ບັນດາ​ປະ​ເທດ​ອາ​ຊຽນຕັ້ງໜ້າກະກຽມ​ເພື່ອ​​ເຂົ້າ​ຮ່ວມງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ

(GMT+08:00) 2013-08-09 17:59:03     cri
ຕາມ​ຂ່າວCRI: ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນຫຼື​ງານ​ເອັສ​ໂປ​ຈີນ-ອາ​ຊຽນຄ້ງທີ10 ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງທຶນ​ຫຼື​ກອງ​ປະຊຸມCABISຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ3ຫາ​ວັນ​ທີ6ກັນຍາ​ໜ້ານີ້​ຢູ່​ເມືອງ​ໜານ​ນິງຂອງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈວ້າງກວາງຊີ​ຈີນ. ປະຈຸ​ບັນ​ນີ້, ຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນກຳລັງ​ຕັ້ງໜ້າ​ກະກຽມ​ໃຫ້​ແກ່ງານ​ວາງສະ​ແດງ​ສິນຄ້າ​ຄັ້ງ​ນີ້.

​ໃນ​ຖານະ​ເປັນ​ຝ່າຍ​ຈັດ​ຕັ້ງ, ຫວ່າງ​ມໍ່​ໆ​ມາ​ນີ້, ທ່ານ​ເສີນ ຫວູ, ປະທານ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈວ້າງກວາງຊີຈີນ​ໄດ້​ນຳພາ​ຄະນະ​​ເດີນທາງ​ໄປ​ຢ້ຽມຢາມ​ໄທ, ມະ​ເລ​ເຊຍ, ຟີ​ລິບ​ປີນ, ​ໄດ້​​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ການ​ສືບ​ຕໍ່​ຮ່ວມ​ກັນຈັດ​ງານ​​ເອັສ​ໂປ​ຈີນ​-ອາ​ຊຽນ​ໃຫ້​ດີ, ການ​ຍົກ​ສູງ​ລະດັບ​ການຈັດ​ງານ​ວາງສະ​ແດງ​ສິນຄ້າ​, ປະສິດທິ​ຜົນ​ຕົວ​ຈິງ​ດ້ານ​​ເສດຖະກິດ​ການ​ຄ້າ​ແລະ​ອື່ນໆ, ​ໄດ້​ບັນລຸ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ຢ່າງ​ຫຼວງ​ຫຼາຍ. ຜູ້ນຳ​ຂອງ3ປະ​ເທດ​ອາຊຽນດັ່ງກ່າວ​ແລະ​ຝ່າຍ​ທີ່​ກ່ຽວຂ້ອງ​ໄດ້ຢືນຢັນ​ຕໍ່​ບົດບາດ​ທີ່​ງານ​ເອັສ​ໂປ​ຈີນ-ອາ​ຊຽນ​ໄດ້​ເສີມ​ຂະຫຍາຍ​ໃນ​ການ​ລົງ​ເລິກ​ການ​​ແລກປ່ຽນ​ແລະ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ແລະ​ວັດທະນະທຳ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ, ​ໄດ້​ເຫັນ​ເປັນ​ເອກະ​ພາບ​ກັນ​ວ່າ​ຄວນ​ສືບ​ຕໍ່​ປັບປຸງ​ທ່າ​ແຮງຂອງ​ເວທີ​ງານ​ວາງສະ​ແດງ​ສິນຄ້າ, ຍົກ​ສູງ​ລະດັບ​ການຈັດ​ງານ​ວາງສະ​ແດງ​ສິນຄ້າ​ແລະ​ປະສິດທິ​ຜົນ​ດ້ານ​ເສດຖະກິດ​ການ​ຄ້າ, ກ່າວ​ວ່າ​ຈະ​ສືບ​ຕໍ່​ສະໜັບະ​ສະ​ໜູນ​ໃຫ້​ເຂດ​ກວາງຊີ​ຈັດ​ງານ​ວາງສະ​ແດງ​ສິນຄ້າ​ໃຫ້​ດີ.

ຂ່າວ​ແຈ້ງວ່າ, ວຽກງານ​ການ​ກະກຽມ​ຕ່າງ​ໆ​ຂອງງານ​​ເອັສ​ໂປ​ຈີນ-ອາ​ຊຽນ​ແລະ​ກອງ​ປະຊຸມCABIS​ໄດ້​ດຳ​ເນີນ​ໄປ​ຢ່າງ​ສະດວກ. ວິ​ສາ​ຫະກິດຂອງ​ປະ​ເທດ​ຕ່າງໆ​ທີ່​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​​ໄດ້​ສະ​ໝັກ​ຊື່​ຢ່າງ​ຕັ້ງໜ້າ, ​ຈຳນວນ​ແລະ​ຄຸນະພາບກໍ່​​ເລື່ອນ​ກາຍ​ປີ​ກາຍ​ນີ້, ຈຳນວນ​ຮ້ານວາງສະ​ແດງ​ທີ່​ສຮ້ອງ​ຂໍ​ກໍ່ຫຼາຍ​ກວ່າ​ຈຳນວນ​ຮ້ານ​ວາງສະ​ແດງ​ຕາມ​ແຜນການ, ຮ້ານ​ວາງສະ​ແດງ​ບໍ່​ສາມາດ​ຕອບສະໜອງຄວາມ​ຕ້ອງການ. 5ປະ​ເທດ​ອາຊຽນ, ຄື: ລາວ, ມະ​ເລ​ເຊຍ, ມຽນມາ, ​ໄທ, ຫວຽດນາມ​ໄດ້ໝົາ​ຫໍ​ວາງສະ​ແດງ​.