ປະທານ​ປະ​ເທດ​ລາວ​ຕ້ອນຮັບ​ການ​ເຂົ້າຢ້ຽມ​ຂ່ຳນັບ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ

(GMT+08:00) 2013-08-03 22:44:35     cri

ວັນ​ທີ 3 ສິງຫາ​ນີ້, ຢູ່​ທີ່​ນຳ​ທຽບ​ປະທານ​ປະ​ເທດ​ທີ່​ນະຄອນຫຼວງວຽງ​ຈັນ, ທ່ານ​ຈູມ​ມາລີ ​ໄຊ​ຍະ​ສອນ, ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກປະຊາຊົນ​ປະຕິວັດ​ລາວ, ປະທານ​ປະ​ເທດລາວ ​ໄດ້​ຕ້ອນ​ຮັບ​ການ​ເ​ຂົ້າຢ້ຽມ​ຂ່ຳນັບ​ຂອງ​ທ່ານ​ຫວາງ​ອີ້, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ ​ໃນ​ໂອກາດ​ເດີນທາງໄປ​ຢ້ຽມຢາມ​ລາວ​ຢ່າງ​ເປັນ​ທາງ​ການ.

ທ່ານ​ຈູມ​ມາລີ ​ໄຊ​ຍະ​ສອນ ກ່າວ​ວ່າ: ຈີນ​ໄດ້​ຮັບ​ໝາກຜົນ​ອັນ​ໃຫຍ່ຫຼວງ​ໃນ​ພາລະກິດ​ສ້າງສາ​ສັງຄົມ​ນິຍົມ, ​ມີຖານະ​ບົດບາດນັບ​ມື້​ນັບ​ສູງ​ຂຶ້ນໃນ​ເວທີ​ສາກົນ. ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ 18 ຂອງ​ພັກ​ກອມ​ມູນິດ​ຈີນ​ໄຂ​ຂຶ້ນຢ່າງ​ສຳ​ເລັດຜົນ ​ໄດ້ຊີ້​ບອກທິດ​ທາງ​ການ​ພັດທະນາ​ຂອງ​ຈີນໃນ​ໄລຍະ​ໃໝ່, ນີ້​ໄດ້​ເປັນ​ການ​ເຊີດ​ຊູກຳລັງ​ໃຈ​ແກ່​ປະ​ເທດ​ລາວ​ທີ່​ຍຶດໝັ້ນ​ເດີນ​ຕາມ​ເສັ້ນທາງ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ປະ​ເທດ​ຕົນ. ພັກ ​ແລະ ລັດຖະບານ​ລາວ​ຫວັງ​ຢາກ​ຮ່ວມ​ກັນ​ກັບ​ຄະນະ​ນຳ​ສູນ​ກາງ​ຊຸ​ດໃໝ່ຂອງ​ຈີນ, ລົງ​ເລິກ​ການ​ພົວພັນ​ຖານ​ສະຫາຍ ​ແລະ ​ເພື່ອນ​ມິດ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ລະດັບ​ສູງ ​ແລະ ສະໜິດສະໜົມລະຫວ່າງ​ສອງ​ຝ່າຍ.

ທ່ານ​ຫວາງ​ອີ້ ກ່າວ​ວ່າ: ການ​ພົວພັນ​ລະຫວ່າງ​ຈີນ-ລາວ​ແມ່ນ​ການ​ພົວພັນ​ທີ່​ມີ​ຄວາມ​ໝາຍ​ທາງຍຸດ​ທະ​ສາດອັນ​ພິ​ເສດ. ​ໂດຍປະ​ເຊີນ​ກັບ​ສະຖານະ​ການ​ສາກົນ​ທີ່​ສັບສົນ​ແລະມີ​ການ​ປ່ຽນ​ແປງ​ເລື້ອຍໆ, ຄະນະ​ນຳ​ສູນ​ກາງ​ຊຸດ​ໃໝ່​ຂອງ​ຈີນ​ຍິນ​ດີ​ຮ່ວມ​ກັນ​ກັບ​ຝ່າຍ​ລາວເພີ່ມ​ທະວີ​ການ​ແລກປ່ຽນ​ທາງ​ຍຸດ​ທະ​ສາດ​, ລົງ​ເລິກ​ການ​ຮ່ວມ​ມື​ທາງ​ດ້ານ​ຍຸດ​ທະ​ສາດ ບົນ​ພື້ນຖານ​ການ​ພົວພັນ​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ​ຈີນ-ລາວ​ທີ່​ລິ​ເລີ່​ມສ້າງ​ໂດຍ​ຜູ້ນຳ​ລຸ້ນອາວຸ​ໂສ​ຂອງ​ສອງ​ປະ​ເທດ, ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຮ່ວມ​ທາງດ້ານ​ຍຸດ​ທະ​ສາດຂອງ​ສອງ​ຝ່າຍ, ຜ່ານ​ການ​ລົງ​ເລິກ​ການ​ຮ່ວມ​ມື​ແທ້​ຈິງ​ໃນ​ຂົງ​ເຂດ​ຕ່າງໆ, ​ເພີ່ມ​ເນື້ອ​ໃຈ​ອັນ​ໃໝ່​ເຂົ້າ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຈີນ-ລາວ ຢ່າງ​ບໍ່​ຢຸດ​ຢັ້ງ.