ນັກ​ທ່ອງ​ທ່ຽວ​ຈີນ​ສາມາດ​ເຮັດ​ທຳນຽມ​ໄປ​ທ່ຽວ​ເຂດຊາຍ​ແດນ​ຫວຽດນາມ​ດ້ວຍ​ບັດປະຈຳຕົວ​ປະຊາຊົນ

(GMT+08:00) 2013-08-07 19:08:43     cri

ວັນ​ທີ 6 ສິງຫາ​ນີ້, ອຳນາດ​ການ​ປົກຄອງ​ເມືອງ​ທ່າ​ຝາງ​ເສິງ ​ເຂດ​ກວາງຊີ​​ເຜົ່າ​ຈ້ວງ​ປົກຄອງ​ຕົນ​ເອງຈີນ ​ໄດ້​ປະກາດ​ວ່າ: ວັນ​ທີ 11 ກໍລະ ກົດ​ຜ່ານ​ມາ​ນີ້, ທາງ​ການໄດ້ອະນຸມັດ​ຢ່າງ​ເປັນ​ທາງ​ການ​ຕໍ່​ຄຳ​ຮ້ອງ​ຂໍຂອງເມືອງຝາງ​ເສິງ​ກ່ຽວ​ກັບ​ນັກ​ທ່ອງ​ທ່ຽວ​ທົ່ວ​ປະ​ເທດ​ສາມາດ​ເຮັດ​ໜັງສືຜ່ານ​ແດນ​ກັບ​ທີ່ເພື່ອ​ໄປ​ທ່ຽວ​ເຂ​​ດຊາຍ​ແດນຫວຽດນາມ​ໄດ້​, ​ໂດຍ​ນັກ​ທ່ອງ​ທ່ຽວ​ບໍ່​ຕ້ອງ​​ເຮັດ​ພາສປໍ ​ແລະ ວິຊາ, ​​ອາ​ໄສ​ແຕ່​ບັດປະ ຈຳຕົວ​ປະຊາຊົນ​​ກໍສາມາດ​ເຮັດ​ໜັງສືຜ່ານ​ແດນໄປ​ທ່ຽວຢູ່​ຫວຽດນາມ​ໄດ້.

ນອກ​ຈາກນີ້, ພະນັກງານ​ລັດ​ຕ້ອງຍື່ນໃບຢັ້ງຢືນ​ເຫັນ​ດີ​ອອກ​ນອກ​ແດນຈາກ​ໜ່ວຍງານ​ທີ່ຕົນ​ເອງສັງກັດ ຫຼື ໜ່ວຍ​ງານຂັ້ນ​ເທິງ​ຂອງ​ຕົນກໍ​ໄດ້. ສ່ວນ​ປະຊາຊົນ​ໄຕ້​ຫວັນ​ສາມາດ​​ຮ້ອງຂໍ​ດ້ວຍ​ບັດປະຊາຊົນໄຕ້​ຫວັນ​ໄປມາ​ແຜ່ນດິນ​ໃຫຍ່​ຈີນ ກໍ​ໄດ້.