ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ໃຫ້​ສຳພາດ​ກ່ຽວ​ກັບ​ຂະ​ບວນການສ້າງ "ກົດ​ບັດ​ແຫ່ງ​ການ​ປະພຶດໃນ​ທະ​ເລ​ຈີນ​ໃຕ້"

(GMT+08:00) 2013-08-05 17:11:59     cri

ວັນ​ທີ 5 ສິງຫາ​ນີ້, ຢູ່​ທີ່​ນະຄອນຫຼວງຮ່າ​ໂນ​ຍ, ທ່ານ​ຫວາງ​ອີ້, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ທີ່​ພ້ວມຢ້ຽມຢາມ​ຢູ່​ຫວຽດນາມ​ໄດ້​ໃຫ້​ສຳພາດ​​ຕໍ່​ນັກ​ຂ່າວ, ​ໂດຍ​ກ່າວ​ວ່າ: ຈີນ​ແລະ​ບັນດາ​ປະ​ເທດ​ອາ​ຊຽນ​ໄດ້​ເຫັນ​ດີ​ປຶກສາ​ຫາລື​ກັນ​ກ່ຽວ​ກັບການຊຸກ​ຍູ້​ຂະ​ບວນການສ້າງ "ກົດ​ບັດ​ແຫ່ງ​ການ​ປະ​ພຶດ​ໃນ​ທະ​ເລ​ຈີນ​ໃຕ້" ພາຍ​ໃຕ້​ຂອບການປະຕິບັດ "ຖະແຫລງການແຫ່ງການປະພຶດຂອງບັນດາ ຝ່າຍໃນທະເລຈີນໃຕ້", ​ເພື່ອ​ຮ່ວມ​ກັນ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ໃນ​ເຂດ​ທະ​ເລ​ຈີນ​ໃຕ້.

ທ່ານ​ຫວາງອີ້ ກ່າວ​ວ່າ: ຈີນ​ຍຶດຖື​ທ່າ​ທີ​ອັນຕັ້ງໜ້າ ​ແລະ ​ເປີດ​ປະຕູ​ໃນ​ການສ້າງ "ກົດ​ບັດ​ແຫ່ງ​ການ​ປະພຶດ​​ໃນ​ທະ​ເລ​ຈີນ​ໃຕ້", ​ໃນ​ຂະນະ​ດຽວກັນກໍ​ໄດ້​ສົນ​ໃຈ​ວ່າ ​ໃນ​ເມື່ອ​ບໍ່​ດົນ​ມາ​ນີ້ ຝ່າຍ​ຕ່າງໆ​ໄດ້​ມີ​ຄວາມ​ເຫັນຫຼາຍຢ່າງ​ກ່ຽວ​ກັບ​ການ​ເຮັດ​​ແນວ​ໃດ​ຈຶ່ງ​ສາມາດ​ຊຸກ​ຍູ້​ຂະ​ບວນການ​ດັ່ງກ່າວ, ກ່ຽວ​ກັບ​ເລື່ອງ​ນີ້, ຄວາມ​ເຫັນ​ຂອງ​ຈີນ​ມີ​ດັ່ງ​ນີ້:

ໜຶ່ງ, ຕ້ອງ​ມີໄລຍະ​ກະກຽມ​ທີ່​ສົມ​ເຫດ​ສົມ​ຜົນ. ມີ​ບາງ​ປະ​ເທດ​ໄດ້​ສະ​ເໜີ​ວ່າ "​ຄວນ​ເຮັດ​ສຳ​ເລັດ​ໂດຍ​ໄວ", ​ໂດຍ​ຫວັງ​ວ່າ​ສາມາດ​ປຶກສາ​ຫາລື​ຕົກລົງ​ກັນ​ໄດ້​ໃນ​​ໄລຍະ​ອັນ​ສັ້ນໆ, ນີ້​ບໍ່​ສອດຄ່ອງ​ກັບ​ເລື່ອງ​ຄວາມ​ເປັນ​ຈິງ​, ກໍ​ບໍ່​ແມ່ນ​ທ່າ​ທີ​ອັນໜັ​ກ​ແໜ້ນ​ແລະ​ຕັ້ງໜ້າ. "ກົດ​ບັດ​ແຫ່ງ​ການ​ປະພຶດ​ໃນ​ທະ​ເລ​ຈີນ​ໃຕ້" ​ໄດ້ກ່ຽວ​ພັນ​ເຖິງຜົນ​ປະ​ໂຫຍ​ດຂອງຫຼາຍຝ່າຍ, ຕ້ອງ​ດຳ​ເນີນ​ການ​ປະສານ​ງານ​ຢ່າງ​ລະອຽດ​ແລະ​ສັບສົນກ່ອນ ການວາງອອກ.

