ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຈະຍົກ​ລະດັບ​ການສ້າງ​​​ເວທີ​ການແລກປ່ຽນລະຫວ່າງ​ຈີນ-ອາ​ຊຽນ​

(GMT+08:00) 2013-08-08 12:32:05     cri
ຕາມ​ຂ່າວCRI: ງານ​ວາງສະ​ແດງ​ສິນຄ້າ​ຈີນ​-ອາ​ຊຽນຄັ້ງ​ທີ10ຫຼື​ງານ​ເອັສ​ໂປຈີນ-ອາ​ຊຽນ​ແລະ​ກອງ​ປະຊຸມ​ສຸດ​ຍອດວຽກ​ງານ​ການ​ຄ້າ​ແລະ​ການ​ລົງທຶນ​ຈີນ-ອາຊຽນຫຼື​ກອງ​ປະຊຸມCABISຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ3ຫາ​ວັນ​ທີ6ກັນຍາໜ້າ​ນີ້​ຢູ່​ເມືອງນານ​ນິງເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈວ້ງ​ກວາງຊີ​​ຈີນ. ປີ​ນີ້​ແມ່ນປີ​ທີ່​ຈີນ-ອາ​ຊຽນ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຄົບຮອບ10ປີ, ກໍ່​ແມ່ນ​ງານ​ເອັສ​ໂປ​ຈີນ​-ອາ​ຊຽນຈັດ​ຂຶ້ນ​ຄົບຮອບ10ປີ, ຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນຫວັງ​ໃຫ້​ງານ​​ເອັສ​ໂປຈີນ​ອາ​-ຊຽນ​ຍົກ​ລະດັບ​ເປັນ​ເວທີ​ການແລກປ່ຽນ​ລະຫວ່າງ​ຈີນ-ອາ​ຊຽນ. ປະຈຸ​ບັນ​ນີ້, ວຽກງານ​ການ​ກະກຽມ​ຕ່າງໆ​ຂອງງານ​ເອັສ​ໂປ​ຈີນ-ອາ​ຊຽນແລະ​ກອງ​ປະຊຸມCABIS​ໄດ້​ດຳ​ເນີນ​ໄປ​ດ້ວຍ​ດີ.

ງານ​ເອັສ​ໂປ​ຈີນ​-ອາ​ຊຽນແລະ​ກອງ​ປະຊຸມCABISທີ່​ໄດ້​ຈັດ​ຂຶ້ນ​ຢ່າງ​ສຳ​ເລັດ​ຜົນ​ມາ​ແລ້ວ9ຄັ້ງ, ​ໄດ້​ສ້າງ​ເວທີ​ການ​ຮ່ວມ​ມືສຳຄັນ​ທີ່​​ເອົາ​ການ​​ເມືອງ​ການ​ຕ່າງປະ​ເທດ, ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ, ການ​ແລກປ່ຽນ​ດ້ານ​ວັດທະນະທຳ​ເຊື່ອມ​ໂຍງ​ເຂົ້າກັນ, ​ເຊິ່ງ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ທີ່​ເປັນ​ຂົວຕໍ່​ແຫ່ງ​ການ​ຮ່ວມ​ມື​ແລະ​ການ​ແລກປ່ຽນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ແລະ​ອົງ​ກອນ​ເສດຖະກິດ​ອື່ນໆ​ໃນ​ໂລກ, ​ໄດ້ຍົກ​ສູງ​ບົດບາດ​ຂອງ​ຈີນ​ກັບ​ອາ​ຊຽນ​ເຊິ່ງ​ໃນ​ຖານະ​ເປັນ​ຕົວ​ລວມ​ໃນ​ໂລກ. ງານ​ເອັສ​ໂປຈີນ-ອາ​ຊຽນ​ໄດ້​ສ້າງ​ຕັ້ງ​ກົນ​ໄກ​ການ​ເປັນ​ເຈົ້າພາບ​ຮ່ວມ​ຂອງ11ປະ​ເທດ, ​ເຊິ່ງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຜົນ​ປະ​ໂຫຍ​ດຮ່ວມ, ​ເປົ້າ​ໝາຍ​ຮ່ວມ​ແລະ​ຄວາມ​ຕ້ອງ​ການ​ຮ່ວມ​ຂອງ11ປະ​ເທດ, ​ໄດ້​ຊຸກຍູ້​ໃຫ້​ການ​ອຳນວຍ​ຄວາມສະດວກ​ດ້ານ​ການ​ລົງທຶນ​ແລະ​ການ​ຄ້າ​ຂອງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນຈາກ​ລະດັບ​ລັດຖະບານ​ກ້າວ​ເຂົ້າ​ສູ່​ລະດັບ​ວິ​ສາ​ຫະກິດ, ​ເຊິ່ງ​ໄດ້​ເສີມ​ຂະຫຍາຍ​ບົດບາດ "​ຊຸກຍູ້" ຂອງ​ການ​ກໍ່ສ້າງ​ຂອງ​​ເຂດ​ການ​ຄ້າ​ເສລີ​.

