ນັກທ່ອງ​ທ່ຽວທີ່​ໄປ​ທ່ຽວ​ມາ​ເລ​ເຊຍ​​ໃນ​ປີ​ກາຍ​ນີ້​ມີ​​ເຖິງ 25 ລ້ານ​ເທື່ອ​ຄົນ ​ເຊິ່ງ​ເປັນອັນ​ດັບ​ທີ10ຂອງໂລກ

(GMT+08:00) 2013-08-12 11:01:39     cri

ຕາມການລາຍ​ງານ​ຫລ້າສຸ​ດຂອງ​ອົງການທ່ອງທ່ຽວ​ໂລກ​ໃຫ້ຮູ້ວ່າ, ນັກທ່ອງ​ທ່ຽວທີ່​ໄປ​ທ່ຽວ​ມາ​ເລ​ເຊຍ​​ໃນ​ປີ​ກາຍ​ນີ້​ມີ​​ເຖິງ 25 ​ລ້ານເທື່ອ​ຄົນ ​ເຊິ່ງ​ເປັນອັນ​ດັບ​ທີ 10 ຂອງໂລກ

ໃນຈໍານວນ25 ລ້ານເທື່ອ​ຄົນນັ້ນ, ມີ 18.5 ລ້ານ​ຄົນ​​ແມ່ນ​ມາ​ຈາກ​ສິງ​ກະ​ໂປ, ອິນ​ໂດ​ເນ​ເຊຍ, ​ໄທ, ບລູ​ໄນ ​ແລ​ະຟິລິບ​ບິນ ​ກວມ74% ຂອງ​ຈໍານວນ​ນັກທ່ອງ​ທ່ຽວທັງໝົດ.

ຮອງປະທານຂອງສະມາຄົມ​ຂະ​ແໜງ​ການທ່ອງ​ທ່ຽວມາ​ເລ​ເຊຍ​ກ່າວ​ວ່າ, ນັກທ່ອງ​ທ່ຽວ​ທີ່​ມາ​ຈາກ​ປະ​ເທດ​ອາ​ຊຽນຍັງ​ຈະ​ສືບ​ຕໍ່​ເພີ່ມ​ຫລາຍ​ຂຶ້ນ. ການ​ພັດທະນາ​ແຂງແຮງດ້ານ​ເສດຖະກິດແລະກາ​ນ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດ​ຕະພາບ​ລະ​ຫວ່າງ​ບັນດາ​ປະ​ເທດ​ອາ​ຊຽນ ຈະ​​ເປັນ​ການຊຸກຍູ້​ການ​ແລກປ່ຽນ​ການຮ່ວມມືເຊິ່ງກັນ​ແລະ​ກັນ ​ເຊິ່ງມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ຂອງ​ຂະ​ແໜງ​ການທ່ອງ​ທ່ຽວຈະ​ຊຸກຍູ້​ການ​ແລກປ່ຽນ​ເຊິ່ງກັນ​ແລະ​ກັນ ​ເຊິ່ງມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ຂອງ​ຂະ​ແໜງ​ການທ່ອງ​ທ່ຽວ


ທ່ານ ນາຈິບ ​ອັບ​ດູ​ນ ຣາຊັດ ນາຍົກ​ລັກ​ຖະມົນຕີ​ມາ​ເລ​ເຊຍຮູ້ສຶກ​ເພິ່ງ​ພໍ​ໃຈຕໍ່​ການທ່ອງທ່ຽວ​ຂອງ​ມາ​ເລ​ເຊຍ ທີ່ຢູ່​ໃນອັນ​ດັບ​ທີ 10 ຂອງໂລກ, ​ແລ​ະ​ໄດ້​ປະກາດ​​ບົດລາຍ​ງານ​ຢູ່​ເທິງອິນ​ເຕີ​ເນັດ ​ເພື່ອສະ​​ແດງຄວາ​ມພູມ​ໃຈຂ​ອງຕົນ​ເອງທີ່​​ເປັນພົນລະ​​ເມືອງ​ຄົນ​ໜຶ່ງ​ຂອງ​ມາ​ເລ​ເຊຍທີ່​ເປັນ​ປະ​ເທດ​ທີ່​ສວຍງາ​ມທັງ​ມີ​ກາ​ນພັດທະນາ​ຢ່າງ​ວ່ອງ​ໄວ.

ໃນ​ລາຍ​ຊື່​ 10 ອັນ​ດັບ​ຂອງປະ​ເທ​ດທີ່​ມີນັກທ່ອງ​ທ່ຽວ​ໄປ​ທ່ຽວ​ຫລາຍ​ທີ່​ສຸດ​ກໍ​ລວ​ມມີ ປະ​ເທ​ດຝຣັ່ງ, ​ອາ​ເມ​ລິ​ກາ​ແລະ​ຈີນ​​ເປັນ​ອັນ​ດັບ​ທີ 2 ​ແລ​ະ​ອັນ​ດັບ​ທີ 3 ຕາມ​ລໍາດັບ.