ລັດຖະສະພາບ​ໄທ​ຄົ້ນຄວ້າ​ພິຈາລະນາ​​​ແລະ​ລົງມະຕິ​ຮັບຮອງ​ຮ່າງ​ພະຣາຊະ​ບັນຍັດອະ​ໄພ​ຍະ​ໂທດວາລະ​ທຳ​ອິດ​

(GMT+08:00) 2013-08-09 17:55:13     cri
ຕາມ​ຂ່າ​ວCRI: ວັນ​ທີ8ສິງຫານີ້, ລັດຖະສະພາ​ໄທ​ໄດ້​ດຳ​ເນີນ​ການລົງ​ຄະ​ແນນ​ສຽງ​ຮັບຮອງຄັ້ງ​ທຳ​ອິດ​ຕໍ່ຮ່າງພະຣາຊະ​ບັນຍັດ​ອະ​ໄພ​ຍະ​ໂທດ, ​ແຕ່​ວ່າ​ຕາມ​ລະບຽບ​ການ​ກາ​ນພິຈາລະນາ​ຂອງ​ລັດຖະສະພາ​ໄທ​ແລ້ວ, <ພະຣາຊະ​ບັນຍັດອະ​ໄພ​ຍະ​ໂທດ>ຕ້ອງ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາ​ກສະມາ​ຊິກລັດຖະສະພາສ່ວນ​ຫຼາຍ​ໃນ​ການ​ພິຈາລະນາ​ເຖິງ3ວາລະຂອງ​ລັດຖະສະພາ, ຈຶ່ງ​ກາຍ​ເປັນ​ກົດໝາຍ​ຢ່າງ​ເປັນ​ທາງ​ການ​ໄດ້. ຄາດ​ວ່າ​ລະບຽບ​ການ​ທັງ​ໝົດຈະ​ດຳ​ເນີນ​ໄປ​ຈົນ​ຮອດທ້າຍ​ປີ​ນີ້.

​ຫຼາຍ​ມື້​ມາ​ນີ້, ຮ່າງ​ພະຣາຊະ​ບັນຍັດອະ​ໄພ​ຍະ​ໂທດ​ສະບັບ​ນີ້​ໄດ້ພາ​ໃຫ້​​ເກີດ​ມີ​ຄວາມ​ວຸ້ນ​ວາຍ​ຢູ່​ໄທ. ພັກ​ຝ່າຍ​ຄ້ານ​ແລະ​ອົງການຕໍ່ຕ້ານ​ລັດຖະບານ​ເຫັນ່ວາ, ຍັດຕິ​ສະບັບ​ນີ້​ມີ​ຜົນ​ດີ​ຕໍ່​ທ່ານ​ທັກສິນ ຊິນນະ​ວັດ, ອະດີດ​ນາຍົກລັດຖະມົນຕີ​ໄທ​ແລະ​ຊ່ວຍ​​ໃຫ້ທ່ານ​ທັກສິນ ຊິນນະ​ວັດ​ສາມາດກັບ​ຄືນ​ສູ່​ໄທ​ແລະລົບ​ລ້າງຄວາມ​ພິດ​ຂອງ​ທ່ານ​ໄດ້, ສະ​ນັ້ນຝ່າຍ​ຄ້ານ​ຈຶ່ງ​ໄດ້​ຈັດງານ​ໂຮມ​ຊຸມນຸມ​ປະ​ທ້ວງ​ຕໍ່​ລັດຖະບານ​ຢູ່​ດ້ານ​ໜ້າ​ຂອງ​ລັດຖະສະພາ, ​​ແລະ​ມີ​ການ​ປະ​ເຊີນ​ໜ້າ​ກັນ​ກັບ​ຕຳຫຼວດ.

ວັນ​ທີ7ສິງຫາ​ນີ້, ງານ​ໂຮມ​ຊຸມນຸມ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ໄດ້​ເຂົ້າ​ສູ່​ກະ​ແສ​ສູງ​ສຸດ, ​ແຕ່​ວ່າ​ບໍ່​ໄດ້​ເກີດ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ຮຸນ​ແຮງ, ​ແລະ​ໃນ​ທີ່​ສຸດ​ກໍ່​ໄດ້​ສະຫຼາຍ​ຕົວ​ໄປ. ວັນ​ທີ8ສິງຫາ​ນີ້, ສະມາຊິກລັດຖະສະພາ​ໄທ​ໄດ້​ດຳ​ເນີນ​ການ​ຄົ້ນຄວ້າ​ພິຈາລະນາ​ໃນ​ວາລະທຳ​ອິດ​ແລະ​ຜ່ານຮັບຮອງ​ຮ່າງພະຣາຊະ​ບັນຍັດອະ​ໄພ​ຍະ​ໂທດ. ​ແຕ່ອົງການ​ຕໍ່ຕ້ານລັດຖະບານ​ບໍ່​ໄດ້​ຈັດ​ຕັ້ງ​ກິດ​ຈະ​ກຳ​ໂຮມ​ຊຸມນຸມ​ຂະໜາດ​ໃຫຍ່​ເທື່ອ.

ວັນ​ທີ9ສິງຫາ​ນີ້, ​ເລຂາທິການ​ຂອງ​ສຳນັກງານ​ນາຍົກ​ລັດຖະມົນຕີ​ໄທ​ກ່າວ​ວ່າ, ຍ້ອນ​ວ່າ​ປະຈຸ​ບັນ​ນີ້​ສະຖານະ​ການ​ຢູ່​ນະ​ຄອນ​ຫຼວງ​ບາງກອກ​ມີ​ຄວາມ​ໝັ້ນຄົງ​ໂດຍ​ພື້ນຖານ, ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ, ນາຍົກລັດຖະມົນຕີ​ໄທຕົກລົງຍົກ​ເລີ​ກພາວະ​ສຸກ​ເສີນ​ຂອງ​ພະຣາຊະບັນຍັດຮັກສາ​ຄວາມ​ໝັ້ນຄົງພາຍ​ໃນ​ທີ່​​ປະຕິບັດ​ຢູ່3​ເຂດ​ຂອງ​ນະຄອນຫຼວງ​ບາງກອກ.