ສອງ, ຕ້ອງ​ປຶ​ກສາ​ຫາລື​​ໃຫ້ເປັນ​ເອກະ​ພາບ​ກັນ. ການ​ຊຸກຍູ້ການ​ສ້າງ "ກົດ​ບັດ​ແຫ່ງ​ການ​ປະພຶດ​ໃນ​ທະ​ເລ​ຈີນ​ໃຕ້" ຄວນພິຈາລະນາ​ບົດຮຽນ​ຂອງ​ການວາງ "ຖະແຫລງການແຫ່ງການປະພຶດຂອງ ບັນດາຝ່າຍໃນທະເລຈີນໃຕ້", ສະ​ແຫວ​ງຫາ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະ​ພາບ​ກັນອັນ ກວ້າງຂວາງ​ທີ່​ສຸດ, ຄຳນຶງ​ເຖິງ​ຄວາມ​ສະບາຍ​ໃຈ​ຂອງ​ຝ່າຍ​ຕ່າງໆ. ບໍ່​ຄວນ​ເອົາ​ຈິດ​ໃຈ​ຂອງ​ປະ​ເທດ​ໃດ​ໜຶ່ງ ຫຼື ປະ​ເທດ​ຈຳນວນ​ໜ້ອຍຂຶນ​ເຕັງ​ໃສ່​ປະ​ເທດ​ອື່ນ, ຖ້າ​ບໍ່​ດັ່ງນັ້ນກໍ​ຈະ​ບໍ່​​ໄດ້​ຮັບ​ຜົນ​ແຕ່​ຢ່າງ​ໃດ.

ສາມ, ຕ້ອງກຳຈັດ​ສິ່ງລົບ​ກວນ​ຕ່າງໆ. ​ແຕ່​ກ່ອນ, ຈີນ​ກັບ​ປະ​ເທດ​ອາ​ຊຽນ​ເຄີຍ​ໄດ້​ປຶກສາ​ຫາລືກັນ​ກ່ຽວ​ກັບ "ກົດ​ບັດ​ແຫ່ງ​ການ​ປະ​ພຶດ​ໃນ​ທະ​ເລ​ຈີ​ນ​ໃຕ້" ຫຼາຍ​ເທື່ອ​ແລ້ວ, ​ແຕ່​​ໄດ້​ຢຸດຕິ​ການ​ປຶກສາ​ຫາລືຍ້ອນ​ຖືກ​ລົບ​ກວນ. ຝ່າຍຕ່າງໆ​ຄວນ​ກະທຳ​ແຕ່​​ໃນສິ່ງ​ທີ່​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ຂະ​ບວນການສ້າງ "ກົດ​ບັດ​ແຫ່ງ​ການ​ປະພຶດ​ໃນ​ທະ​ເລ​ຈີນ​ໃຕ້", ສ້າງ​ເງື່ອນ​ໄຂ​ແລະ​ສະພາບ​ແວດ​ລ້ອມ​ອັນ​ຈຳ​ເປັນ, ບໍ່​ຄວນ​ກະທຳ​ໃນ​ສິ່ງ​ທີ່​ມີ​ຜົນ​ກົງກັນຂ້າມ.

ສີ່, ຄວນຄ່ອຍ​ເປັນ​ຄ່ອຍ​ໄປ. ການສ້າງ "ກົດ​ບັດ​ແຫ່ງ​ການ​ປະ​ພຶດ​ໃນ​ທະ​ເລ​ຈີນ​ໃຕ້" ​ແມ່ນ​ການ​​ກຳນົດ​ທີ່​ລະບຸ​ໄວ້​ໃນ "ຖະແຫລງການແຫ່ງ ການປະພຶດຂອງບັນດາຝ່າຍໃນທະເລຈີນໃຕ້", ຈະ​ເອົາ "ກົດ​ບັດ​ແຫ່ງ​ການ​ປະ​ພຶດ​ໃນ​ທະ​ເລ​ຈີນ​ໃຕ້" ​ເຂົ້າ​ແທນ  "ຖະແຫລງການແຫ່ງ ການປະພຶດຂອງບັນດາຝ່າຍໃນທະເລຈີນໃຕ້" ບໍ່​ໄດ້, ຍິ່ງ​ບໍ່​ຄວນປະ​ຖິ້ມ "ຖະແຫລງການ" ​ແລະ ​ໄປ​ເຮັດ​ແນວ​ອື່ນ​ຕ່າງຫາກ. ວຽກ​ງານ​ອັນ​ຮີບ​ດ່ວນ​ທີ່​ສຸດໃນ​ປັດຈຸບັນ​ແມ່ນ​ສືບ​ຕໍ່​ປະ​ຕິ​ບັດ​ຕາມ "ຖະ​ແຫຼງການ", ​ໂດຍ​ສະ​ເພາະ​ແມ່ນ​ຄວນຕັ້ງໜ້າຊຸກ​ຍູ້​ການ​ຮ່ວມ​ມື​​ທາງ​ທະ​ເລ, ​ແລະ​ໃນ​ໄລຍະ​ນີ້ ກໍ​ປຶກສາ​ຫາລື​ກັນ​ເພື່ອ​ກຳນົດ​​ແຜນການ​ແຫ່ງ​ການສ້າງ "ກົດ​ບັດ​ແຫ່ງ​ການ​ປະພຶດ​ໃນ​ທະ​ເລ​ຈີນ​ໃຕ້", ກ້າວ​ເດີນ​ໄປ​ໜ້າ​ເທື່ອ​ລະ​ກ້າວ.