ປະທາ​ນາ​ທິບໍດີ​ມຽນມາ​ກ່າວວ່າ​ຈະ​ຊຸ​ກຍູ້​ການ​ພົວພັນ​ລະຫວ່າງອາ​ຊຽນ

(GMT+08:00) 2013-08-09 15:21:09     cri
   ທ່ານ ອູ​ເທັນ​ເຊັນ ປະທາ​ນາ​ທິບໍ​ດີ​ມຽນມາ​ໄດ້ກ່າວ​ຄໍາອວຍພອນກ່ຽວ​ກັບ​ການ​ສ້າງ​ຕັ້ງ​ກຸ່ມອາ​ຊຽນຄົບຮອບ46 ປີ
ໃນ​ວັນ​ທີ 8 ສິງຫານ​ນີ້ວ່າ ​ໃນ​ປີ2014 ​ມຽນມາ​ຈະ​ດຳ​ລົງ​ຕຳແໜ່​ງ​ເປັນ​ປະເທດປະທານໝູນວຽນຂອງອາຊຽນ,ມຽນມາຈະພະຍາຍາມເພີ່ມທະວີສາຍພົວພັນອັນສະໜິດສະໜົມລະຫວ່າງ​ອາ​ຊຽນກັບປະເທດຄູ່​ເຈ​ລະ​ຈາ.

ທ່ານອູເທັນເຊັນກ່າວວ່າ,ໃນປະຈຸ​ບັນໂລກກໍາລັງປະເຊີນໜ້າກັບສິ່ງທ້າທາຍ​ໃນ​ຍຸກ​ໂລກາ​ພິວັດ,ອາຊຽນ​ໃນ​ຖານະເປັນອົງການຈັດຕັ້ງຂອງພາກພື້ນ,ຈະ​ທໍາ​ຄວາມ​ພະຍາຍາມ​ຈົນ​ສຸດຄວາມສາມາດໃນການຮັກສາສັນຕິ ພາບແລະມິດຕະພາບຂອງພາກພື້ນນີ້ໄວ້ໃຫ້ໝັ້ນຄົງ,ຍົກສູງຄວາມສາມາດແຂ່ງຂັນທາງດ້ານເສດຖະກິດ,ຫລຸດຜ່ອນຄວາມແຕກໂຕນກັນລະຫວ່າງບັນດາປະເທດສະມາຊິກ.ທ່ານຍັງໄດ້ ກ່າວອີກວ່າມຽນມາໄດ້ຕັດ ສິນໃຈຈະພະຍາຍາມຍາດແຍ່ງການສະໜັບສະໜູນຂອງປະເທດສະມາຊິກອາຊຽນແລະປະເທດຄູ່ຮ່ວມເຈ
ລະຈາ,ເສີມຂະຫຍາຍ ບົດບາດຂອງປະເທດປະທານໝູນວຽນຂອງອາຊຽນ.ພ້ອມດຽວກັນນັ້ນ,ມຽນມາ ກໍມີຄວາມໝັ້ນໃຈຢ່າງເຕັມສ່ວນຕໍ່ການບັນລຸເປົ້າໝາຍການສ້າງປະຊາຄົມອາຊຽນໃຫ້ສໍາເລັດໃນ ປີ2015,ປະຊາຊົນມຽນມາຈະພະຍາຍາມສ້າງມຽນມາເປັນປະເທດທີ່ພັດທະນາແລະທັນສະໄໝ