​ໂຮງ​ງານ​ກັ່ນ​ນ້ຳມັນ​ຟີ​ລິບ​ປີນ​ປະກາດ​ວ່າ​ຈະຮັບຜິດຊອບ​ຕໍ່​ເຫດການ​ນ້ຳມັນກາ​ຊວນ​ຮົ່ວ​ຢູ່​ອ່າວ​ມາ​ນີລາ

(GMT+08:00) 2013-08-14 12:31:00     cri
ຕາມ​ຂ່າວCRI:ວັນ​ທີ13ສິງຫາ​ນີ້, ບໍລິສັດ​ເພ​ໂຕຼນ ​ໂຄ​ພ​ເຊິ່ງ​ເປັນບໍລິສັດ​ກັ່ນ​ນ້ຳມັນ​ໃຫຍ່​ທີ່​ສຸດ​ຂອງ​ຟີ​ລິບ​ປີນ​ປະກາດ​ວ່າ​ຈະຮັບຜິດຊອບ​ຕໍ່​ເຫດການ​ນ້ຳມັນ​ກາ​ຊວນ​​ຮົ່ວຢູ່​ອ່າວ​ມານີລາ.

ວັນ​ທີ8ສິງຫາ​ນີ້, ອ່າວ​ມາ​ນີລາ​ໄດ້ພົບເຫັນ​ມີ​ນ້ຳມັນ​ກາ​ຊວນຮົ່ວ​ໄຫຼ​ກວມ​ເນື້ອ​ທີ່ສ່ວນ​ໃຫຍ່, ​ເຊິ່ງ​ໄດ້ສ້າງ​ມົນ​ລະ​ພິດທາງ​ໜ້ານ້ຳ​ທະ​ເລທີ່​ມີ​ເນື້ອ​ທີ່300ກິ​ໂລ​ຕາ​ແມັດ​ແລະ​​ໄຫຼ​ໄປ​ຕາມແຄມ​ຝັ່ງ​ທະ​ເລ20ກິ​ໂລ​ແມັດ​ທີ່​ໃກ້​ກັບ​ນະຄອນຫຼວງ​ມາ​ນີລາ. ລັດຖະບານ​ຟີ​ລິບ​ປີນ​ຄາດ​ຄະ​​ເນ​ວ່າ​ໄດ້​ມີ​ນ້ຳມັນ​ກາ​ຊວນ5​ແສນ​ລິກ​ຮົ່ວ​​ໄຫຼ​ລົງ​ສູ່​ທະ​ເລ.

​ເຫດການ​ນີ້​ໄດ້​ເຮັດ​ໃຫ້​ມີ​ມົນ​ລະ​ພິດ​ຕໍ່​ສິ່ງ​ແວດ​ລ້ອມ​ຢ່າງ​ໜັກໜ່ວງ, ​ໄດ້​ມີ​ຜົນ​ກະທົບ​ຢ່າງ​ຮຸນ​ແຮງ​ຕໍ່​ຂະ​ແໜງ​ການ​ປະມົງ​ທ້ອງ​ຖິ່ນ, ທ່າ​​ກຳ​ປັ່ນໂຣສາຣີ​ໂອ​ເຊິ່ງ​ເປັນ​ທ່າ​ການ​ປະມົງ​​ໄດ້ປະສົບກັບສະພາບ​ການ​ທີ່ໜັກໜ່ວງ​ທີ່​​ສຸດ​ເຊິ່ງ​ໄດ້​ເຮັດ​ໃຫ້ມີ4ໝື່ນ​ຄົນຫວ່າງ​ງານ​ຫຼັງ​ຈາກ​​ເກີດ​ການ​ຮົ່ວ​ໄຫຼ​ຂອງ​ນ້ຳມັນ​ແລະ​ສ້າງ​ມົນ​ລະ​ພິດ​ຕໍ່​ສິ່ງ​ແວດ​ລ້ອມ​ທາງ​ທະ​ເລ
.