ນັກທຸລະກິດປະເທດຕ່າງໆມີຄວາມຕ້ອງການຕໍ່ຮ້ານວາງສະແດງຂອງງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 10 ຢ່າງຫລວງຫລາຍ
(GMT+08:00) 2013-08-11 14:15:26 cri
ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 10 ທີ່ຈະໄຂຂຶ້ນຢູ່ນະຄອນນານນິງເຂດກວາງຊີຂອງຈີນແຕ່ວັນທີ 3-6 ກັນຍາຫນ້າຈະສືບຕໍ່ຈັດມີ 5 ຫົວຂໍ້ສະເພາະຄື: ການຄ້າສິນຄ້າ, ການຄ້າການບໍລິການ, ການຮ່ວມມືດ້ານການລົງທຶນ, ເຕັກນິກທີ່ກ້າວຫນ້າແລະເມືອງສະເຫນ່,ເພື່ອສືບຕໍ່ສ້າງເວທີແລກປ່ຽນແລະຮ່ວມມືດ້ານການຄ້າການບໍລິການລະຫວ່າງຈີນກັບບັນດາປະເທດອາຊຽນ.
ກອງເລຂາງານວາງສະແດງສິນຄ້າຈີນ-ອາຊຽນກ່າວວ່າ, ງານວາງສະແດງປີນີ້ຈະມີການບຸກທະລຸອັນໃຫມ່ບົນພື້ນຖານຂອງ 9 ຄັ້ງທີ່ຜ່ານມາ. ປັດຈຸບັນ, ຮ້ານວາງສະແດງທີ່ນັກທຸລະກິດຈີນແລະຕ່າງປະເທດຮ້ອງຂໍເຫມົານັ້ນແມ່ນ 4715 ຮ້ານ, ຫລາຍການຈຳນວນຮ້ານທີ່ຈັດວາງໃຫ້.ໃນນັ້ນ,5ປະເທດອາຊຽນຄື: ປະເທດລາວ, ມາເລເຊຍ, ມຽນມາ,ໄທແລະຫວຽດນາມຈະຈະເຫມົາຫໍວາງສະແດງ.ນອກນັ້ນ, ຄະນະຈັດຊື້ຂອງປະເທດຕ່າງໆກໍ່ໄດ້ສະເຫນີຊື່ໄປຮ່ວມງານ, ນັກທຸລະກິດຈັດຊື້ທີ່ມາຈາກນອກເຂດອາຊຽນເຊັ່ນ:ອົສຕຼາລີ, ອິນເດຍ, ອາເມລິກາ, ການາດາແລະຝຣັ່ງລ້ວນແຕ່ຫລາຍກວ່າທຸກຄັ້ງທີ່ຜ່ານມາ.
ນັບມາຮອດປັດຈຸບັນ, ເມືອງສະເຫນ່ຂອງບາງປະເທດໃນງານວາງສະແດງປີນີ້ໄດ້ຕົກລົງແລ້ວຄື: ນະຄອນນານນິງຂອງຈີນ, ນະຄອນຫລວງວຽງຈັນຂອງສປປລາວ, ເມືອງສະລິເບກາວັນຂອງບຼູໄນ, ເຂດພິເສດຢົກຢາກາຕາຂອງອິນໂດເນເຊຍ,ເມືອງອີໂພຂອງມາເລເຊຍ,ແຂວງອິສເບລາຂອງຟິລິບປິນ,ເມືອງສິງກະໂປຂອງສິງກະໂປ, ຈັງຫວັດຕະລາດຂອງໄທແລະແຂວງບິງອຶນຂອງຫວຽດນາມ.
ທ່ານວ້ານຈີ້ເຟີຍ, ປະທານສະມາຄົມສົ່ງເສີມການຄ້າຈີນໄດ້ແນະນຳໃຫ້ຮູ້ກ່ຽວກັບຫົວຂໍ້ຫລັກແລະສະພາບການກະກຽມກອງປະຊຸມສຸດຍອດການຄ້າແລະການລົງທຶນລະຫວ່າງຈີນ-ອາຊຽນຄັ້ງທີ 10 ເຊິ່ງຫົວຂໍ້ຫລັກຂອງປີນີ້ແມ່ນ"ຊຸກຍູ້ການເຊື່ອມໂຍງເຂົ້າກັນ,ລົງເລິກການຮ່ວມມືລະຫວ່າງຂະແຫນງການ", ຈະເສີມຂະຫຍາຍບົດບາດຫລາຍກວ່າເກົ່າໃນການເຈລະຈາລະດັບສູງລະຫວ່າງຈີນກັບອາຊຽນ,ແລະມີການປະກອບສ່ວນຫລາຍກວ່າເກົ່າໃນການຊຸກຍູ້ການເຊື່ອມໂຍງເຂົ້າກັນແລະການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງສອງຝ່າຍ.
![](/images/spacer.gif)