ທະນາຄານ​ໂລກ​ປ່ອຍ​ເງິນ​ກູ້​ບໍ່​ມີດ​ອກ​ເບ້ຍ​ໃຫ້​ແກ່​ມຽນມາ​ເພື່ອ​ພັດທະນາ​ພະລັງ​ງານ​​ໄຟຟ້າ

(GMT+08:00) 2013-08-08 18:06:34     cri

ຕາມຂ່າວວາລະສານ "ສຽງຂອງ​ມຽນມາ": ທະນາຄານ​ໂລກ​ຈະ​ປ່ອຍ​ເງິນ​ກູ້​ບໍ່​ມີ​ດອກ​ເບ້ຍ​ໃຫ້​ແກ່​ມຽນມາ​​ໃນ​ໄລຍະ​ແຕ່​ວັນ​ທີ 31 ກໍລະກົດ 2013 ຮອດ​ວັນ​ທີ 31 ກໍລະກົດ 2014, ​ເພື່ອ​ຊ່ວຍ​ເຫຼືອ​ມຽນມາພັດທະນາ​ພະລັງ​​ງານໄຟຟ້າ, ​ໂດຍ​ມີ​ກຳນົດ​ໃຊ້​ຄືນ​ໄລຍະ 40 ປີ, ​ແລະ​​​ສາມາດ​ເລື່ອນ​ເວລາ​ໄດ້ 10 ປີຖ້າ​ມີ​ຄວາມ​ຈຳ​ເປັນ. ​ແຕ່​ວ່າມຽນມາ​ຍັງ​ຕ້ອງ​ຈ່າຍຄ່າ​ບໍລິການ 0,75%.

ປັດຈຸບັນ​ນີ້, ​ປະຊາຊົນມຽນມາຂາດ​ເຂີນ​ພະລັງ​ງານໄຟຟ້າ 3/4, ​ຍ້ອນ​ວ່າເຄື່ອງອຸປະກອນ​ຕ່າງໆ​ໃນ​ໂຮງ​ໄຟຟ້າທົ່ວ​ໄປ​ເກົ່າ​ແກ່​ເປ່​ເພ, ອັດຕາ​ສິ້ນ​ເປືອງ​ໃນ​ການ​ສົ່ງ​ໄຟຟ້າ​ມີ​ເຖິງ 25%. ທະນາຄານ​ໂລກ​ຈະ​ດຳ​ເນີນ​ການ​ປະມູນ​ຕໍ່​ວິ​ສາ​ຫະກິດ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ມຽນມາຕາມ​ລະບຽບທີ່​ກ່ຽວຂ້ອງ, ​ເພື່ອ​ຊ່ວຍ​ເຫຼືອມຽນມາ​ປັບປຸງ​ເຄື່ອງ​ອຸປະກອນ​ຜະລິດ​ໄຟຟ້າ​ດ້ວຍ​ແກັສທຳ​ມະ​ຊາດ ​ແລະ ​ແກ້​ໄຂ​ບັນຫາ​ການ​ສິ້ນ​ເປືອງ​​ໃນ​ການ​ສົ່ງ​ໄຟຟ້າ