ເຮືອບັນຊາ​ຂອງ​ພາກສ່ວນວຽກ​ງານ​ທາງ​ທະ​ເລ​ຈີນ​ສຳ​ເລັດການ​ຢ້ຽມຢາມ​ມະ​ເລ​ເຊຍ

(GMT+08:00) 2013-08-05 17:21:01     cri

​​​ ​ວັນ​ທີ 4 ສິງຫາ​ນີ້, ເຮືອ​ລາດຕະ​ເວນ "​ໄຫ​ສິນ 1" ​ເຊິ່ງ​ແມ່ນເຮືອ​​ບັນຊາ​ຂອງພາກສ່ວນວຽກ​ງານ​ທາງ​ທະ​ເລ​ຈີນ ​ຫຼື China MSA ໄດ້​ສຳ​ເລັດ​ການ​ຢ້ຽມຢາມ​ມະ​ເລ​ເຊຍ​​ເປັນ​ເວລາ 4 ວັນ ​ແລະ ​ເດີນ​ທາງ​ອອກ​ຈາກທ່າ​ເຮືອເປ​ລາ​ບູຮັນ ກັບ​ຄືນ​ປະ​ເທດ.

ວັນ​ທີ 10 ມິຖຸນາ​ນີ້, ​ເຮື​ອລາດຕະ​ເວນ "​ໄຫ​ສິນ 1" ​ໄດ້​ອອກ​ຈາກ​ນະຄອນ​ຊຽງ​ໄຮ, ​​ເດີນທາງ​ໄປ​ຢ້ຽມຢາມ​ອົສຕຣາລີ, ອິນ​ໂດ​ເນ​ເຊຍ ​ແລະ​ມຽນມາ​ຕາມ​ລຳດັບ. ມະ​ເລ​ເຊຍ​ແມ່ນ​ປະ​ເທດ​ສຸດ​ທ້າຍ​ຂອງ​ການ​ອອກ​ຢ້ຽມຢາມ​ຕ່າງປະ​ເທດ​ຂອງ​ເຮືອ​ລາດຕະ​ເວນ "​ໄຫ​ສິນ 1" ​ໃນ​ຄັ້ງນີ້. ທ່ານ​ສີ​ໂກ​ອີ້, ຫົວໜ້າ​ພະ​ແນ​ກວຽກ​ງານ​ທາງ​ທະ​ເລ​ນະຄອນ​ຊຽງ​ໄຮ ກ່າວ​ວ່າ: ການ​ໄປ​ຢ້ຽມຢາມ​ຕ່າງປະ​ເທດ​ໃນ​ຄັ້ງນີ້ ​ໄດ້​ເຜີຍ​ແຜ່​ນ້ຳ​ໃຈ​​ສັນຕິພາບ​ແລະ​ໄມຕີ​ຈິດ​ມິດຕະພາບ​ຂອງ​ລັດຖະບານ​ແລະ​ປະຊາຊົນ​ຈີນ, ​ໄດ້​ສະ​​ແດງ​ໃຫ້​ເຫັນ​ເຖິງ​ໝາກຜົນ​ທີ່​ຈີນ​ຍາດ​ມາ​ໄດ້​ໃນ​ຂະ​ບວນການ​ຫັນ​ເປັນ​ທັນ​ສະ​ໄໝ​ຕໍ່​ທົ່ວ​ໂລກ ​ເຊິ່ງລວມທັງຊາວ​ຕ່າງປະ​ເທດ​ເຊື້ອສາຍ​ຈີນ​ແລະ​ຈີນ​ຕ່າງ​ດ້າວ.