ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນສິ້ນ​ສຸດ​ການ​​​ຢ້ຽມຢາມ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້

(GMT+08:00) 2013-08-07 18:06:21     cri

ຕາມ​ຂ່າວCRI: ວັນ​ທີ6ສິງຫາ​ນີ້, ທ່ານ​ຫວາງ ອີ້, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ສິ້ນ​ສຸດ​ການ​​ຢ້ຽມຢາມ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ເປັນ​ເວລາ6ວັນ. ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ອາ​ນີຟານ ອາ​ມານ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ມະ​ເລ​ເຊຍ, ທ່ານ​ສຸຣະພົງ ​ໂຕ​ວິຈັກ​ໄຊ​ກຸນ, ຮອງ​ນາຍົກລັດຖະມົນຕີ​ທັງ​ເປັນລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ໄທ, ທ່ານ​ທອງ​ລຸນ ສີ​ສຸ​ລິດ, ຮອງ​ນາຍົກລັດຖະມົນຕີທັງ​ເປັນລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ລາວ​ພ້ອມ​ດ້ວຍ​ທ່ານຟາ​ມ ບິງ ມິ​ງ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ, ທ່ານ​ຫວາງ ອີ້ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ເດີນທາງ​ໄປ​​ໄທ​​ເພື່ອ​ເຂົ້າ​ຮ່ວມ​ເວທີ​ປຶກສາ​ຫາລື​ຂັ້ນ​ສູງ​ຈີນ-ອາ​ຊຽນ​ແລະ​ຢ້ຽມຢາມ​ຢ່າງ​ເປັນ​ທາງ​ການ​ຕໍ່​ມະ​​ເລ​ເຊຍ, ລາວ​ແລະ​ຫວຽດນາມ​​​ແຕ່ວັນ​ທີ1ຫາ​ວັນ​ທີ6ສິງຫາ​ນີ້.

​ໃນ​ໄລຍະ​ຢ້ຽມຢາມ, ທ່ານ​ນາ​ຈິບ ຕູນ ຣາຊັກ, ນາຍົກລັດຖະມົນຕີມະ​ເລ​ເຊ​ຍ, ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ, ນາຍົກລັດຖະມົນຕີ​ໄທ, ທ່ານ​ຈູ​ມມາລີ ​ໄຊ​ຍະ​ສອນ, ປະທານ​ປະ​ເທດ​ລາວ​ແລະ​ທ່າ​ນທອງ​ສິງ ທຳມະ​ວົງ, ນາຍົກລັດຖະມົນຕີລາວ, ທ່ານຫງວຽນ ​ຟູ ຈອງ, ​ເລ​ຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ທ່ານຫງວຽນ ​ເຕີນ ຢຸງ, ນາຍົກລັດຖະມົນຕີຫວຽດນາມ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂໍ່າ​ນັບ​ຂອງ​ທ່ານ​ຫວາງ ອີ້.


ວັນ​ທີ2ສິງຫາ​ນີ້, ທ່ານ​ຫວາງ ອີ້​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ພິທີ​ໄຂ​ກອງ​ປະຊຸມເວທີ​ປຶກສາ​ຫາລື​ຂັ້ນ​ສູງ​ຈີນ-ອາ​ຊຽນທີ່​ນະຄອນຫຼວງບາງກອກ​ຂອງ​ໄທ. ທ່ານ​ກ່າວ​ວ່າ, ພື້ນຖານ​ສຳຄັນ​ທີ່​ສຸດ​ຂອງ​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ແມ່ນ​ພວກ​ເຮົາ​ໄດ້​ຮ່ວມ​ກັນປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​. ຄວາມ​ເຫັນ​ທີ່​ເປັນ​ເອກະສັນ​ກັນ​ທີ່​ສຳຄັນ​ທີ່​ສຸດ​ແມ່ນ​ຍິນ​ດີຜ່ານການ​ຮ່ວມ​ມື​ເພື່ອ​ເລັ່ງລັດບັນລຸ​ການ​ພັດທະນາ​ຮ່ວມ​ກັນ​ຂອງ​ພວກ​ເຮົາ. ບົດຮຽນ​ທີ່ສຳຄັນ​ທີ່​ສຸດ​ແມ່ນ​ຍຶດໝັ້ນ"ຮູບ​ແບບ​ອາຊີ","ຮູບ​ແບບ​ອາ​ຊຽນ"​ໂດຍ​ຕະຫຼອດ, ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ດ້ວຍ​ການ​ປຶກ​ສາ​ຫາລື​ຢ່າງ​ມີໄມຕີ​ຈິດ​ມິດຕະພາບ​ແລະ​ການ​ສົນທະນາ​ຢ່າງ​ສະ​ເໝີ​ພາບ. ບົດຮຽນ​​ແລະ​ຄວາມ​ເຫັນ​ທີ່​ເປັນ​ເອກະສັນ​ກັນ​ດັ່ງກ່າວ​ລ້ຳ​ຄ່າ​ຫຼາຍ, ​ເປັນໜ້າ​ສຳລັບພວກ​ເຮົາ​ຍຶດໝັ້ນ​ຕໍ່​ໄປ. ​ເມື່ອເວົ້າ​ເຖິງ​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໃນ​ບາດກ້າວ​ຕໍ່​ໄປ, ທ່ານ​ຫວາງ ອີ້ກ່າວ​ວ່າ, ໜຶ່ງ​ແມ່ນ​ລົງ​ເລິກ​ການ​ຮ່ວມ​ມື​ຢ່າງ​ຮອບດ້ານ, ບັນລຸ​ການ​ພັດທະນາ​ທີ່​ມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ. ສອງ​ແມ່ນ​ຍຶດໝັ້ນ​ຮູບ​ແບບ​ສັນຕິພາບ, ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ຢ່າງ​ເໝາະ​ສົມ​ດ້ວຍ​ການ​ສົນທະນາ​ຢ່າງ​ສະ​ເໝີ​ພາບ​ແລະ​ການ​ປຶກສາ​ຫາລື​ຢ່າ​ງ​ມີໄມຕີຈິດ​ມິດຕະພາບ.

