ປະລິມານ​ການ​ຜະລິດ​ຂອງ​ຂະ​ແໜງ​ການ​ກະສິກຳ​ລາວ​​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ

(GMT+08:00) 2013-08-13 15:24:46     cri
ຕາ​ມຂ່າວCRI: ​ນັບ​ແຕ່​ລາວ​ໄດ້​ປະຕິບັດ​ແຜນການ​ພັດທະນາ"5ປີ​ຄັ້ງ​ທີ7"​ທີ່ເລີ່​ມ​ແຕ່​ປີ2011ຫາ​ປີ2015​ເປັນ​ເວລາ2ປີ​ເຄິ່ງມາ​ນີ້, ຜົນສຳ​ເລັດ​ໃນ​ຂົງ​ເຂດ​ກະສິກຳ​ໄດ້​ສະ​ແດງ​ອອກ​ໃນ​ເບື້ອງ​ຕົ້ນ, ອັດຕາ​ການ​ເພີ່ມ​ຂຶ້ນ​ຂອງປະລິມານ​ການ​ຜະລິດດ້ານ​ຂະ​ແໜງ​ການ​ກະສິກຳ​ແມ່ນ2,8%ຫາ3%, ​ໄດ້​ກວມ27%ຂອງ​ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ, ສູງ​ກວ່າ​ເປົ້າ​ໝາຍ​ທີ່​ໄດ້​ຄື​ລະດັບ23%.

​ໃນ​ປີ2012, ​ເນື້ອ​ທີ່​ແລະ​ປະລິມານ​ການ​ຜະລິດ​ດ້ານ​ການ​ປູກ​ພືດ​ກະສິກຳ​ຕົ້ນຕໍ​ຂອງລາວ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ. ​ເຊິ່ງ​ໃນ​ນັ້ນ, ​ເນື້ອ​ທີ່​ການ​ປູກ​ເຂົ້າມີ 8 ​ແສນ 2 ໝື່ນ5 ພັນ 8 ຮ້ອຍ​ເຮັກຕາ, ປະລິມານ​ການ​ຜະລິດ​ມີ 2 ລ້ານ 9 ​ແສນ 2 ໝື່ນ 5 ພັນໂຕນ; ປະລິມານ​ການ​ຜະລິດສາລີ​ປະຈຳ​ປີ2012ມີ 1 ​ແສນ 8 ໝື່ນ​ 2 ພັນ 6 ຮ້ອຍ​ໂຕນ. ປະລິມານ​ການຜະລິດ​ປະ​ເພດ​ມັນ​ໄດ້​ເພີ່ມຂຶ້ນຫຼາຍ​ກວ່າ2​ເທົ່າ​ໃນ​2ປີຜ່ານມາ, ຈາກ 2 ​ແສນ 5 ໝື່ນ 1 ພັນ 5 ຮ້ອຍໂຕນ​ໃນ​ປີ2010​ເພີ່ມ​ຂຶ້ນ​ຮອດ6​ແສນໂຕນ​ໃນ​ປີ2012. ນອກ​ນີ້, ຂະ​ແໜງ​ການ​ລ້ຽງສັດ​ແລະ​ການ​ປະມົງ​ກໍ່​ໄດ້​ພັດທະນາຢ່າງ​ໝັ້ນ​ທ່ຽງ​ແລະ​ວ່ອງ​ໄວ, ​ເພີ່ມ​ຂຶ້ນສະ​ເລ່ຍ5%ຕໍ່​ປີ.