ນະຄອນຫຼວງ​ວຽງຈັນສະຫຼອງ​ວັນ​ສື່​ມວນ​ຊົນ​ລາວແລະ ວັນ​ການພິມ​ຈຳໜ່າຍຄົບຮອບ 63 ປີ

(GMT+08:00) 2013-08-14 18:29:42     cri
​ວັນ​ທີ 13 ສິງຫາ​ນີ້, ທີ່​ຫໍ​ວັດທະນະທຳ​ແຫ່ງ​ຊາດ​ນະຄອນຫຼວງ​ວຽງ​ຈັນ, ​ ກະຊວງ​ຖະ​ແຫຼ​ງຂ່າວ​ວັດທະນະທຳ​ແລະ​ທ່ອງ​ທ່ຽວ​ໄດ້​ຈັດພິທີ​ສະຫຼອງ​ວັນສື່​ມວນ​ຊົນ​ລາວແລະ ວັນ​ການພິມ​ຈຳໜ່າຍຄົບຮອບ 63 ປີຢ່າງ​ຄຶກຄື້ນ, ໂດຍ​ມີທ່ານ ສຈ. ດຣ. ບໍ່​ແສງຄຳ ວົງ​ດາລາ ລັດຖະມົນ​ຕີ​ວ່າການ​ກະຊວງ​ຖະ​ແຫຼ​ງຂ່າວ​, ວັດທະນະທຳ​ແລະ ທ່ອງ​ທ່ຽວ, ປະທານ​ສະມາຄົມ​ນັກ​ຂ່າວ​​ແຫ່​ງຊາດ​ລາວ, ແຂກ​ຖືກ​ເຊີ​ນ, ບັນດາສື່​ມວນ​ຊົນທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ເຂົ້າ​ຮ່ວມ​ເກືອບ 200 ຄົນ.


​ໃນ​ພິທີ​ດັ່ງກ່າວ, ທ່ານ​ ສະຫວັນ​ຄອນ ຣາຊະ​ມຸນ​ຕີ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຖະ​ແຫຼ​ງຂ່າວ​, ວັດທະນະທຳ​ແລ​ະທ່ອງ​ທ່ຽວ ​ໄດ້​ຂື້ນ​ລາຍງານ​ສະພາບ​ການ​ເຄື່ອນ​ໄຫວ​ຂອງ​ວົງ​ການ​ສື່​ມວນ​ຊົນ ​ແລະ ການ​ພິມ​ຈຳໜ່າຍ​ຂອງ​ລາວ​ໃນ​ໄລຍະ​ຜ່ານ​ມາ. ທ່ານ​ກ່າວ​ວ່າ: ສື່​ມວນ​ຊົນ​ປະ​ຕິ​ວັດ​ລາວ​ນັບ​ມື້​ນັບ​​ເຕີບ​ໃຫຍ່ຂະຫຍາຍຕົວ ນັບ​ທັງ​ດ້ານ​ປະລິມານ​ ​ແລະ ຄຸນ​ນະພາ​ບ, ມາຮອດ​ປັດຈຸບັນ ​ໄດ້​ມີ​ຄົບ​ທຸກ​ເພດ​ສື່​, ເປັນ​ຕົ້ນ​ແມ່ນ​ສື່​ສິ່ງ​ພິມ​ຈາກ 90 ສະບັບ​ ໃນ​ປີ 2010ຂະຫຍາຍ​​ໄປຮອດ 118 ສະ​ບັບ, ວິ​ທະ​ຍຸ​ກະຈາຍສຽງ​ເພີ່ມ​ຂື້ນ​ຈາກ 43 ສະຖານີໃນ​ປີ​ 2010​ ມາ​ເປັນ 53 ສະຖານີ​, ​ໃນ​ນັ້ນ, ມີ​ວິທະຍຸ​ຊຸມ​ຊົນ​ເພື່ອ​ການ​ພັດທະນາ 4 ​ແຫ່ງ. ສະຖານີ​​ໂທລະພາບ​ກໍ່​ເພີ່ມ​ຂື້ນ​ຈາກ 32 ສະຖານີ​ໃນ​ປີ 2010 ​ມາ​ເປັນ 37 ສະຖານີ​ໃນ​ປັດຈຸບັນ. ພ້ອມ​ນັ້ນ, ລະບົບ​ຂ່າວສານ​ຜ່ານ​ອິນ​ເຕີ​​ເນັດ, ຂໍ້ຄວາມ​ສັ້ນ​ຜ່ານ​ໂທລະສັບ​ມື​ຖື ​ແລະ ​ເວັບ​ໄຊ​ຕ່າງໆ​ກໍ່​ໄດ້​ຂະ​ຫຍາ​ຍຕົວ.


ນອກ​ນັ້ນ, ການມອບ​​ໃບ​ຍ້ອງ​ຍໍ​ໃຫ້​ບັນດາ​ສື່​ມ​ວນຊົນ ​ແລະ ສື່​ສິ່ງ​ພິມ​ທີ່​ມີ​ຜົນງານ​ດີ​ເດັ່ນຈາກ​ພາກສ່ວນ​ຕ່າງໆຈຳນວນ 102 ຄົນ ​ປະຈຳ​ປີ 2013 ກໍ່​ໄດ້​ຈັດຂື້ນ​ໃນ​ພິທີດັ່ງກ່າວ.