ໃນ​ເວລາ​ພົບ​ປະ​ກັບ​ທ່ານສຸຣະກຽດ ສະຖຽນ​ໄທ, ອະດີດ​ຮອງນາຍົກ​ລັດຖະມົນຕີ​ໄທ​ທ່ານ​ຫວາງ ອີ້​ໄດ້​ກ່າວ​ວ່າ, ການ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກ່ຽວ​ກັບ​ໝູ່​ເກາະ​ໜານ​ຊາ​ຈີນ​ສາມາດ​ເຮັດ​ຈາກ​​ໃນ3ດ້ານ. ໜຶ່ງ​ແມ່​ຍຶດໝັ້ນ​ໃຫ້​ຝ່າຍທີ່​ກ່ຽວຂ້ອງ​ໂດຍ​ກົງ​ຜ່ານການ​ປຶກສາ​ຫາລື​​ແລະເຈລະຈາ​ເພື່ອ​ບັນລຸ​ແຜນການ​ແກ້​ໄຂ, ສອງ​ແມ່ນ​ສືບ​ຕໍ່ຈັດ​ຕັ້ງ​ປະຕິບັດ<ຖະ​ແຫຼ​ງການ​​ແຫ່ງ​ການປະພຶດຂອງ​ຝ່າຍ​ຕ່າງໆຢູ່​ທະ​ເລ​ຈີນ​ໃຕ້>, ​ແລະ​ໃນ​ຂະ​ບວນການ​ນີ້​ຊຸກ​ຍູ້​ການ​ປຶກສາ​ຫາລື​ກ່ຽວ​ກັບ"ກົດ​ບັດ​ແຫ່ງ​ການ​ປະພຶດ​ໃນ​ທະ​ເລ​ຈີນ​ໃຕ້. " ສາມ​ແມ່ນ​ຕັ້ງໜ້າຄົ້ນຄວ້າ​"ການ​ພັດທະນາ​ຮ່ວມ​ກັນ". ​ໃນ​ໄລຍະ​ຢ້ຽມຢາມ​ຫວຽດນາມ, ທ່ານ​ຫວາງ ອີ້​ຍັງ​ໄດ້​ສະ​ເໜີ​ຂໍ້​ສະ​ເໜີ4ຂໍ້​ກ່ຽວ​ກັບ​ການ​​ເລັ່ງລັດ​ຂະ​ບວນການ"ກົດ​ບັດ​ແຫ່ງ​ການ​ປະພຶດ​ໃນ​ທະ​ເລ​ຈີນ​ໃຕ້"ຂອງ​ຈີນ, ​ເຊິ່ງກໍ​ຄື, ຕ້ອງ​ມີ​ຄວາມ​ຄາດ​ຫວັງ​ທີ່​ສົມ​ເຫດ​ສົມ​ຜົນ, ຕ້ອງ​ປຶກສາ​ຫາລື​ໃຫ້​ເປັນ​ເອກະ​ພາບ​ກັນ, ຕ້ອງ​ກຳຈັດ​ສິ່ງ​ລົບກວນ​ຕ່າງໆ, ​ແລະຄວນ​ຄ່ອຍ​ເປັນ​ຄ່ອ​ຍ​ໄປ.