​ແຜ່ນ​ດິນ​ໄຫວຂະໜາດ 6.5 ລິກ​ເຕີ​ເກີດ​ຂຶ້ນ​ຢູ່​ຕາ​ມ​ເຂດ​ທະ​ເລ​ທີ່​​ໃກ້​ກັບ​ພາກ​ຕາ​ເວັນ​ອອກ​ຂອງ​ອິນ​ໂດ​ເນ​ເຊຍ

(GMT+08:00) 2013-08-12 16:14:13     cri

ຕອນ​ເຊົ້າວັນ​ທີ 12 ສິງຫາ​ນີ້, ​ເຂດ​ທະ​ເລ​ທີ່​​ໃກ້​ກັບແຂວງມາ​ລູກູ ທີ່ຢູ່ພາກ​ຕາ​ເວັນ​ອອກ​ຂອງ​ອິນ​ໂດ​ເນ​ເຊຍ​​ໄດ້​ເກີດແຜ່ນ​ດິນ​ໄຫວຂະໜາດ 6.5 ລິກ​ເຕີ​ເກີດ​ຂຶ້ນ. ມາ​ຮອດ​ປັດຈຸບັນ​ຍັງ​ບໍ່​ມີ​ລາຍ​ງານ​ກ່ຽວ​ກັບຄວາມ​ເສຍ​ຫາຍ​ດ້ານ​ຊີວິດ​ແລະ​ຊັບ​ສິນ​ຂອງປະຊາຊົນ​ເທື່ອ,ອົງການ​ທີ່​ກ່ຽວຂ້ອງຍັງ​ບໍ່​ທັນ​ປະກາດການ​ເຕືອນ​ໄພທາງ​ດ້ານ​ຄື້ນສຸ​ນາ​ມີເທື່ອ.


ເວັບ​ໄຊ​ຂອງກົມອຸຕຸນິຍົມ ​ອາກາດ​ແລ​ະ​​ຟີ​ຊິກ​ໜ່ວຍໂລກຂ​ອງອິນ​ໂດ​ເນ​ເຊຍສະ​ແດງ​ໃຫ້​ເຫັນ​ວ່າ ແຜ່ນ​ດິນ​ໄຫວດັ່ງກ່າວ​ເກີດ​ຂື້ນ​ເມື່ອ 9 ​ໂມງ 53 ນາທີ ຕອນ​ເຊົ້າ​ວັນ​ທີ 12 ສິງຫາ ຂ​ອງ​ເວລາ​ທ້ອງ​​ຖິ່ນ ຫລື 8 ​ໂມງ 53 ນາທີ ວັນ​ທີ 12 ຂ​ອງ​ເວ​ລາ​ປັກ​ກິ່ງ, ຈຸດ​ສູນ​ກາງ​ແຜ່ນດິນ​ໄຫວຢູ່​ເລິກ​ລົງ​ໄປ​ໃຕ້​ດິນ 121 ກິ​ໂລ​​ແມັດ,ຈຸດສູນ​ກາງ​ແຜ່ນດິນ​ໄຫວຫ່າງ​ຈາກ​ເມືອ​ງມາ​ລູກູ​ທີ່ຢູ່​ພາກ​ຕາ​ເວັນ​ອອກສຽງ​​ໃຕ້​ຂອງ​ແຂວງມາ​ລູກູ 155 ກິ​ໂລ​​ແມັດ.


​ແຫ​ລ່ງຂ່າວ​ຈາກ​ກົມ​ສໍາຫລວດ​​ທໍລະ​ນີສາດ​ຂ​ອງອາ​ເມ​ລິ​ກາລາຍ​ງານວ່າ ແຜ່ນ​ດິນ​ໄຫວຄັ້ງ​ນີ້​ເປັນ ແຜ່ນ​ດິນ​ໄຫວຂະໜາດ 6.3 ລິກ​ເຕີ​,ຈຸດ​ສູນ​ກາງ​ແຜ່ນດິນ​ໄຫວຢູ່​ເລິກ​ລົງ​ໄປ​ໃຕ້​ດິນ 97 ກິ​ໂລ​​ແມັດ.


ອິນໂດເນເຊຍຕັ້ງຢູ່ເຂດແຜ່ນດິນໄຫວອ້ອມມະຫາສະໝຸດປາຊິຟິກ,ແຕ່ລະປີມີແຜ່ນດິນໄຫວເກີດ​ຂຶ້ນຫລາຍ​ພັນຄັ້ງ​.