ທ່ານ​ບັນ​ກີ​ມູນ​ຊົມ​ເຊີຍ​ກຳປູ​ເຈຍ​ຈັດການ​ເລືອກ​ຕັ້ງທົ່ວ​ໄປ​ດ້ວຍ​​ສັນຕິວິທີ

(GMT+08:00) 2013-08-03 15:30:20     cri

ຕອນ​ຄ່ຳ​ວັນ​ທີ 2 ສິງຫາ​ນີ້, ທ່ານ​ບັນ​ກີ​ມູນ, ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ຜ່ານ​ໂຄສົກ​ຂອງ​ທ່ານ​ອອກ​ຖະ​ແຫຼງການ, ​ໂດຍ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ກຳປູ​ເຈຍທີ່​ໄດ້​ດຳ​ເນີນ​ການ​ເລືອກ​ຕັ້ງທົ່ວ​ໄປ​ດ້ວຍ​ສັນຕິ​ວິທີ, ຂະນະ​ດຽວ​ກັນ​ກໍ​ສົ່ງ​ເສີມ​ໃຫ້​ພາກສ່ວນຄຸ້ມ​ຄອງຂອງ​ກຳປູ​ເຈຍ​ແກ້​ໄຂ​ການ​ກ່າວ​ຟ້ອງ​ທີ່ວ່າ "ມີ​ການ​ກະທຳ​ຜິດ​ກົດ​ລະບຽບ" ​ໃນ​ການ​ເລືອກ​ຕັ້ງທົ່ວ​ໄປນັ້ນ ດ້ວຍ​ຄວາມຍຸດຕິ​ທຳ.

​ ​ໃນ​ເວລາ​ຕອບຄຳ​ຖາມ​ຂອງ​ນັກ​ຂ່າວ ໃນມື້​ດຽວ​ກັນ, ທ່ານ​ນາງ ຮວາ​ຊຸນ​ອີງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​​ໄດ້​ສະ​ແດງ​ຄວາ​ມຊົມ​ເຊີຍ​ຕໍ່​ພັກ​ປະຊາຊົນ​ກຳປູ​ເຈຍ​ທີ່​ໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກຕັ້ງທົ່ວ​ໄປ​ໃນ​ຄັ້ງນີ້.

ທ່ານ​ນາງ​ ຮວາຊຸນ​ອີງ ກ່າວ​ວ່າ: ​ໃນຫຼາຍປີ​ມາ​ນີ້, ກຳປູ​ເຈຍ​ໄດ້​ຮັບ​ໝາກຜົນ​ອັນ​ໃຫຍ່ຫຼວງ​ໃນ​ການ​ພັດທະນາ​ປະ​ເທດ​ຕົນ. ຈີນ​ສະໜັບສະໜູນ​ກຳປູ​ເຈຍ​ເດີນ​ໄປ​ຕາມ​ເສັ້ນທາງ​ທີ່​ສອດຄ່ອງ​ກັບ​ສະພາບຕົວ​ຈິງ​ຂອງ​ປະ​ເທດ​ຕົນ, ຫວັງ​ວ່າ​ບຸກຄົນ​ໃນ​ວົງ​ການ​ຕ່າງໆ​ຂອງ​ກຳປູ​ເຈຍຈົ່ງ​ສືບ​ຕໍ່​ສຸມ​ໃສ່​ຄວາມ​ໝັ້ນຄົງ​ແລະ​ການ​ພັດທະນາ​ຂອງ​ປະ​ເທດ​ຕົນ.