ຈີນ​ສະ​ເໜີ​ໃຫ້​ປຶກສາ​ຫາລື​ກັນ​ເພື່ອ​ສ້າງ​ແຜນການ​ສ້າງ"ກົດ​ບັດ​ການ​ປະພຶດ​ໃນທະ​ເລ​ຈີນ​ໃຕ້"

(GMT+08:00) 2013-08-06 18:44:14     cri
ວັນ​ທີ 5 ສິງຫາ​ນີ້,ຢູ່​ຮ່າ​ໂນ້ຍ,ທ່ານ​ວັງ​ອີ້,ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຕາງໜ້າ​ລັດຖະບານ​ຈີນ​ກ່າວ​ຄວາມ​ເຫັນ 4 ຂໍ້​ກ່ຽວ​ກັບ" ກົດ​ບັດ​ການ​ປະພຶດ​ໃນທະ​ເລ​ຈີນ​ໃຕ້", ​ສະ​ເໜີ​ໃຫ້​ປຶກສາ​ຫາລື​ກັນຕົກລົງແຜນການ​ສ້າງ"ກົດ​ບັດ​ການ​ປະພຶດ​ໃນທະ​ເລ​ຈີນ​ໃຕ້",ສະ​ແດງ​ໃຫ້​ເຫັນ​ເຖິງ​ທ່າ​ທີ​ຂອງ​ຈີນ​ທີ່​ຕັ້ງໜ້າ​ແລະ​ເປີດ​ປະຕູຕື່ມ​ອີກ,​ແລະຍອມ​ຮັບຜິດຊອບ​ໃນ​ການ​ໃຊ້​ການ​ກະທຳ​ຕົວ​ຈິງ​ເພື່ອ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ເຂດທະ​ເລ​ຈີນ​ໃຕ້.

​ໃນ​ໄລຍະ​ຈັດບັນດາ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ໃນກາງ​ປີ​ນີ້​,ຈີນ​ແລະ​ບັນດາ​ປະ​ເທດ​ໃນ​ອາ​ຊຽນ​ໄດ້​ເຫັນ​ດີ​ປຶກສາ​ຫາລື​ກັນ​ກ່ຽວ​ກັບການສ້າງ "ກົດ​ບັດ​ການ​ປະພຶດ​ໃນທະ​ເລ​ຈີນ​ໃຕ້"ພາຍ​ໃນ​ຂອບປະຕິບັດ"​ຖະ​ແຫຼງການກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​​ໃນ​ທະ​ເລ​ຈີນ​ໃຕ້". ນີ້​ແມ່ນ​ເລື່ອງ​ໃຫຍ່​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ເຂດທະ​ເລ​ຈີ​ນ​ໃຕ້, ຕ້ອງການ​ທຸກ​ຝ່າຍ​ຮ່ວມ​ກັນ​ພະຍາຍາມ​ເຮັດ​ສຳ​ເລັດ. ປະຈຸ​ບັນ ຂໍ​ກະ​ແຈ​ແມ່ນ​ສືບ​ຕໍ່​ຈັດຕັ້ງປະຕິບັດ "ຖະ​ແຫຼ​ງການ"ດັ່ງກ່າວ​ນີ້​ໃຫ້​ດີ,ສ້າງ​ເງື່ອນ​ໄຂ​ແລະ​ສະພາບ​ແວດລ້ອມ​ທີ່ຈຳ​ເປັນ​ໃຫ້​ແກ່​ການ​ຊຸກຍູ້​ຂະ​ບວນການ​ສ້າງ"ກົດ​ບັດ​".

