ທ່ານ​ພັນ​ດວງ​ຈິດ ວົງສາ, ປະທານ​ສູນ​ກາງແນວ​ລາວ​ສ້າງ​ຊາດ​ພ້ອມ​ດ້ວຍ​ຄະນະ​​ໄດ້ທັດສະ​ນາ​ສຶກສາ​​ໂຮງໄຟຟ້າ​ພະລັງງານ​ແສງຕາ​ເວັນສື​ລີ​ນ

(GMT+08:00) 2013-08-07 18:04:43     cri

ຕາມ​ຂ່າວCRI: ວັນ​ທີ8ສິງຫາ​ນີ້, ທ່ານ​ພັນ​ດວງ​ຈິດ ວົງສາ, ປະທານ​ສູນ​ກາງແນວ​ລາວ​ສ້າງ​ຊາດ​ພ້ອມ​ດ້ວຍ​ຄະນະ​ໄດ້​ທັດສະ​ນາ​ສຶກສາ​​ໂຮງໄຟຟ້າ​ພະລັງງານ​ແສງຕາ​ເວັນ​ສືລີ​ນຂອງກຸ່ມ​ບໍລິສັດຮວາ​ເນີ​ງຢູ່​ແຂວງ​ຢູນໜານ​ຈີນ. ທ່ານ​ພັນ​ດວງ​ຈິດ ວົງສາ​ໄດ້​ຕີ​ລາຄາ​ສູງ​ຕໍ່​​ໂຮງໄຟຟ້າ​​ພະ​ລັງ​ງານ​ແສງຕາ​ເວັນ​ສື​ລີ​ນ, ​ແລະ​ໄດ້​ເຊື້​ອ​ເຊີນ​ຢ່າງ​ຈິງ​​ໃຈ​ໃຫ້​ບໍລິສັດ​ແມ່​ນ້ຳ​ລ້ານ​ຊ້າງຂອງ​ກຸ່ມ​ບໍລິສັດ​ຮວາ​ເນີ​ງ​ເຂົ້າ​ຮ່ວມ​ການ​ພັດທະນາ​ກໍ່ສ້າງດ້ານ​ພະລັງງານ​ຂອງ​ລາວ.