ການ​ເລືອກ​ຕັ້ງ.

​ໂດຍ​ແນ​ໃສ່​ເລື່ອງ​ທີ່​ສະມາຊິກ​ສະພາ​ສູງ​ອາ​ເມ​ລິ​ກາ​ກ່າວ​ເຕືອນ​ວ່າ​ຈະ​ຢຸດ​ຕິ​ການ​ຊ່ວຍ​ເຫຼືອກຳປູ​ເຈຍ​ນັ້ນ, ທ່ານ​ຮຸນ​ແຊນ ​ໃຫ້​ຄຳ​ຕອບ​ວ່າ: ກຳປູ​ເຈຍ​ມີ​ເງິນສົດ, ຄຳ ​ແລະ ​​ເງິນຕາ​ຕ່າງປະ​ເທດ​ໃນ​ຄັງ​ສຳຮອງ​ຢ່າງ​ພຽງພໍ, ຈະ​ບໍ່​​ໄດ້​ຮັບ​ຜົນ​ສະທ້ອນ​ຈາກ​ການ​ຢຸດຕິ​ການ​ຊ່ວຍ​ເຫຼືອ.

ກຳປູ​ເຈຍ​ໄດ້​ຈັດການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ​ສະ​ໄໝ​ທີ 5 ​ໃນວັນ​ທີ 28 ກໍລະກົດ​ຜ່ານ​ມາ​ນີ້. ຜົນ​ການ​ນັບ​ບັດ​ໃນ​ເບື້ອງ​ຕົ້ນສະ​ແດງ​ໃຫ້​ເຫັນ​ວ່າ, ພັກ​ປະຊາຊົນ ​ເຊິ່ງ​ແມ່ນ​ພັກ​ກຳ​ອຳນາດ ທີ່​ນຳພາ​ໂດຍ​ທ່ານ​ຮຸນ​ແຊນ ຊີງ​ໄດ້ 68 ບ່ອນ​ນັ່ງ​ໃນ​ຈຳນວນທັງ​ໝົດ 123 ບ່ອນ​ນັ່ງ​ໃນ​ສະພາ​ແຫ່ງ​ຊາດ, ພັກ​ກູ້​ຊາດ ​ເຊິ່ງ​ແມ່ນພັກ​ຝ່າຍ​ຄ້ານຊີງ​ໄດ້ 55 ບ່ອນ​ນັ່ງ. ​ແຕ່​ພັກ​ກູ້​ຊາດ​ໄດ້​ປະຕິ​ເສດ​ຜົນ​ການ​ເລືອກ​ຕັ້ງນີ້. ປັດຈຸບັນ, ຄະນະ​ກຳມະການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ກຳປູ​ເຈຍ​ຍັງ​ບໍ່​ທັນ​ໄດ້​ເປີດ​ເຜີຍ​ຜົນ​ການ​ເລືອກ​ຕັ້ງຢ່າງ​ເປັນ​ທາງ​ການ​ເທື່ອ.