ມຽນມາ​ສ້າງ​ຕັ້ງ​ຄະນະ​ກຳມະການ​ປະຕິ​ຮູບ​ຊຸກຍູ້​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ

(GMT+08:00) 2013-08-13 15:23:15     cri
ຕາມ​ຂ່າວCRI:ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ມຽນມາ​ໄດ້​ສ້າງ​ຕັ້ງຄະນະ​ກຳມະການ​ນຳພາ​ການປະຕິ​ຮູບ​​ແຫ່ງ​ຊາດ​ທີ່​ນຳພາ​ໂດຍ​ທ່ານ​ເທນ ​ເຊັນ, ປະທານາທິບໍດີ​ມຽນມາ, ​ເພື່ອ​ຊຸກຍູ້​ການ​ປະຕິ​ຮູບ, ຕອບ​ສະໜອງ​ຄວາມ​ຕ້ອງການຂັ້ນ​ພື້ນຖານ​ຂອງ​ສັງຄົມ​ກໍ​ຄື​ດ້ານເສດຖະກິດ​​ແລະຊີວິດ​​ການ​ເປັນ​ຢູ່​ຂອງ​ປະຊາຊົນ.

ຕາມ​ການ​ລາຍ​ງານ​ຂ່າວ​ຂອງໜັງສືພິມ《​ເດີນິວ​ໄລ​ອອບມຽນມາ》, ວັນ​ທີ9ສິງຫາ​ນີ້, ທ່ານ​ເທ​ນ ​ເຊັນ​ໄດ້​ກ່າວ​ໃນ​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່ຂັ້ນ​ສູນ​ກາງ​ແລະ​ທ້ອງ​ຖິ່ນ​ວ່າ, ລັດຖະບານ​ສະ​ໄໝ​ນີ້​ໄດ້​ສ້າງ​ພື້ນຖານ​ໃຫ້​ແກ່​ການປ່ຽນ​ຮູບ​ການ​ປະຊາທິປະ​ໄຕ​ໃນ30​ເດືອນ​ທຳ​ອິດ​ຂອງ​ອາ​ຍຸ​ການ5ປີ, ​ເຊິ່ງ​ໄດ້​ສ້າງ​ສະພາບແວດ​ລ້ອມ​ດ້ານການ​ເມືອງ​ພາຍ​ໃນ​ເປັນ​ຢ່າງ​ດີ​, ພ້ອມ​ກັນ​ນັ້ນຍັງ​ໄດ້​ດັດ​ແປງ​ກົດໝາຍ​ຂໍ້​ກຳນົດຢ່າງ​ຫຼວງ​ຫຼາຍ​​ໃຫ້​ແກ່​ການ​ປະຕິ​ຮູບ​ດ້ານ​ເສດຖະກິດ​ສັງຄົມ, ​ແລະ​​ເລີ່​ມ​ເຊື່ອມ​ໂຍງ​ເຂົ້າກັບ​ຕະຫຼາດ​ສາກົນ.

ທ່ານ​ກ່າວ​ວ່າ, ​ໃນ30​ເດືອນ​ຕໍ່ໜ້າ​ນີ້, ລັດຖະບານ​ສະ​ໄໝ​ນີ້​ຈະຕອບ​ສະໜອງ​ຄວາມ​ຕ້ອງການ​ດ້ານ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ກ່ອນໝູ່. ລັດຖະບານ​ຈະ​ວາງ​ແຜນການ​ປະຕິບັດ​ງານ​ຢ່າງ​ເປັນ​ລະບົບ​, ລວມທັງ​ການ​ພັດທະນາກຳລັງ​ໄຟຟ້າ​, ກະສິກຳ, ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ​ແລະ​ເຂດ​ອຸດສາຫະກຳ​ທີ່​ສາມາດ​ເພີ່ມ​ການ​ປະກອບ​ອາຊີບກ່ອນໝູ່. ທ່ານ​ຍັງ​ກ່າວ​ເນັ້ນ​ວ່າ, ຕ້ອງ​ອອກ​ແຮງພັດ ທະນາ​ຂະ​ແໜງ​ການທ່ອງທ່ຽວ, ​ ​ດຶງ​ດູດ​ການ​ລົງທຶນຈາກ​ຕ່າງປະ​ເທດ​ເພື່ອ​ຊຸກຍູ້​ການ​ພັດທະນາ​ດ້ານ​ເສດຖະກິດ.

ທ່ານ​ເທ​ນ ​ເຊັນ​ຍັງ​ໄດ້​ຕິຕຽນ​ພາກສ່ວນທີ່​ເຮັດ​ວຽກ​ຍັງ​ບໍ່​ທັນ​ໄດ້​ດີ​ຈຳນວນ​ໜຶ່ງໃນ​ດ້ານ​ການ​​ເລັ່ງລັດ​ການ​ປະຕິ​ຮູບ, ການ​ຄຸ້ມຄອງດ້ານ​ການ​ບໍລິຫານ, ການ​ສະໜອງ​ຄວາມ​ຕ້ອງການ​ຂອງ​ປະຊາຊົນ​ແລະ​ອື່ນໆ. ທ່ານ​ເຕືອນ​ໃຫ້​ເຈົ້າໜ້າ​ທີ່​ແຕ່ລະ​ຂັ້ນ​ຈົ່ງເພີ່ມ​ທະວີ​ຄວາມ​ຮັບຜິດຊອບ, ​ເພີ່ມ​ທະວີ​ການ​ປະສານ​ງານ​ແລະ​ການ​ຮ່ວມ​ມື​ລະຫວ່າງສ່ວນ, ລະຫວ່າງ​ສູນ​ກາງ​ແລະ​ທ້ອງ​ຖິ່ນ, ປະຕິບັດ​ມາດ​ຕະການ​ການ​ປະຕິ​ຮູບ​ຕົວ​ຈິງ.