ເກີດ​ເຫດການ​ລະ​ເບີດຢູ່​ພາກ​ໃຕ້​ຂອງ​ຟີ​ລິບ​ປີນ​

(GMT+08:00) 2013-08-06 15:15:56     cri
ຕອນ​ບ່າຍ​ວັນ​ທີ 5 ສິງຫາ​ນີ້ຢູ່​ນະຄອນ​ໂກ​ຕາ​ບາ​​ໂຕ​ທີ່​ພາກ​ໃຕ້​ຂອງ​ຟີ​ລິບ​ປີນ​ໄດ້​ເກີດ​ເຫດການ​ລະ​ເບີດ​ຄັ້ງ​ໜຶ່ງ, ​ເຮັດ​ໃຫ້ 6 ຄົນ​ເສຍ​ຊີວິດ​ແລະ​ຢ່າງ​ໜ້ອຍ​ມີຜູ້​ບາດ​ເຈັບ 25 ຄົນ.

ຕາມ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຂອງ​ນະຄອນ​ໂກ​ຕາ​ບາ​ໂຕ​​ເປີດ​ເຜີຍ​ວ່າ, ​ເຫດການ​ລະ​ເບີດ​ເກີດ​ຂຶ້ນ​ຢູ່​ທາງ​ສີ່​ແຍກ​ແຫ່ງ​ໜຶ່ງ​ຂອງ​ໃຈກາງ​ນະຄອນ​ໂກ​ຕາ​ບາ​ໂຕໃນ​ເວລາ 16 ​ໂມງ 40 ນາທີ​ໃນ​ວັນ​ທີ 5 ສິງຫາ​ນີ້, ນອກຈາກ​ມີ​ຜູ້​ເສຍ​ຊີວິດ​ແລະ​ບາດ​ເຈັບ​ແລ້ວ, ​​ແຮງລະ​ເບີດ​ຍັງ​ໄດ້​ທຳລາຍ​ລົດ​ຈັກ 4 ຄັນ. ຜູ້​​ໄດ້​ຮັບບາດ​ເຈັບຈາກ​ເຫດການ​ລະ​ເບີດ​ໄດ້​ສົ່ງ​ໄປ​ປິ່ນປົວ​ຢູ່​​ໂຮງໝໍ​ທ້ອງ​ຖິ່ນ​ແລ້ວ.

ປະຈຸ​ບັນ​ຍັງ​ບໍ່​ມີ​ອົງການ​ແລະ​ບຸກຄົນ​ໃດໆ​ອອກ​ມາສະ​ແດງ​ຄວາມ​ຮັບຜິດຊອບ​ຕໍ່​ເຫດການ​ລະ​ເບີດ​​ໃນ​ຄັ້ງ​ນີ້.