ການ​ແຂ່ງຂັນ​ດອກ​ປີກ​ໄກ່​ຊີງ​​ແຊມໂລກ 2013 ສິ້ນ​ສຸດ​ລົງ ນັກ​ກິລາ​ຈີນ​ຊີງ​ໄດ້​ແຊມ​ປຽນ​ປະ​ເພດ​ດ່ຽວ​ເພດ​ຊາຍ 5 ຄັ້ງລຽນ​ຕິດ

(GMT+08:00) 2013-08-12 15:25:54     cri

ການ​ແຂ່ງຂັນ​ດອກ​ປີກ​ໄກ່​ຊີງ​​ແຊມ​ໂລກ 2013 ​ໄດ້​ສິ້ນ​ສຸດ​ລົງ​ທີ່​ນະຄອນ​ກວາງ​ໂຈ່​ວ ​ແຂວງ​ກວາງຕຸ້ງຈີນ​ໃນ​ວັນ​ທີ 11 ສິງຫາ​ນີ້. ຈີນ​ແລະ​ອິນ​ໂດ​ເນ​ເຊຍ ​ເປັນ​ປະ​ເທດ​ທີ່ປະສົບຜົນສຳ​ເລັດ​​ຍິ່ງ​ໃຫຍ່​ກວ່າ​ໝູ່. ທ້າວ​ຫຼິນຕ່າ​ນ, ນັກ​ກິລາດອກ​ປີກ​ໄກ່​ປະ​ເພດ​ດ່ຽວຈີນ​ຊີງ​ໄດ້​ແຊມ​ປຽນ​ປະ​ເພດ​ດ່ຽວ​ເພດ​ຊາຍ, ນາງ​ອີ​ຢາງ​ແລະນາງ​ຫວາງ​ສຽວ​ລີ, ນັກກີລາປະ​ເພດ​ຄູ່​ເພດ​ຍິງ​ຈີນ ກໍຊີງ​ໄດ້​ແຊມ​ປຽນ​ເຊັ່ນ​ກັນ; ນາງຣັດຊະນົກ ອິນທະ​ນົນ, ນັກ​ກິລາ​ໄທ ​ໄດ້​ເອົາ​ຊະນະ​ນາງຫຼີ​ເສຣຸ້ຍ, ​ແຊມ​ປຽນງານ​ໂອ​ລິ​ມປິກ​ຈີນ ​ແລະ ຊີງ​ໄດ້​ແ​ຊມປຽນ​ປະ​ເພດ​ດ່ຽວ​ເພດ​ຍິງ, ກາຍ​ເປັນ​ແຊມ​ປຽນດອກ​ປີກ​ໄກ່​ໂລກ​ຂອງ​ໄທ​ຄົນ​ທຳ​ອິດ​ເປັນຄັ້ງ​ປະຫວັດສາດ. ​ໃນ​ທີ່​ສຸດ, ທີ​ມກິລາ​ຈີນ​ຊີງ​ໄດ້ສອງຫຼຽນຄຳ​ໃນ​ການ​ແຂ່ງຂັນ​ດອກ​ປີກ​ໄກ່​ຊີງ​​ແຊມ​ໂລກ​ໃນຄັ້ງນີ້.

​ໃນ​ການ​ແຂ່ງຂັນ​ດອກ​ປີກ​ໄກ່​ຊີງ​​ແຊມໂລກ​ຄັ້ງນີ້, ອິນ​ໂດ​ເນ​ເຊຍ​ມີ​ທ່າ​ອ່ຽງຟື້ນ​ຕົວ​ຂຶ້ນ, ​ນັກ​ກິລາ​ໄທ​ຊີງ​ໄດ້​ແຊມ​​ໂລກ​ເປັນ​ຄັ້ງທຳ​ອິດ, ນັກ​ກິລາ​ຫວຽດນາມ​ກໍ​ສາມາດ​ເຂົ້າຮອບຮອງ​ຊະນະ​ເລີດ​ເພດ​ຊາຍ​ຄັ້ງທຳ​ອິດ. ນາງຣັດຊະນົກ ອິນທາ​ນົນ, ນັກ​ກິລາ​ຍິງ​ຂອງ​ໄທ​ທີ່​ອາຍຸ​​ໄດ້ພຽງ​ແຕ່​ 18 ປີ ​ໄດ້​ເອົາຊະນະ​ນາງຫຼີ​ເສຣຸ້ຍ, ​ແຊມ​ປຽນງານ​​ໂອ​ລິ​ມປິກຈີນ​ ດ້ວຍ​ຜົນ​ການ​ແຂ່ງຂັນ 2 ຕໍ່ 1, ກາຍ​ເປັນ​ແຊມປຽນ​ດອກ​ປີກ​ໄກ່​ໂລກ​ຂອງ​ໄທ​ຄົນ​ທຳ​ອິດ​ເປັນຄັ້ງ​ປະຫວັດ​ສາດ. ​ເມື່ອ​ເວົ້າ​ເຖິງ​ງານ​ກິລາ​ໂອ​ລິ​ມປິກປີ 2016, ນາງຣັດຊະນົກ ອິນທາ​ນົນ ກ່າວ​ວ່າ: ​ເວລາ​ຮອດ​ງານ​ກິລາ​ໂອ​ລິ​ມປິກ​ປີ 2016, ຂ້າພະ​ເຈົ້າພໍດີ​ຈະ​ຮອດ​ກະສຽນອາຍຸ​ລ້ຳ​ເລີດ​ທີ່​ສຸດ. ຂ້າພະ​ເຈົ້າຈະ​ສືບ​ຕໍ່​ຮັກສາ​ໃຫ້ຢູ່​ໃນ​ສະພາບ​ປົກກະຕິ ​ແລະ ທຳ​ການ​ຝຶກ​ຫັດ​ຕາມ​ປົກ​ກະ​ຕິ. ​ເທື່ອ​ນີ້​ສາມາດ​ເອົາ​ຊະນະ ຫຼີເສຣຸ້ຍໄດ້, ກໍໄດ້ເພີ່ມຄວາມໝັ້ນໃຈໃຫ້ຂ້າພະເຈົ້າເອງຢ່າງ​ໃຫຍ່​ຫຼວງເພື່ອ​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກ.