ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ຄອມ​ມູນິດຫວຽດນາມ​ແລະ​​ນາຍົກລັດຖະມົນຕີຫວຽດນາມຕ້ອນ ຮັບ​ທ່ານ​ຫວາງ​ອີ້, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ

(GMT+08:00) 2013-08-06 15:27:40     cri
ວັນ​ທີ 5 ສິງຫາ​ນີ້, ທ່ານ​ຫງວຽນຟູຈອງ, ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດຫວຽດນາມ​ໄດ້​​ໃຫ້ກຽດຕ້ອນຮັບການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ທ່ານ​ຫວາງ​ອີ້, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນຢູ່​ສູນກາງ​ພັກ​ກອມ​ມູນິດ​ຫວຽດນາມ​ທີ່​ຮາ​ໂນ້ຍ.

ທ່ານ​ຫງວຽນ​ຟູຈອງ​ກ່າວ​ວ່າ, ການຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານຫວຽດນາມ-ຈີນ​ແມ່ນ​ທິດ​ສຳຄັນ​ອັນ​ດັບ​ໜຶ່ງ​ແລະທິດ​ບູລິ​ມະ​ສິດ​ໃນ​ດ້ານ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ຂອງ​ຫວຽດນາມ. ສອງ​ຝ່າຍ​ຄວນ​ເດີນ​ຕາມ​ທິດ​ທາງ​ທີ່​ຜູ້ນຳ​ພັກ​ແລະ​ລັດ​ຂອງ​ສອງ​ປະ​ເທດ​ໄດ້​ຕົກລົງຮ່ວມ​ກັນ, ​ເສີມ​ຂະ​ຫຍາຍບົດ ບາດ​ຂອງຄະນະ​ກຳມະການ​ຊີ້​ນຳ​ການ​ຮ່ວມ​ມື​ສອງ​ຝ່າຍ, ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ຢ່າງ​ແທ້​ຈິງ. ສອງ​ຝ່າຍ​ຄວນ​ຕັ້ງໜ້າ​ປະຕິບັດ​ສັນຍາ​ຫຼັກການ​ພື້ນຖານ​ໃນ​ການ​ຊີ້​ນຳ​ການແກ້​ໄຂ​ບັນຫາ​ທາງ​ທະ​ເລ, ​​ແລະແກ້​ໄຂ​ບັນຫາ​ທາງ​ທະ​ເລ​ຢ່າງ​ເໝາະ​ສົມ.

ທ່ານ​ຫວາງ​ອີ້​ກ່າວ​ວ່າ, ຈີນ​ຫວຽດນາມ​ມີ​ເປົ້າ​ໝາຍ​ຍຸດ​ທະ​ສາດທີ່​ຄື​ກັນແລະ​ຜົນ​ປະ​ໂຫຍດຍຸດທະ​ສາດ​ຮ່ວມ​ກັນ, ສອງ​ຝ່າຍ​ຄວນ​ເພີ່ມ​ທະວີ​ການ​ແລກປ່ຽນຄວາມ​ເຫັນ​ດ້ານ​ຍຸດ​ທະ​ສາດ, ​ເພີ່ມ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນທາງ​ການ​ເມືອງ, ລົງ​ເລິກ​ການ​ຮ່ວມ​ມື​ແລະ​ຄວາມສາມັກຄີກັນ, ​ຮັດ​ແໜ້ນ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງຊາດ. ຄວນ​ເປີດ​ກວ້າງ​ການ​ຮ່ວມ​ມື​​ທາງບົກ​ຂອງ​ສອງ​ປະ​ເທດຢ່າງ​ແທ້​ຈິງ, ກໍ​ຄວນ​ຄົ້ນຄວ້າ​ຊອງ​ທາງ​ທີ່​ຄຸ້ມ​ຄອງ​ແກ້​ໄຂຄວາມ​ຂັດ​ແຍ່ງ​ກັນ​ທາງ​ທະ​ເລ.

ມື້​ດຽວ​ກັນ, ທ່ານ​ຫງວຽນ​ເຕິນ​ຢຸງ, ນາຍົກລັດຖະມົນຕີຫວຽດນາມ​ແລະ​ທ່ານ​ຫງວຽນ​ເທັນ​ນັນ, ຮອງ​ນາຍົກລັດຖະມົນຕີຫວຽດນາມ​ກໍ່​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ທ່ານ​ຫວາງ​ອີ​ຢູ່​ຮາ​ໂນ້ຍ​ເຊັ່ນ​ກັນ.