ພູ​ເຂົາ​ໄຟ​ໂລ​ຂາ​ທັນ​ດາ​ຂອງອິນ​​ໂດ​ເນ​ເຊຍ​ລະ​ເບີດ​ຂຶ້ນຢ່າ​ງຕໍ່​ເນື່ອງ ປະຊາຊົນ​ທ້ອງ​ຖິ່ນ​ຫລາຍ​ພັນ​ຄົນ​ອົບ​ພະຍົບ​ໄປ

(GMT+08:00) 2013-08-12 17:21:16     cri

ວັນ​ທີ 10 ສິງຫາ​ນີ້ຕາ​ມ​ເວລາທ້ອງ​​​ຖິ່ນ, ພູ​ເຂົາ​ໄຟ​ໂລ​ຂາ​ທັນ​ດາທີ່ຢູ່​​ເກາະ​ພາ​ລູແຂວງນູຊາຕັງ​ກະລາທາງພາກ​ຕາ​ເວັນ​ອອກ​ຂອງອິນ​​ໂດ​ເນ​ເຊຍ​ໄດ້ລະ​ເບີດ​ຂຶ້ນ, ມາ​ຮອດ​ປັດຈຸ​ບັນ​ໄດ້​ເຮັດ​ໃຫ້ 6 ຄົນ​ເສຍ​ຊີວິດ. ວັນ​ທີ 11 ສິງຫາ, ຂີ້​ຝຸ່ນ​​ແລະໝ​ອກຄວັນ​ຂອງພູ​ເຂົາ​ໄຟດັ່ງ​ກ່າວ​​ໄດ້​ກະຈາຍ​ຂຶ້ນ​ໄປທ້ອງ​ຟ້າ​ສູງ​ເຖິງ 600 ​ແມັດ. ມາ​ຮອດວັນ​ທີ 11 ສິງຫານີ້, ພູ​ເຂົາ​ໄຟດັ່ງ​ກ່າວ​ຍັງ​ສື​ບຕໍ່ມີ​ກ້ອນ​ຫີນ​ແລະໝ​ອກ​ຄວັນ​ອອກມາ, ​ເຈົ້າ​ໜ້າ​ທີ່ ກູ້​​ໄພກໍ​າລັງ​ທໍາ​ຄວາມ​ພະຍາຍາມ​ເພື່ອ​ໃຫ້​ປະຊາຊົນຢູ່​​ເກາະ​ພາ​ລູອົບ​ພະຍົບ​ໄປ.

ເຈົ້າ​ໜ້າ​ທີ່​ຮັບຜິດຊອບ​ສູນ​ກູ້​ໄພ​ຂອງ​ທ້ອງ​ຖິ່ນ​ກ່າວ​ວ່າ ເຈົ້າ​ໜ້າ​ທີ່​ກູ້​​ໄພກໍ​າລັງ​ທໍາ​ຄວາມ​ພະຍາຍາມ​ເພື່ອ​ຊ່ວຍປະຊາຊົນ 2000 ຄົນທີ່ຢູ່​ບໍລິ​ເວ​ນ​ໃກ້​ຄຽງ 3 ກິ​ໂລ​​​ແມັດ. ເຈົ້າ​ໜ້າ​ທີ່​ກູ້​​ໄພຜູ້ໜຶ່ງ​ກ່າວ​ວ່າ ວຽກ​ງານ​ກູ້​​ໄພ​ມີ​ຄວາມ​ຫຍຸ້ງ​ຍາກ​ຫລາຍ​ກວ່າ​ເກົ່າ​ຍ້ອນ​ວ່າ​​ເສັ້ນທາງ​​ຖືກປົກ​ດ້ວຍ​ຂີ້ຝຸ່ນພູ​ເຂົາ​ໄຟ ​ແລະ​ປະຊາຊົນ​ຈໍານວນ​ໜື່ງບໍ່​ຢາກ​ໜີ​ຈາກ​ເຮືອນ​ຂອງ​ເຂົາ​ເຈົ້າ.