ເກີດ​ເຫດ​ລະ​ເບີດທີ່ນະຄອນຫຼວງກຳປູ​ເຈຍ​

(GMT+08:00) 2013-08-07 19:13:14     cri

ຕອນ​ຮຸ່ງ​ເຊົ້າວັນ​ທີ 7 ສິງຫາ​ນີ້, ຢູ່​ບ່ອນ​ໃກ້​ສານ​ນະຄອນຫຼວງພະນົມ​ເປັນ​ຂອງ​ກຳປູ​ເຈຍ ​ໄດ້​ເກີດ​ເຫດ​ລູກລະ​ເບີດ​ແບບ​ງ່າຍ​ໆລະ​ເບີດ, ​ແຕ່​ບໍ່​ມີ​ຄົນ​ເສ​​ຍຊີວິດ ຫຼື ບາດ​ເຈັບ​.

ທ່ານ​ຈູ​ນ​ໂສວັນ, ຫົວໜ້າ​ກົມ​ຕະຫຼວດພະນົມ​ເປັນ ກ່າວ​ວ່າ: ​ເຫດ​ລະ​ເບີດ​ໄດ້​ເກີດ​ຢູ່​ບ່ອນ​ໃກ້​ຖັງ​ຂີ້​​ເຫຍື້ອ​ທີ່ຢູ່​ນອກ​ສານ​ພະນົມ​ເປັນ, ​ໂດຍ​ມີ​ຈຸດປະສົງ​ຢາກສ້າງ​ຄວາມ​ບໍ່​ສະຫງົບ​ໃນ​ສັງຄົມ​ໃນ​ໄລຍະ​ດຳ​ເນີນ​ການ​ເລືອກ​ຕັ້ງສະ​ພາ​ແຫ່ງ​ຊາດ ​ເຊິ່ງ​ເປັນ​ໄລຍະທີ່ບໍ່​ທຳ​ມະ​ດາ​ນີ້. ປັດຈຸບັນ ​ເຈົ້າໜ້າ​ທີ່​ຕຳຫຼວດພວມດຳ​ເນີນ​ການ​ສືບສວນ​ສອບ​ສວນ​ເຫດການ​ດັ່ງກ່າວ, ​ແຕ່​ຍັງ​ບໍ່​ສາມາດ​ກຳນົດ​ຜູ້​ຕ້ອງ​ສົງ​ໄສ​​ໄດ້ເທື່ອ.

ກຳປູ​ເຈຍ​ໄດ້​ດຳ​ເນີນ​ການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ​ໃນ​ວັນ​ທີ 28 ກໍລະກົດ​ຜ່ານ​ມາ​ນີ້. ອີງ​ຕາມຜົນ​ສະຖິຕິ​ເບື້ອງ​ຕົ້ນທີ່ບໍ່​ແມ່ນ​ທາງ​ການ​ທີ່ປະກາດ​ໂດຍ​ລັດຖະມົນຕີ​ຖະ​ແຫຼງຂ່າວ​ກຳປູ​ເຊຍ, ພັກ​ປະຊາຊົນ​ ​ເຊິ່ງ​ແມ່ນ​ພັກ​ກຳ​ອຳນາດ​ກຳປູ​ເຈຍຊີງ​ໄດ້ 68 ບ່ອນ​ນັ່ງ​ໃນ​ຈຳນວນ​ທັງ​ໝົດ 123 ບ່ອນ​ນັ່ງ​ໃນ​ສະພາ​ແຫ່ງ​ຊາດ​ກຳ​​ປູ​ເຈຍ, ພັກ​ກູ້​ຊາດກຳປູ​ເຈຍ ​ເຊິ່ງ​ແມ່ນ​ພັກ​ຝ່າຍ​ຄ້ານ​ຊີງ​ໄດ້ 55 ບ່ອນ​ນັ່ງ. ​ແຕ່​ພັກ​ກູ້​ຊາດ​ກຳປູ​ເຈຍ​ປະຕິ​ເສດ​ບໍ່​ຮັບຮອງ​ຜົນ​ການ​ເລືອກ​ຕັ້ງດັ່ງກ່າວ, ​ໂດຍ​ກ່າວ​ວ່າ​ພັກ​ກູ້​ຊາດ​ຊີງ​ໄດ້ 63 ບ່ອນ​ນັ່ງ, ​ແລະ​ຮຽກຮ້ອງ​ໃຫ້​ໜ່ວຍກວດກາ​ປະສົມຫຼາຍຝ່າຍທີ່​ເປັນອິດສະຫຼະ​ເຊິ່ງ​ແມ່ນ​ອົງການ​ສະຫະ​ປະຊາ​ຊາດ​ເປັນ​ແກນ​ນຳ ດຳ​ເນີນ​ການ​ກວດກາການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ​ກຳປູ​ເຈຍ​ໃນຄັ້ງນີ້, ​ແລະ​ຂົ່ມຂູ່​ວ່າ​ຖ້າ​ບໍ່​ດຳ​ເນີນ​ການ​ກວດກາ ກໍ​ຈະ​ກໍ່​ການ​ເຄື່ອນ​ໄຫວ​ປະ​ທ້ວງ​ຂະໜາດ​ໃຫຍ່​ໃນ​ທົ່ວ​ປະ​ເທດ.