ທ່ານ​ກ່າວ ​ເສີງ ຫູ, ຫົວໜ້າ​ຄະນະ​ກຳມະການຈັດ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າຈີນກ່າວ​ວ່າ, ​ໃນ10ປີ​ທີ່​ຜ່ານ​ມາ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ຮັບ​ການ​ເພີ່ມ​ທະວີ​ຂຶ້ນຢ່າງ​ຕໍ່​ເນື່ອງ, ກາ​ນຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​​ໄດ້​ມີ​ການພັດທະນາ​ຢ່າງ​ວ່ອງ​ໄວ, ທັງ​ແມ່ນ10ປີ​ທີ່​ວິ​ສາ​ຫະກິດ​ແລະ​ປະຊາຊົນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຼາຍ​ທີ່​ສຸດ. ການ​ໄດ້​ຮັບຜົນງານ​ດັ່ງກ່າວ​ແມ່ນບໍ່​ສາມາດ​ຕັດ​ແຍກໄດ້​ກັບ​ຄວາມ​ພະຍາຍາມ​ຂອງານ​ເອັສ​ໂປ​ຈີນ​-ອາ​ຊຽນ.

ທ່ານ​ຈ່າ​ງ ສຽວ, ​ເລ​ຂາ​ທິການ​ໃຫຍ່​ກອງ​​ເລຂາ​ງານ​ເອັສ​ໂປ​ຈີນ-ອາ​ຊຽນ, ຮອງ​ປະທານ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ​ກ່າວ​ວ່າ, ງານ​ເອັສ​ໂປຈີນ-ອາ​ຊຽນ​ຄັ້ງ​ທີ10ກັບ​ກອງ​ປະຊຸມCABISຈະຈັດ​ຂຶ້ນ​ໂດຍ​ປິ່ນອ້ອມ​ຫົວ​ຂໍ້​ຫຼັກ"ສະ​ແດງ​ຜົນສຳ​ເລັດ​ອັນ​ສະຫງ່າ​ງາມ, ພັດທະນາ​ຢ່າງ​ມີ​ການ​ປະດິດ​ສ້າງ​ໃໝ່", ພະຍາຍາມ​ເຮັດ​ໃຫ້​ມີ "1ຈຸດ​ໜັກ, 2ຍົກ​ລະດັບ​ແລະ3​ບຸກ​ເບີກ".

ໜຶ່ງຈຸດ​ໜັກ​, ກໍ່​ແມ່ນ​ສະ​ແດງ​ຜົນສຳ​ເລັດ​ອັນ​ສະຫງ່າ​ວາ​ມ​ໃນ10ປີຜ່ານມາ​ທີ່​ຈີນ​ກັບ​ອາ​ຊຽນ​ໄດ້​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຢ່າງ​ເຕັມທີ, ສະ​ເໜີ​ເປົ້າ​ໝາຍ​ໜ້າ​ທີ່​ໃໝ່​ທີ່​ມຸ່ງ​ໜ້າ​ສູ່​ອະນາຄົດ.

ການ​ຍົກ​ລະດັບ​ສອງຢ່າງ, ກໍ່​ແມ່ນ​ຕ້ອງ​ຍົກ​ສູງ​ປະສິດທິຜົນ​ຕົວ​ຈິງ​ຂອງ​ງານ​ເອັສ​ໂປ​ຈີນ-ອາ​ຊຽນ​ແລະ​ລະດັບລວມຂອງ​ການຈັດ​ງານ​​ເອັສ​ໂປ​ຈີນ-ອາ​ຊຽນ​ໃຫ້​ສູງ​ຂຶ້ນ.

ການ​ບຸກ​ເບີກ​ສາມຢ່າງ, ກໍ່​ແມ່ນ​ການ​ບຸກ​ເບີກ​ຂອບ​ເຂດ​ການ​ຮ່ວມ​ມື, ການ​ບຸກ​ເບີກ​ຂົງ​ເຂດ​ການ​ຮ່ວມ​ມື, ການ​ບຸກ​ເບີກ​ບົດບາດ​ດ້ານ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ​ແລະ​ການ​ນຳພາ, ສືບ​ຕໍ່​ສ້າງ​ເຂດ​ເຂດ​ກວາງຊີ​ຈີນ​ໃຫ້​ເປັນແຫຼ່ງການ​ຄ້າ, ​ແຫຼ່ງການຈໍລະ​ຈອນ​ສິນຄ້າ, ​ແຫຼ່ງການ​ປຸງ​ແຕ່ງ​ແລະ​ການຜະລິດ​ແລະ​ສູນ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ໃຫ້​ແກ່​ການ​ຮ່ວມ​ມື​ລະຫວ່າງ​ຈີນ​-ອາຊຽນ, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ເວທີ​ການ​ຮ່ວມ​ມື​ແລະ​ການ​ແລກປ່ຽນ​ເຊິ່ງກັນ​ແລະ​ກັນ​ໃຫ້​ດີກ​ວ່​ເ​ກົ່າ, ​ໃຫ້ການ​ບໍລິການ​ແກ່​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີຜົນ​ປະ​ໂຫຍ​ດໃນ​ທຸກ​ຂົງ​ເຂດ, ທຸກ​ລະດັບ​ລະຫວ່າງ​ຈີນ-ອາ​ຊຽນ.