ຂ່າ​ວທີ່​ວ່າ​ຈີນ-​ໄທ​ຈະ​ຍົກ​ເວັ້ນວິຊາ​ທ່ອງ​ທ່ຽວ​ໃຫ້​ກັນນັ້ນບໍ່​ຖືກ​ຕາມ​ຄວາມ​​ເປັນຈິງ ​ແຕ່​ພັດ​ແມ່ນ​ຄວາມ​ຫວັງ​ຂອງ​ປະຊາຊົນ​ສອງ​ຊາດ

(GMT+08:00) 2013-08-09 16:37:00     cri

ສື່​ມວນ​ຊົນ​ໄທ​ລາຍ​ງານ​ໃນວັນ​ທີ 7 ສິງຫາ​ນີ້​ວ່າ: ປັດຈຸບັນ, ພາກສ່ວນ​ການ​ຕ່າງປະ​ເທດ​ຂອງ​ສອງ​ປະ​ເທດ​ໄທ-ຈີນ​ພວມ​ດຳ​ເນີນ​ການ​ປຶກສາ​ຫາລື​ກັນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ລາຍ​ລະອຽດ ການ​ຍົກ​ເວັ້ນວິຊາ​ທ່ອງ​ທ່ຽວ​ໃຫ້​ກັນ, ​ແລະ​ອາດ​ຈະ​​ເລີ່​ມປະຕິບັດ​ຕົວ​ຈິງ​ນັບ​ແຕ່​ເດືອນ​ກັນຍາ​ປີ​ນີ້​ເປັນຕົ້ນ​ໄປ. ສ່ວນ​ເວັບ​ໄຊ ​ແລະ ບຼອກສັ້ນພາຍ​ໃນ​ປະ​ເທດ​ຈີນ​ຈຳນວນຫຼາຍກໍ​ໄດ້​ລາຍ​ງານ​ຂ່າວ​ດັ່ງກ່າວ​ຢ່າງຫຼວງຫຼາຍ. ​ແຕ່​ນັກ​ຂ່າວ​ໄດ້​ຢືນຢັນນຳພາ​ກສ່ວນ​ທີ່​ກ່ຽວຂ້ອງ​ວ່າ, ຂ່າວ​ນີ້​ແມ່ນ​ບໍ່​ຖືກຕ້ອງ​ຕາມ​ຄວາມ​ເປັນ​ຈິງ.

ການ​ທີ່​ມີ​ການ​ລາຍ​ງານ​ຂ່າວ​ດັ່ງກ່າວ, ອາດ​ຈະ​ແມ່ນ​ຍ້ອນ​ວ່າ​ປະ​ເທດ​ໄທ​ຫວັງ​ຢາກ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວ​ຢູ່​ໄທ​ໃຫ້​ຫຼາຍກວ່າ​ເກົ່າ​. ນັບ​ແຕ່​ປີ 2004 ​ເປັນຕົ້ນມາ, ນັກ​ທ່ອງທ່ຽວ​ຈີນ​ໄປ​ທ່ຽວ​ຢູ່​ໄທ​ໄດ້​ເພີ່ມ​ຂຶ້ນ​ໃນແຕ່ລະ​ປີ, ​ເຊິ່ງຮອດ​ປີ​ກາຍ​ນີ້​ໄດ້​ເພີ່ມ​ຂຶ້ນ​ເປັນ 2 ລ້ານ 7 ​ແສນ​ເທື່ອ​ຄົນ. ​ໃນ​ເວລາ​ມາ​ຢ້ຽມຢາມ​ຈີນ, ​ເຈົ້າໜ້າ​ທີ່​ຂັ້ນສູງ​ຂອງ​ໄທ​ກໍ່​ໄດ້​ສະ​ແດງ​ຄວາມ​ປາຖະໜາ​ຂອງ​ຕົນ​ຕໍ່​ຝ່າຍ​ຈີນ​​ຫຼາຍ​ເທື່ອວ່າ ຫວັງ​ຢາກ​ໃຫ້​ມີ​ນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວ​ຢູ່​ໄທຍິ່ງຫຼາຍກວ່າ​ເກົ່າອີກ.

ຖ້າ​ຈີນ-​ໄທ​ຍົກ​ເວັ້ນວິຊາ​ທ່ອງ​ທ່ຽວ​ໃຫ້​ກັນ​ແລ້ວ, ຈຳນວນນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວ​ຢູ່​ໄທ​ກໍຈະ​ເພີ່ມ​ຂຶ້ນທົບ​ເທົ່າ, ຄາດ​ວ່າ​ໃນ​ແຕ່ລະ​ປີ​ ນັກ​ທ່ອງ​ທ່ຽວ​ຈີນ​ທີ່ໄປ​ທ່ຽວ​ຢູ່​ໄທ​ຈະມີ​ເຖິງ 5 ລ້ານ​ເທື່ອ​ຄົນ, ​ເຊິ່ງຈະ​ສາມາດ​ສ້າງ​ລາຍ​ຮັບ​​ໃນ​ຂະ​ແໜງ​ການທ່ອງທ່ຽວ​ໃຫ້​ແກ່​ໄທ​ໄດ້​ຫຼາຍຍິ່ງ​ຂຶ້ນ. ພ້ອມ​ກັນນັ້ນ, ຖ້າ​ສອງ​ປະ​ເທດ​ຍົກ​ເວັ້ນວິຊາ​ທ່ອງ​ທ່ຽວ​ໃຫ້​ກັນ​ແລ້ວ, ປະຊາຊົນ​ຈີນ​ທີ່ໄປ​ທ່ຽວ​ຢູ່​ໄທ​ກໍ​ມີ​ທາງ​ເລືອກຫຼາຍຢ່າງ, ​​ເຊິ່ງນອກຈາກ​ຈັດຕັ້ງ​ເປັນ​ຄະນະ​ນັກ​ທ່ອງ​ທ່ຽວ​​ແລ້ວ, ຈະ​ມີຄົນຫຼາຍກວ່າ​ເກົ່າ​ເລືອກ​ທີ່​ຈະ​​ໄປ​ທ່ຽວ​ເອງກໍ​ໄດ້. ສະນັ້ນ, ຄາດ​ວ່າ​ນັກ​ທ່ອງ​ທ່ຽວ​ຈີນ​ກໍ​ຫວັງ​ຢ່າງ​ຍິ່ງ​ວ່າສອງ​ປະ​ເທດ​ຈະສາມາດ​ບັນລຸ​ການ​ຍົກ​ເວັ້ນວິຊາ​ທ່ອງ​ທ່ຽວໃຫ້​ກັນ​ໄດ້, ​​ສະນັ້ນຈຶ່ງ​ຍິນ​ດີຈຶ່ງ​ເຊື່ອ​ວ່າ​ຂ່າວ​ທີ່​ສື່​ມວນ​ຊົນ​ໄທ​ລາຍ​ງານ​ນັ້ນ​ອາດ​ຈະແມ່ນ​ເລື່ອງ​​ຈິງ.