"ຖະ​ແຫຼ​ງການ"​ແລະ"ກົດ​ບັດ"ບໍ່​ແມ່ນ​ເພື່ອ​ແກ້​ໄຂ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ອັນ​ລະອຽດ,ຫາກ​ແມ່ນ​ເພື່ອ​ຮ່ວມ​ກັນ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ເຂດ​ທະ​ເລ​ຈີນ​ໃຕ້.ບັນຫາ​ທະ​ເລ​ຈີນ​ໃຕ້​ບໍ່​ແມ່ນ​ບັນຫາ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ,ຫາກ​ແມ່ນ​ບັນຫາ​ລະຫວ່າງ​ຈີນ​ກັບ​ບາງ​ປະ​ເທດ​ໃນ​ອາ​ຊຽນ."ກົດ​ບັດ​ການ​ປະພຶດ​ໃນທະ​ເລ​ຈີນ​ໃຕ້"ກ່ຽວ​ພັນ​ເຖິງ​ການ​ສ້າງ​ລະບຽບ​ການປະພຶດໃນ​ອະນາຄົດ​ຂອງ​ທົ່ວ​ພາກ​ພື້ນ,ບໍ່​​ຄວນ​ຖືກ​ບາງ​ບັນຫາ​ຈຳກັດ,ຍິ່ງ​ບໍ່​​ຄວນ​​ເອົາ​ເຈດ​ຕະນາ​ຂອງບາງ​ປະ​ເທດ​ຫຼື​ຈັກ​ສອງ​ສາມ​ປະ​ເທດ​ຂືນ​​ເຕັງ​ໃສ່ປະ​ເທດ​ອື່ນໆ.

ປະຈຸ​ບັນ,ບັນດາ​ຝ່າຍ​ຄວນ​ອີງ​ຕາມຈິດ​ໃຈ​ຮ່ວມ​ມື​ກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ,​ໃນ​ຂະນະ​ຈັດຕັ້ງປະຕິບັດ "ຖະ​ແຫຼ​ງການ"​ໃຫ້​ດີ, ທັງ​ປຶກສາ​ຫາລື​ກັນ​ຕົກລົງ​ແຜນການ​ສ້າງ "ກົດ​ບັດ", ຈີນ​ໄດ້​ທຳ​ຄວາມ​ພະຍາຍາມ​ອັນຕັ້ງໜ້າ​ເພື່ອ​ເລື່ອງ​ນີ້​ແລ້ວ.

ຈີນ​ໄດ້​ສະ​ເໜີ​ແລ້ວ ​ແລະ​ພວມ​ຊຸກຍູ້​ການ​ຮ່ວມ​ມື​ທາງທະ​ເລ​ລະຫວ່າງ​ຈີນ​ກັບ​ອາຊຽນ. ​ໃນ​ເດືອນ​ກັນຍາ​ປີ​ນີ້,​ຈະ​ຈັດ​ກອງ​ປະຊຸມ​ເຈົ້າໜ້າ​ທີ່​ອາວຸ​ໂສ​ແລະ​ກອງ​ປະຊຸມ​ໜ່ວຍ​ງານ​ປະສົມ​ກ່ຽວ​ກັບ​ການຈັດຕັ້ງປະຕິບັດ"ຖະ​ແຫຼ​ງການ"ຮອບ​ໃໝ່ຢູ່​ຈີນ,​ໃນ​ກອງ​ປະຊຸມຈະ​ປຶກສາ​ຫາລືກັນ​ກ່ຽວ​ກັບ​ການ​ຊຸກຍູ້ການ​ສ້າງ​"ກົດ​ບັດ​ການ​ປະພຶດ​ໃນທະ​ເລ​ຈີນ​ໃຕ້". ໜ້າ​ດີ​ໃຈ​ແມ່ນ,ປະ​ເທດ​ສ່ວນ​ຫຼາຍ​ໃນອາ​ຊຽນ​ແລະ​ຫາງ​ສຽງ​ສາກົນ​ໄດ້​ເປັນ​ເອກະສັນ​ກັນ​ຢືນຢັນ​ແລະ​ສະໜັບສະໜູນ​ຂະ​ບວນການ​ຊຸກຍູ້ການ​ສ້າງ "ກົດ​ບັດ",ຫວັງ​ວ່າ​ທຸກ​ຝ່າຍຈົ່ງ​ກຳ​ໂອກາດທີ່​ຫາ​ຍາກ,​ໃຊ້​ທ່າ​ທີ​ຮັບຜິດຊອບ​ໃນ​ການ​ຊຸກຍູ້​ຂະ​ບວນການ​ສ້າງ "ກົດ​ບັດ​ການ​ປະພຶດ​ໃນທະ​ເລ​ຈີນ​ໃຕ້"ຢ່າງ​ຕິດ​​ແທດ​ຕົວ​ຈິງ.